- Google Search + generative AI
- ໃນຕອນນີ້ການ Search ຂອງ Google ໄດ້ປ່ຽນມາເປັນຮູບແບບແຊັດໂດຍມີ AI ເຂົ້າມາຊ່ວຍ, ຄ້າຍຄືກັບ Bing ຂອງ Microsoft ທີ່ເຮົາສາມາດເວົ້າກັບ AI ໄປນຳໄດ້.
- ມີ source ref ໃນເວລາ AI ຊອກຫາຂໍ້ມູນ.
- Single search, ບໍ່ຈໍາເປັນຕ້ອງ search ແຍກເປັນ keyword ຫຼື ແຍກເປັນເທື່ອລະຄຳສອງຄຳ, ເຮົາສາມາດຂຽນລວມມາບາດດຽວ ບໍ່ຈໍາເປັນຕ້ອງພິມຖືກທັງໝົດ, AI ກໍສາມາດເຂົ້າໃຈເຮົາໄດ້.
- ຮອງຮັບ vertical search ຄືການເລື່ອນໜ້າໄປເລື້ອຍໆ ເຊິ່ງມັນຈະ refresh ຂໍ້ມູນໃໝ່ຕະຫຼອດ, ການໃຫ້ຄະແນນສິນຄ້າ, ລາຄາ ແລະ ຮູບພາບ ໂດຍທີ່ເຮົາບໍ່ຕ້ອງກົດໜ້າຖັດໄປ 1 2 3 … ແບບດັ້ງເດີມອີກ.
- ສຳລັບໃຜທີ່ເປັນສາຍຊັອບປິ້ງ, AI ຈະມາຊ່ວຍໃຫ້ທ່ານສາມາດຊອກຫາຂໍ້ມູນ ບໍ່ວ່າຈະເປັນແບບເຈາະຈົງກ່ຽວກັບເສື້ອຜ້ານັ້ນໆ, ການລົດລາຄາ, ຂະໜາດ ແລະ ອື່ນໆ AI ກໍສາມາດຊອກຫາມາໃຫ້ທ່ານແບບທີ່ຕ້ອງການໄດ້.
- ມີຄູ່ມືການຊື້ (Buying guide) ທີ່ຈະຊ່ວຍໃນການຊື້ເຄື່ອງໂດຍສະເພາະ ຄື ຖ້າທ່ານຢາກຈະຊື້ເຄື່ອງຢ່າງໃດຢ່າງໜຶ່ງ ແຕ່ບໍ່ຮູ້ຂໍ້ມູນຫຍັງກ່ຽວກັບສິ່ງນັ້ນເລີຍ, AI ຈະສາມາດບອກເຮົາເລີຍວ່າຕ້ອງເບິ່ງຕາມຫົວຂໍ້ໃດແດ່ເຊັ່ນ: ຊື້ Air purifier ມັນຈະບອກໃຫ້ເບິ່ງຫົວຂໍ້ຕໍ່ໄປນີ້ຄື: price, brand , type, filtration, maintenance, speed, HEPA filter, UV.
- ສໍາລັບເຈົ້າຂອງແບຣນ, ແຖບໂຄສະນາຈະຍັງມີຢູ່ເຊັ່ນ: ຊອກຫາລົດຖີບ, ມັນຈະຊອກຫາ ref ທົ່ວໄປ + ໃສ່ແຖບໂຄສະນາລົດຖີບໂດຍສະເພາະ.
- Follow up Question: ຈະມີຄໍາຖາມຈາກຄູ່ມື AI, ເຜື່ອບາງເທື່ອເຮົາຢາກຈະຖາມຫຍັງຕໍ່ ແຕ່ຍັງຄິດບໍ່ອອກ.
- Bard ທີ່ເປັນ Chatbot ເຊິ່ງ Google ໄດ້ມີການອັບເດດເມື່ອບໍ່ດົນມານີ້ຈະບໍ່ໄດ້ຖືກນຳເຂົ້າມາໃຊ້ ໂດຍຈະປ່ຽນເປັນ LM ຕົວອື່ນແທນຄື PaLM2 ແລະ MUM.
