ນາຍົກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຂອງປະເທດກຳປູເຈຍ ໄດ້ເປີດເຜີຍວ່າໃນປີ 2021 ທີ່ຜ່ານມາ ເຊິ່ງເປັນການເປີດຕ້ອນຮັບປີໃໝ່ ໃນການໃຊ້ລົດໄຟຟ້າຂອງປະເທດ ໂດຍມີລົດໄຟຟ້າທີ່ຈົດທະບຽນແລ້ວ ຫຼາຍກວ່າ 700 ຄັນ ເພີ່ມຂຶ້ນ 1000% ສະທ້ອນໃຫ້ເຫັນເຖິງຂໍ້ດີຂອງການໃຊ້ລົດປະເພດນີ້ເພີ່ມຂຶ້ນ ໂດຍລັດຖະບານຍັງໄດ້ສະໜັບສະໜູນພາກເອກະຊົນ ໃນການສ້າງສະຖານີສາກໄຟຟ້າອີກພ້ອມ.

ກະຊວງໂຍທາທິການ ຈະສະໜັບສະໜູນໃຫ້ຜູ້ຄົນໃຊ້ລົດໄຟຟ້າຕໍ່ໄປ ພ້ອມສົ່ງເສີມລົດທີ່ຊ່ວຍລະງັບມົນລະພິດໄດ້ເປັນຈຳນວນຫຼາຍ ລວມໄປເຖິງມີການລົດພາສີນຳເຂົ້າລົດໄຟຟ້າ ແລະ ຄ່າເດີນທາງ ກໍຖືກກວ່າລົດທຳມະດາທົ່ວໄປ.
ນອກຈາກນີ້ ກໍໄດ້ຮ່ວມມືກັບໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ຕິດຕັ້ງສະຖານີສາກໄຟຟ້າ 4 ແຫ່ງ ໃນປະເທດກຳປູເຈຍ ແລະ ພາກເອກະຊົນ ໄດ້ສ້າງອີກ 5 ແຫ່ງ ລວມເຖິງກຳນົດນະໂຍບາຍກ່ຽວກັບລົດໄຟຟ້າ ແລະ ເຮັດວຽກຮ່ວມກັບບັນດາບໍລິສັດເອກະຊົນ ເພື່ອກຽມການຕິດຕັ້ງສະຖານີສາກໄຟຟ້າ 200 ແຫ່ງທົ່ວປະເທດ.

ຈາກການສຶກສາພົບວ່າ ມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ຍອດຂາຍລົດໄຟຟ້າເພີ່ມຂຶ້ນແບບໄວວາໃນກຳປູເຈຍ ແລະ ທົ່ວໂລກ. ໂດຍຕົ້ນທຶນຂອງເທັກໂນໂລຢີແບັດເຕີຣີລົດລົງຫຼາຍໃນປີທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ຕົ້ນທຶນຂອງການຜະລິດລົດໄຟຟ້າໜ້ອຍລົງຕາມໄປດ້ວຍ ຕະຫຼອດຈົນການໃຊ້ແບັດເຕີຣີທີ່ມີຄວາມໜາແໜ້ນຂອງພະລັງງານເພີ່ມຂຶ້ນ ລວມທັງການສູນເສຍໜ້ອຍລົງ ນຳໄປສູ່ອາຍຸທີ່ຍາວນານໃນການໃຊ້ງານ ແລະ ຄວາມໜ້າເຊື່ອຖືຂອງລົດໄຟຟ້າ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/