ໃນໄລຍະທີ່ຜ່ານມາຫຼາຍພື້ນທີ່ໃນພາກພື້ນ ເອເຊຍຕາເວັນອອກສຽງໃຕ້ ໂດຍສະເພາະ ລາວ, ໄທ ແລະ ມຽນມາ ຕ້ອງປະເຊີນກັບໝອກຄວັນ ຝຸ່ນ PM 2.5 ຢ່າງໜັກ ເນື່ອງຈາກສະພາບອາກາດ ແລະ ການເຜົາປ່າ ເຮັດກະສິກຳ ເຊິ່ງນອກຈາກ PM 2.5 ຈະສົ່ງຜົນເສຍຕໍ່ສຸຂະພາບຂອງມະນຸດເຮົາໂດຍກົງແລ້ວ ມັນຍັງຈະສົ່ງຜົນຕໍ່ເສດຖະກິດ ແລະ ການທ່ອງທ່ຽວອີກດ້ວຍ.
ຫຼ້າສຸດ ຫຼວງພະບາງ ຖືເປັນອີກໜຶ່ງຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈາກນັກເດີນທາງທົ່ວໂລກ ແລະ ເປັນອີກໜຶ່ງແຂວງສຳຄັນໃນອຸດສາຫະກຳການທ່ອງທ່ຽວລາວ ໄດ້ສູນເສຍລູກຄ້າຜູ້ທີ່ເປັນນັກທ່ອງທ່ຽວ ແລະ ໄດ້ເພີ່ມຄວາມກັງວົນໃຫ້ກັບນັກທ່ອງທ່ຽວທີ່ກຳລັງຈະເຂົ້າມາ ຫຼັງປະເຊີນກັບໝອກຄວັນ ຝຸ່ນ PM 2.5 ຢ່າງໜັກ ໃນໄລຍະທີ່ຜ່ານມາ.
ທ່ານ Henri-Pierre Leveillard ຜູ້ຈັດການໂຮງແຮມ Sanctuary ຫຼວງພະບາງໄດ້ເປີດເຜີຍວ່າ ເມື່ອບໍ່ດົນມານີ້ ມີລູກຄ້າຜູ້ສູງອາຍຸ ໄດ້ຍົກເລີກ ແລະ ອອກຈາກໂຮງແຮມກ່ອນກຳນົດ ເນື່ອງຈາກໄດ້ຮັບຜົນກະທົບຈາກ PM 2.5

ໂດຍ Leveillard ລະບຸວ່າ: “ມີລູກຄ້າທ່ານໜຶ່ງອາຍຸປະມານ 60 ຫາ 70 ປີ ໄດ້ຈອງໂຮງແຮມເພື່ອມາທ່ອງທ່ຽວເປັນເວລາ 5 ມື້ ແຕ່ຫຼັງຈາກມາຮອດພຽງແຕ່ 3 ມື້ ພວກເຂົາກັບຍົກເລີກ ເດີນທາງອອກຈາກຫຼວງພະບາງທັນທີ”.
Leveillard ລະບຸຕື່ມວ່າ: “ນັກທ່ອງທ່ຽວໃຫ້ເຫດຜົນວ່າ ພວກເຂົາຫາຍໃຈບໍ່ອອກ ແລະ ບໍ່ສາມາດເພີດເພີນກັບທິວທັດອັນສວຍງາມຂອງນະຄອນຫຼວງພະບາງ ໄດ້ອີກຕໍ່ໄປ”. ພ້ອມທັງໃຫ້ເຫດຜົນວ່າ ພາຍໃນຫ້ອງນອນບໍ່ມີເຄື່ອງຟອກອາກາດ ທີ່ຈະສາມາດສູ້ກັບມົນລະພິດພາຍນອກໄດ້ ແລະ Leveillard ກໍຍັງໄດ້ສະແດງຄວາມກັງວົນວ່າແຂກທີ່ຈອງຫ້ອງໄປກ່ອນໜ້ານີ້ ກໍອາດມີການຍົກເລີກເຊັ່ນດຽວກັນ.

ແຕ່ຢ່າງໃດກໍຕາມ ຫຼາຍໂຮງແຮມກໍຍັງບໍ່ທັນໄດ້ປະສົບກັບບັນຫາດັ່ງກ່າວ ເຊັ່ນ ທ່ານ ຈັນມະນີ ໃຈລາ ຜູ້ບໍລິຫານ ໂຮງແຮມຫຼວງພະບາງ ວິວ ລະບຸວ່າ ຕອນນີ້ທາງໂຮງແຮມຍັງບໍ່ໄດ້ມີລາຍງານເຖິງການຍົກເລີກການຈອງໃດໆເທື່ອ ແຕ່ໝັ້ນໃຈວ່າ ໝອກຄວັນ ຝຸ່ນ PM 2.5 ທີ່ກໍາລັງປະເຊີນຢູ່ນີ້ ຈະສົ່ງຜົນກະທົບຕໍ່ນັກທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວ ຫຼວງພະບາງ ແນ່ນອນ.
ອີງຕາມການວັດແທກຄ່າດັດຊະນີຄຸນະພາບອາກາດຂອງ IQAir ເຫັນວ່າ ໃນອາທິດທີ່ຜ່ານມາ ແລະ ໃນອາທິດຕໍ່ໜ້າ ທີ່ນະຄອນຫຼວງພະບາງ ແມ່ນສາມາດວັດແທກຄ່າດັດຊະນີຄຸນະພາບອາກາດໄດ້ ທີ່ໂຊນສີແດງ ບໍ່ຕ່ຳກວ່າ 190 ເຊິ່ງເປັນອັນຕະລາຍ ຕໍ່ສຸຂະພາບຂອງຄົນທຸກເພດທຸກໄວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/