ໃນຕອນນີ້ Google ຍັງບໍ່ທັນເປີດໃຫ້ໃຊ້ຄຸນສົມບັດນີ້ເທື່ອ ສໍາລັບໃຜທີ່ຕ້ອງການໃຊ້ຕ້ອງໄດ້ຂໍ waitlist ແລະ ຕ້ອງຢູ່ໃນ US ຫຼື ໃຊ້ VPN ເພື່ອໄປສະໝັກກໍໄດ້

- Google Workspace + Duet AI
ເວົ້າງ່າຍໆກໍຄືການເອົາ AI ມາລວມກັບ workspace ທັງໝົດ ຄ້າຍຄືກັບ Microsoft copilot , ເຊິ່ງກ່ອນໜ້ານີ້ ໄດ້ມີການນຳເອົາ AI ມາປະສົມປະສານກັບ MSoffice, Word Excel, PP ທຸກໂຕ. ໂດຍ Google ກໍນໍາເອົາ AI ມາປະສົມປະສານເຂົ້າກັບ Docs/ Sheet/ Meet/ Slide ໂດຍລວມແລ້ວເຮັດໃຫ້ມີຄວາມຄ້າຍຄືກັນ
- Gmail: AI ຊ່ວຍຕອບ Email ເຕັມຮູບແບບ + ສະຫຼຸບ mail (incl. on mobile!) + Auto draft
- Meet: ຊ່ວຍສະຫຼຸບການປະຊຸມໄດ້ວ່າຕອນນີ້ເວົ້າຫຍັງກັນຮອດໃສແລ້ວ?
- Docs: ໃຫ້ AI ຊ່ວຍຄິດໄອເດຍໂດຍບໍ່ຈໍາເປັນເຮັດເອງເຊັ່ນ: ຫາຮູບ, ຊ່ວຍຂຽນ job description, ກໍສາມາດຂຽນມາໃຫ້ເຕັມໜ້າເຈ້ຍ ຄືກັນກັບການເວົ້ານໍາ ChatGPT ເລີຍ
- Sheets: ສາມາດຖິ້ມຂໍ້ມູນເຂົ້າໄປໃນ AI ເພື່ອຊ່ວຍສ້າງຕາຕະລາງຂໍ້ມູນປະເພດຕ່າງໆໄດ້ເລີຍ.
- Slides: ພຽງແຕ່ຂຽນລົງໄປ 1 ປະໂຫຍກ AI ກໍສ້າງຈະ slide ອອກມາໃຫ້ທັງໝົດຫຼາຍໜ້າ ທັງຂໍ້ຄວາມ ຮູບພາບ ຈັດລຽງກັນອອກມາຢ່າງສວຍງາມ ສາມາດປັບແກ້ Theme ແລະ ຮູບພາບທີ່ສ້າງອອກມາໄດ້.
- Google Maps to offer an ‘Immersive View for Routes’
- ຈາກນີ້ໄປ, ພວກເຮົາຈະເບິ່ງໃນແຜນທີ່ແບບ 3D ເຊິ່ງສາມາດເບິ່ງໄດ້ທຸກຊອກທຸກມຸມ, ຖະໜົນຫົນທາງ, ອາຄານ ບ້ານເຮືອນຕ່າງໆ ໂດຍການໃຊ້ພະລັງງານຂອງ Computer vision + AI ເພື່ອສ້າງຮູບແບບຂອງໂລກຈໍາລອງ ທີ່ມີຄວາມຄ້າຍຄືກັບຂອງແທ້ຂຶ້ນມາ
- Google Photos is getting a ‘Magic Editor’ feature
- ສາມາດຕັດຕໍ່ຮູບແບບ magic ຈາກຮູບ ເຊິ່ງເຮົາສາມາດເຄື່ອນຍ້າຍ object ສິ່ງຂອງ ຫຼື ຄົນໄປວາງໄວ້ບ່ອນໃດກໍໄດ້ ຫຼັງຈາກນັ້ນ AI ກໍຈະເຕີມຮູບພາບສ່ວນທີ່ຫາຍໄປໃຫ້.

