ການແຂ່ງຂັນກິລາ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ກໍໃກ້ເຂົ້າມາເລື້ອຍໆແລ້ວ ແລະ ເພື່ອສ້າງຄວາມເຂັ້ມແຂງ ກັບການໄລ່ລ່າຄວາມສຳເລັດໃນການແຂ່ງຂັນຄັ້ງນີ້ ສປປ ລາວ ໄດ້ມີການເອີ້ນຕົວ 18 ນັກກິລາທີ່ເປັນເຊື້ອຊາດລາວ ສັນຊາດຕ່າງປະເທດກັບມາຕິດທີມຊາດກຽມລ່າຫຼຽນຄຳ ຊີເກມ ທີ່ກຳປູເຈຍ.
ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນກ່າວມີຄຳເຫັນໃນກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວ ໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ແຜນປີ 2023 ເມື່ອອາທິດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ວ່າ: ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023, ສປປ ລາວເຮົາ ຈະໄດ້ນັກກິລາເຊື້ອຊາດລາວ ສັນຊາດຕ່າງປະເທດ ມາຊ່ວຍທັບນັກກິລາລາວ ເຖິງ 18 ຄົນ, ໃນນັ້ນມາຈາກສະຫະລັດອາເມຣິກາ 9 ຄົນ, ປະເທດຝຣັ່ງ 8 ຄົນ ແລະ ລູກຊອດ ລາວ-ໄທ 1 ຄົນ ເຊິ່ງນັກກິລາທັງໝົດນີ້ ໄດ້ມາຊ່ວຍລາວເຮົາແມ່ນຖືກຕ້ອງຕາມກົດໝາຍກິລາ-ກາຍະກຳ ໂດຍແມ່ນທາງລັດຖະບານໄດ້ຕົກລົງເຫັນດີ ແລະ ຖືກຕ້ອງຕາມກົດບັດຂອງສາກົນ ທີ່ກຳນົດອະນຸຍາດຮ່ວມແຂ່ງຂັນໃນລະດັບ ຊີເກມ ແລະ ເອຊຽນ ເກມ ເຊິ່ງເປັນເຊື້ອຊາດລາວ ແຕ່ບໍ່ໄດ້ເປັນນັກກິລາທີມຊາດໃຫ້ຊາດຕ່າງໆ ແມ່ນສາມາດມາຊ່ວຍບ້ານເກີດເມືອງນອນໄດ້.

ສໍາລັບນັກກິລາ ຈໍານວນ 18 ຄົນ ປະກອບມີ:
– ທ້າວ ສະຕີເວັນ ອິນສີຊຽງໃໝ່ (Steven Insixiengmay) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ
– ນາງ ອາເຣຍນາ ເຊົາທາ ເດິຊວາເກີ (Ariana Southa Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ
– ນາງ ອາດທິດ ມາລີ ເດິຊວາເກີ (Astid Malee Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ
– ນາງ ແອງເຈລິນາ ເບວລາ ເມດຊີນາ (Angelina Bella Messina) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ
– ນາງ Clemence-June FRAZEY ນັກກິລາຢູໂດ ຈາກປະເທດຝຣັ່ງ
– ທ້າວ ເຄວນຕິນ ໄຊຊະນະ ຈອບຟຣອຍ (Quentin Saysana GEOFFROY) ນັກກິລາຟັນດາບຈາກປະເທດຝຣັ່ງ
– ທ້າວ ທີໂທ ໄຄຼ (Theo KLEIN) ນັກກິລາເຕະບານ ຈາກປະເທດຝຣັ່ງ
– ທ້າວ ໂຣມັນ ອານຸສອນ ອັງໂກດ (Roman Anousone Angot) ນັກກິລາບານເຕະຈາກປະເທດຝຣັ່ງ
– ທ້າວ ເກດແກ້ວ ພົມພອນ ຫຼື Billy Ketkeo phomphone ນັກກິລາເຕະບານຈາກປະເທດຝຣັ່ງ
– ທ້າວ Victor Saysanath Ngovinasack ນັກກິລາບານເຕະ ຈາກສະຫະລັດອາເມຣິກາ
– ທ້າວ ໄມເຄິນ ວ່າງ (Michael Vang) ນັກກິລາບານເຕະຈາກສະຫະລັດອາເມຣິກາ
– ທ້າວ ດິວລອນ ແຄມເບວ (Dillon Campbell) ນັກກິລາມວຍປໍ້າ ຈາກສະຫະລັດອາເມຣິກາ ກຳລັງປະສານງານເອົາຂໍ້ມູນປະກອບຟອມ
– ທ້າວ Walter Sarnoi OUPATHANA ນັກກິລາມວຍສາກົນ ຈາກສະຫະລັດອາເມຣິກາ ໄດ້ທຶນໂອລິມປິກສາກົນ
– ນາງ Fanny Malissa Cauchois-one ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອລິມປິກສາກົນ
– ທ້າວ ອາລິຍາ ພູນສະຫວັດ (ARIYA Phounsavath) ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອລິມປິກສາກົນ
– ທ້າວ Dimitri KYTTANASILALACK ນັກກິລາຄິກບັອກຊິງ ຈາກປະເທດຝຣັ່ງ
– ທ້າວ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ລູກຊອດ ລາວ-ໄທ. ສ່ວນອີກໜຶ່ງຄົນຍັງບໍ່ມີການເປີດເຜີຍ.






ຂອບໃຈຂໍ້ມູນຈາກ: https://bit.ly/42YN2ak
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/