ໄຊຍະເດດ ສິດທິລາດ ຜູ້ຊຳນານດ້ານການຖ່າຍພາບ ມີສີມືໃນການຖ່າຍພາບທີ່ມີເອກະລັກສະເພາະຕົວ, ຫຼ້າສຸດ ເປັນໜຶ່ງໃນ 2.000 ຄົນ ໃນບັນດາປະເທດອາຊຽນ ທີ່ຊະນະອັນດັບ 1 ໃນການປະກວດການຖ່າຍພາບ ງານ Echoing ASEAN Photo Competition ໃນຫົວຂໍ້ ‘Beautiful ASEAN’ ຈັດໂດຍ: Seasia News ແລະ SEA Today News ແລະ ພາບດັ່ງກ່າວ ແມ່ນຈະໄດ້ເຂົ້າໄປນໍາໃຊ້ໃນກອງປະຊຸມສຸດຍອດອາຊຽນ ທີ່ປະເທດອິນໂດເນເຊຍ ໃນໄວໆນີ້.

ໄຊຍະເດດ ສິດທິລາດ ເຮັດອາຊີບເປັນ ຊ່າງພາບປະຈຳໂຄງການ (Photography/Videographer Consultant) ຜົນງານທີ່ຜ່ານມາມີ:
- ຮາງວັນຮອງຊະນະເລີດປະກວດພາບຖ່າຍສິ່ງແວດລ້ອມ.
- ຮາງວັນຊົມເຊີຍປະກວດພາບຖ່າຍກະສິກຳ SEARCA Photo Contest.
- ຮາງວັນຊະນະເລີດຫົວຂໍ້ໄກ່ຕີ ສະຖານທູດຝຣັ່ງປະຈຳລາວ.

ຂໍ້ມູນຈາກ: https://bit.ly/3LCP73U
ສາມາດຕິດຕາມ ໄຊຍະເດດ ໄດ້ທີ່:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/