- PaLM 2, Google’s powerful new LLM that will power over 25 new
- PaLM 2 ແມ່ນຮູບແບບພາສາໃໝ່ຂອງ Google ໂດຍມີການເຝິກອົບຮົມໃນຫຼາຍກວ່າ 100 ພາສາ ແລະ ມີການຂຽນ coding ທີ່ມີປະສິດທິພາບເຊັ່ນ: Python ແລະ JavaScript , ມີພະລັງ reasoningທີ່ໄດ້ຮັບການເຝິກອົບຮົມໃຫ້ຄິດແບບມີ logic + mathematics + common sense. ເຊິ່ງຈະຖືກນຳໃຊ້ກັບຜະລິດຕະພັນທັງໝົດ 25 ຕົວຂອງ Google.
- Bard
- Visual features ສາມາດເວົ້າເປັນຮູບພາບໄດ້ຄື ເຮົາສາມາດ upload ຮູບພາບ ແລະ ເຮັດວຽກຮ່ວມກັບ google lens ເພື່ອຖາມ ຕົວຢ່າງ:ຊ່ວຍຄິດ caption ກ່ຽວກັບຮູບທີ່ upload ໃຫ້.
- ສາມາດເຊື່ອມຕໍ່ກັບແອັບພາຍໃນ ແລະ ພາຍນອກ ເຊັ່ນ ທ່ານສາມາດກັບ bard ແລ້ວນຳເອົາ result export ເຂົ້າໄປໃນ excel ເພື່ອເຮັດວຽກຕໍ່ໄດ້ເລີຍ ຫຼື ສົ່ງໄປທີ່ email ຕໍ່ໄດ້ ຫຼື ຢາກທີ່ຈະສ້າງພາບກໍສາມາດເຊື່ອມຕໍ່ກັບ adobe firefly ແລ້ວສ້າງພາບໃນ Bard ໄດ້ເລີຍ.
- ສາມາດຮອງຮັບໄດ້ເຖິງ 20+ programming languages
- coding+export code ກໍແສນຈະງ່າຍ
- ຖ້າຕັດ waitlist 180 ປະເທດອອກແລ້ວສາມາດນໍາໃຊ້ໄດ້ທັນທີ

- Partnership with Adobe Firefly, making image-to-text available directly in Bard
- Google ມີຄູ່ຮ່ວມງານໃນການສ້າງຮູບພາບກໍຄື adobefirefly ແລະ ຮ່ວມມືກັບ Adobe ໃນການເຮັດ AR realworld model ອີກດ້ວຍ. ເຮົາສາມາດ prompt ເພື່ອສ້າງຮູບພາບໄດ້ປົກກະຕິ ແລະ ສາມາດຕັດແຕ່ງຮູບພາບໄດ້.
- MusicLM, describe a musical idea and hear it come to life
- Text-to music ສາມາດປ່ຽນຂໍ້ຄວາມເປັນດົນຕີໄດ້ແລ້ວເຊັ່ນ “soulful jazz for a dinner party” ກໍຈະສ້າງເພງຫຼາຍໆແບບມາໃຫ້ເຮົາເລືອກ
- StudioBot, an AI coding bot for developers ແມ່ນເຄື່ອງມືທີ່ຊ່ວຍສ້າງ Android app
ທີ່ມາ:
- https://cutt.ly/w6PZPtg
- https://cutt.ly/f6PZADn
- https://cutt.ly/O6PZFhb
- https://cutt.ly/d6PZGN6
- https://cutt.ly/v6PZKgT
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/