Sam Altman CEO ຂອງ OpenAI ຈະປາກົດຕົວເປັນຄັ້ງທຳອິດຕໍ່ກອງປະຊຸມສະພາສູງໃນອາທິດໜ້າ ເພື່ອຕອບຄຳຖາມກ່ຽວກັບແນວທາງການຄຸ້ມຄອງການດູແລເທັກໂນໂລຢີ AI.

Altman ຈະຕ້ອງໄປຊີ້ແຈ້ງຕໍ່ອະນຸກຳມະການຕຸລາການສະພາສູງ ດ້ານຄວາມເປັນສ່ວນຕົວ, ເທັກໂນໂລຢີ ແລະ ກົດໝາຍໃນວັນອັງຄານທີ່ກຳລັງຈະມາເຖິງນີ້ກ່ຽວກັບການໃຊ້ກົດໝາຍເພື່ອປົກປ້ອງຊາວອາເມຣິກາຈາກປັນຍາປະດິດ, ເນື່ອງຈາກວ່າລັດຖະບານ ແລະ ບໍລິສັດຕ່າງໆເລີ່ມໃຊ້ AI ເຂົ້າໃນທຸກຢ່າງນັບຕັ້ງແຕ່ການແພດ, ການເງິນ, ຈົນໄປເຖິງການເຝົ້າລະວັງ ການກວດສອບ ແລະ ອື່ນໆ.

Richard Blumenthal ປະທານອະນຸກຳມະການໃຫ້ຄຳເຫັນວ່າ ການກຳນົດມາດຕະການກ່ຽວກັບປັນຍາປະດິດແມ່ນເລື່ອງຮີບດ່ວນ. ການຊີ້ແຈ້ງໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນຂອງລະບຽບການ ແລະ ສະແດງໃຫ້ເຫັນເຖິງພະລັງງານຂອງ algorithms ທີ່ກ້າວໜ້າ ແລະ ເທັກໂນໂລຢີທີ່ມີປະສິດທິພາບຂອງປັນຍາປະດິດ.
Ted Lieu ສະມາຊິກສະພາຜູ້ແທນລາສະດອນ ໄດ້ເປີດເຜີຍວ່າ Altman ຍັງຈະເຂົ້າຮ່ວມງານລ້ຽງອາຫານຄ່ຳໃນຄືນວັນຈັນຂອງສະພາຜູ້ແທນລາສະດອນອີກດ້ວຍ .
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/