ຜ່ານມາ 9 ປີແລ້ວກັບເຮືອບິນຂອງ Malaysia Airlines ຖ້ຽວບິນ MH370 ໄດ້ພາຜູ້ໂດຍສານຈຳນວນ 227 ຄົນ ພ້ອມພະນັກງານອີກ 12 ຄົນ ບິນຂຶ້ນຈາກສະໜາມບິນນານາຊາດ ກົວລາລຳເປີ ປະເທດມາເລເຊຍ ໄປສູ່ ເມືອງຫຼວງປັກກິ່ງ ປະເທດຈີນ ໄດ້ຫາຍສາບສູນໄປຈາກຈໍເຣດ້າ ແລະ ໂລກນີ້ຢ່າງປິດສະໜາ.
ຖ້າຍັງຈື່ກັນໄດ້ ໃນວັນທີ 8 ສິງຫາ ປີ 2014 ເຮືອບິນ Boeing 777 ລໍາໃຫຍ່ຂອງ Malaysia Airlines ຖ້ຽວບິນ MH370 ໄດ້ຫາຍໄປຈາກ ຈໍ ເຣດ້າ ແລະ ໃນເວລານັ້ນໄດ້ກາຍເປັນເລື່ອງໃຫຍ່ ທີ່ສະເທືອນໄປທົ່ວໂລກ. ສຳນັກຂ່າວທຸກສຳນັກທົ່ວໂລກ ເກາະຕິດສະຖານະການກັນຢ່າງໃກ້ຊິດ ແລະ ມີລາຍງານຕະຫຼອດເວລາ ດ້ວຍຄວາມຫວັງທີ່ວ່າຈະໃຫ້ MH370 ກັບຂຶ້ນມາສະແດງໃນໜ້າຈໍເຣດ້າອີກເທື່ອໜຶ່ງ ແຕ່ສຸດທ້າຍຄວາມຫວັງນັ້ນກໍບໍ່ເປັນຈິງ.

ໃນເວລາຕໍ່ມາ ລັດຖະບານ ມາເລເຊຍ ແລະ ອີກຫຼາຍປະເທດທົ່ວໂລກໄດ້ລະດົມກຳລັງຄົ້ນຫາເຮືອບິນລຳດັ່ງກ່າວ ຢ່າງຕໍ່ເນື່ອງ ພ້ອມໃຊ້ງົບປະມານຫຼາຍຮ້ອຍລ້ານໂດລາ ສົ່ງຜົນໃຫ້ກາຍເປັນປະຕິບັດການທີ່ໃຊ້ງົບປະມານໃນການຊ່ວຍເຫຼືອ ຫຼາຍທີ່ສຸດໃນປະຫວັດສາດມາເລເຊຍ. ເຖິງແມ່ນວ່າຈະເຮັດການຄົ້ນຫາເຖິງ 3 ປີ ຄອບຄຸມພື້ນທີ່ກວ່າ 1,2 ແສນ ຕາລາງກິໂລແມັດ ຕະຫຼອດຈົນມີບໍລິສັດເອກະຊົນ ເຂົ້າມາຊ່ວຍໃນປີ 2018 ແຕ່ຈົນເຖິງມື້ນີ້ ກໍຍັງບໍ່ພົບ ຊາກຂອງເຮືອບິນ ຫຼື ລາຍງານຜູ້ເສຍຊີວິດເລີຍ; ພົບພຽງແຕ່ຊິ້ນສ່ວນນ້ອຍໆ ທີ່ຖືກພັດມາຕາມຊາຍຝັ່ງຂອງອາຟຣິກາ ແລະ ຕາມເກາະຕ່າງໆ ໃນມະຫາສະໝຸດອິນເດຍ.

ຕະຫຼອດໄລຍະເວລາທີ່ຜ່ານມາ ທົ່ວໂລກໄດ້ມີການນຳເລື່ອງລາວດັ່ງກ່າວມາເປັນສາລະຄະດີ ແລະ ມີທິດສະດີສົມຄົບຄິດໄປຕ່າງໆນານາ ແຕ່ຜ່ານມາ 9 ປີ ຄວາມຈິງກໍຍັງບໍ່ປາກົດວ່າສາເຫດທີ່ແທ້ຈິງຂອງການຫາຍໄປຂອງ MH370 ແມ່ນຍ້ອນຫຍັງ ແລະ ເກືອບ 300 ຊີວິດ ໃນເຮືອບິນລຳນັ້ນເປັນແນວໃດແລ້ວ.
ໂດຍການຕິດຕໍ່ຄັ້ງສຸດທ້າຍຈາກຖ້ຽວບິນປິດສະໜານີ້ ເປັນຄຳເວົ້າຂອງນັກບິນ ທີ່ຕິດຕໍ່ມາຫາຫໍຄວບຄຸມການບິນໂດຍລະບຸວ່າ: “ສະບາຍດີຕອນແລງ ມາເລເຊຍ 370” ຈາກນັ້ນກໍບໍ່ມີໃຜໄດ້ຮັບຂໍ້ມູນຈາກຖ້ຽວບິນດັ່ງກ່າວອີກເລີຍ ຈົຍຮອດປັດຈຸບັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/