ສປ ຈີນ ຖືເອົາປະເທດລາວເປັນປະເທດຊຸດທຳອິດ ທີ່ສົ່ງເສີມໃຫ້ນັກທ່ອງທ່ຽວຈີນມາທ່ອງທ່ຽວ

ສປ ຈີນ

ວັນທີ 11 ມີນາ 2023, ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະເຮັດວຽກກັບ ສະຫາຍ ໜົງ ຫຼົງ ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-12 ມີນາ 2023.

ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຈີນ ໃນຄັ້ງນີ້, ເຊິ່ງຖືໄດ້ວ່າເປັນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດ. ໂດຍສະເພາະ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ, ພ້ອມທັງເປັນການ ເສີມຂະຫຍາຍການເປັນຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ຫັນເຂົ້າສູ່ລວງເລິກ ແລະ ສະໜິດແໜ້ນຂຶ້ນຕື່ມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ການໄຂກອງປະຊຸມສອງສະພາ ຂອງພັກຄອມມູນິດຈີນ ກໍຄື ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ສະພາທີ່ປຶກສາ ຈຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສປ ຈີນ

ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນ ການພົວພັນຮ່ວມມືຂອງສອງປະເທດ ໂດຍສະເພາະຂອງ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃນໄລຍະຜ່ານມາ, ລວມເຖິງປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາເປັນກ້າວໆ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ, ເຊິ່ງໄດ້ມີກົນໄກການປະສານງານນໍາກັນຢ່າງໃກ້ຊິດ ແລະ ທັນການ, ມີການພົບປະແລກປ່ຽນກັນຢ່າງເປັນປົກກະຕິ ທັງແບບເຊິ່ງໜ້າ ແລະ ທາງໄກ ອັນໄດ້ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ການພົວພັນຮ່ວມມືໃນດ້ານຕ່າງໆຂອງສອງປະເທດ ແມ່ນມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ສອງຝ່າຍເຫັນດີເປັນເອກະພາບໃນການສືບຕໍ່ຮັດແໜ້ນການພົວພັນ ລວມເຖິງການແລກປ່ຽນຮ່ວມມືໃນດ້ານຕ່າງໆ. ພິເສດ ເສັ້ນທາງລົດໄຟ ລາວ-ຈີນ ເປັນການປະສານເຊື່ອມໂຍງເຊື່ອມຈອດທີ່ສໍາຄັນ ລະຫວ່າງ ລາວ-ຈີນ ໂດຍສະເພາະ ການພົວພັນຮ່ວມ ມືດ້ານເສດຖະກິດ, ການຄ້າ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ, ລວມທັງນັກທ່ອງທ່ຽວຕ່າງປະເທດ, ເຊິ່ງສອງຝ່າຍຈະຈັດພິທີເປີດຖ້ຽວລົດໄຟ ລາວ-ຈີນ (ວຽງຈັນ-ຄຸນໝິງ) ໃນເດືອນເມສານີ້, ພ້ອມນັ້ນ ກໍຈະເລີ່ມ ເປີດເສັ້ນທາງບິນ ລາວ-ຈີນ (ຄືນໃໝ່) ໃນໄວໆນີ້.

ສອງຝ່າຍ ຍັງປຶກສາຫາລືກັນ ກ່ຽວກັບການແລກປ່ຽນຢ້ຽມຢາມຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ, ສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງສອງປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ, ລວມເຖິງການສືບຕໍ່ຊຸກຍູ້ວຽກງານກໍ່ສ້າງບຸກຄະລາກອນອຂອງກະຊວງການ ຕ່າງປະເທດລາວ ເປັນຕົ້ນ ການສ້າງພະນັກງານແປພາສາ ລາວ-ຈີນ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ວຽກງານດ້ານຄວາມປອດໄພຕາມເສັ້ນທາງລົດໄຟ ລາວ-ຈີນ, ວຽກງານໃນຂອບອາຊຽນ-ສປ ຈີນ, ວຽກງານໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ອື່ນໆ.

