ການປ່ອຍໝາກປູມເປົ້າເຂົ້າໄປໃນສະພາບແວດລ້ອມສາມາດສົ່ງຜົນສະທ້ອນອັນໃຫຍ່ຫຼວງທີ່ເປັນອັນຕະລາຍຫຼາຍຕໍ່ສິ່ງທີ່ມີຊີວິດ.
ໂດຍວິທີການປ່ອຍໝາກປູມເປົ້າອອກໄປສູ່ສະພາບແວດລ້ອມໄດ້ເເກ່:
1. ປ່ອຍໝາກປູມເປົ້າທີ່ເຕັມໄປດ້ວຍທາດຮີລຽມໃນງານຕ່າງໆ ເຊິ່ງໃນທີ່ສຸດກໍຈະລົງໄປໃນມະຫາສະໝຸດ.
2. ການຖິ້ມໝາກປູມເປົ້າຢ່າງບໍ່ຖືກຕ້ອງ, ເຮັດໃຫ້ຖືກນ້ຳພັດລົງສູ່ມະຫາສະໝຸດຜ່ານທາງລະບາຍນ້ຳ ແລະ ອື່ນໆ.

ໜຶ່ງໃນຄວາມກັງວົນດ້ານສິ່ງແວດລ້ອມເບື້ອງຕົ້ນຂອງການປ່ອຍໝາກປູມເປົ້າແມ່ນຜົນກະທົບທີ່ມີຕໍ່ເຕົ່າທະເລ. ໂດຍໜຶ່ງໃນແຫຼ່ງອາຫານຫຼັກຂອງເຕົ່າທະເລນັ້ນກໍຄືແມງກະພຸນ ເຕົ່າທະເລມັກຈະເຂົ້າໃຈຜິດວ່າໝາກປູມເປົ້ານັ້ນຄືອາຫານ ແລະ ກິນມັນເຂົ້າໄປ. ການກິນໝາກປູມເປົ້າເຂົ້າໄປຈະສົ່ງຜົນຮ້າຍຕໍ່ຊີວິດຂອງເຕົ່າ ເນື່ອງຈາກກະເພາະອາຫານຂອງເຕົ່າບໍ່ສາມາດຍ່ອຍໄດ້. ໃນບາງຄັ້ງເຕົ່າອາດຈະສະມັກໝາກປູມເປົ້າໃນຂະນະທີ່ກຳລັງກິນເເລ້ວເຮັດໃຫ້ມັນຕາຍໄດ້.
ນອກຈາກນັ້ນ, ເຊືອກ ຫຼື ໂບທີ່ໃຊ້ໃນການມັດໝາກປູມເປົ້າ ສາມາດເຂົ້າໄປກ້ຽວພັນກັບເຕົ່າທີ່ໃຫຍ່ເຕັມທີ່ເເລ້ວ ຫຼື ເຕົ່າທີ່ຍັງນ້ອຍໄດ້, ເຮັດໃຫ້ຄວາມສາມາດໃນການຊອກຫາອາຫານ, ຊອກຫາຄູ່ ຫຼື ໜີຈາກຜູ້ລ່າລົດລງ ສົ່ງຜົນໃຫ້ໂອກາດທີ່ຈະຢູ່ລອດໃນສະພາບແວດລ້ອມທໍາມະຊາດລົດລົງຢ່າງຫຼວງຫຼາຍ.

ໝາກປູມເປົ້າທີ່ປ່ອຍອອກມາສູ່ສິ່ງແວດລ້ອມມີຜົນກະທົບຫຼາຍກວ່າເຕົ່າທະເລ. ໂດຍສິ່ງທີ່ມີຊີວິດຢູ່ໃນທະເລ ເເລະ ເທິງບົກຫຼາກຫຼາຍຊະນິດສາມາດບໍລິໂພກວັດຖຸເຫຼົ່ານີ້ໄດ້ ລວມທັງ: ນົກ, ປາ, ສະຫຼາມ, ວານ ແລະອື່ນໆ. ເມື່ອບໍລິໂພກ, ອາດຈະເປັນອັນຕະລາຍຕໍ່ສຸຂະພາບ ແລະ ພຶດຕິກໍາໂດຍລວມຂອງພວກມັນໄດ້. ບັນຫາດັ່ງກ່າວແມ່ນຄ້າຍຄືກັນທໍ່ດູດ ແລະ ພລາສຕິກອື່ນໆທີ່ຖືກປ່ອຍອອກມາສູ່ສິ່ງແວດລ້ອມ ເຊິ່ງເປັນທີ່ໜ້າວິຕົກກັງວົນຫຼາຍທາງດ້ານການອະນາໄມສິ່ງແວດລ້ອມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/