ສປ ຈີນ

ພ້ອມດຽວກັນນີ້, ສະຫາຍ ໜົງ ຫຼົງ ກໍໄດ້ແຈ້ງໃຫ້ຝ່າຍລາວຊາບ ເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວຄັ້ງນີ້, ເພື່ອປຶກສາຫາລືກັບຝ່າຍລາວ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນການ ຮ່ວມມື ລະຫວ່າງ ລາວ-ຈີນ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທີ່ ສປ ຈີນ ໃນທ້າຍປີແລ້ວ ນີ້ໃຫ້ມີຜົນສໍາເລັດ ແລະ ບາດກ້າວໃໝ່ ພາຍຫຼັງທີ່ສອງປະເທດໄດ້ເປີດປະເທດແລ້ວ. ພ້ອມນີ້, ຝ່າຍຈີນ ຈະເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 3, ເຊີນເຂົ້າຮ່ວມງານ EXPO ຄັ້ງທີ 20 ແລະ EXPO ສິນຄ້ານໍາເຂົ້າ; ຈະຊຸກຍູ້ນັກທ່ອງທ່ຽວຈີນມາລາວ, ຖື ລາວ ເປັນປະເທດຊຸດທໍາອິດ ທີ່ສົ່ງເສີມໃຫ້ນັກທ່ອງທ່ຽວຈີນເປັນກຸ່ມ ມາທ່ອງທ່ຽວລາວ ໃຫ້ຫຼາຍຂຶ້ນ ເພື່ອຟື້ນຟູເສດຖະກິດພາຍໃນຂອງ ສປປ ລາວ; ຈະເພີ່ມການນຳເຂົ້າຜົນຜະລິດກະສິກຳ ທີ່ມີທ່າແຮງຈາກລາວໄປຈີນ, ຍີນດີແບ່ງປັນຕະຫຼາດຈີນ ກັບຝ່າຍລາວ, ເພີ່ມການນໍາເຂົ້າຊີ້ນງົວຂອງລາວ ແລະ ອື່ນໆ, ພ້ອມຍັງສະໜັບສະໜູນການເປີດສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ເມືອງສຸງຊິ້ງ (ຈຸ່ງກິ່ງ).

ໃນໂອກາດດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ ສປປ ລາວ ຕະຫຼອດມາ ເປັນຕົ້ນ ດ້ານການແພດ, ການສຶກສາ ແລະ ອື່ນໆ, ພ້ອມທັງໄດ້ແຈ້ງໃຫ້ຝ່າຍຈີນຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຍັງໄດ້ສະເໜີຝ່າຍຈີນ ສືບຕໍ່ພິຈາລະນາອະນຸດມັດໃຫ້ນັກສຶກສາລາວ ສາມາດກັບໄປ ຮຽນຢູ່ຈີນຄືນຕາມປົກກະຕິ.

ໃນວັນດຽວກັນ, ສະຫາຍ ໜົງ ຫຼົງ ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຈີນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ, ເຊິ່ງ ພັກ ແລະ ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ໃນທ້າຍປີ 2022 ຜ່ານມາ, ເຫັນວ່າເປັນການຢ້ຽມຢາມທີ່ສໍາຄັນທີ່ສຸດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊິ່ງສອງຝ່າຍໄດ້ລົງນາມເອກະສານທີ່ມີຄວາມສໍາຄັນ ຈໍານວນ 26 ສະບັບ ລວມທັງຖະແຫຼງ ການຮ່ວມຂອງສອງປະເທດ.

ສປ ຈີນ

ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ທີ່ມີການປະສານສົມທົບກັນຢ່າງໃກ້ຊິດ, ພ້ອມທັງສະເໜີ ສອງຝ່າຍສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງ ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍລັດຖະມົນຕີການຕ່າງປະເທດ ແຫ່ງ ສປ ຈີນ ຕື່ມອີກ. ໃນຂະນະດຽວກັນ, ສະຫາຍ ໜົງ ຫຼົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ ຕີລາຄາສູງ ແລະ ສະແດງຄວາມຍິນດີໃນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມ ຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/3mLwSAJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/