ກອງທຶນການເງິນສາກົນ (IMF) ໄດ້ສະແດງທ່າທີຂອງຕົນກ່ຽວກັບການເພີ່ມຂຶ້ນຂອງການຮັບຮອງເອົາ Crypto ໂດຍຮຽກຮ້ອງໃຫ້ປະເທດສະມາຊິກຂອງຕົນ ເຮັດວຽກຮ່ວມກັນເພື່ອຕອບສະໜອງສະຖານະການທີ່ອາດຈະທໍາລາຍລະບົບການເງິນທົ່ວໂລກ.
ໂດຍ IMF ລະບຸໃນຖະແຫຼງການວ່າການຂະຫຍາຍການນໍາໃຊ້ຊັບສິນດິຈິຕອລ ຫຼື Crypto ອາດຈະທໍາລາຍປະສິດທິພາບຂອງນະໂຍບາຍການເງິນ, ຫຼີກເວັ້ນມາດຕະການເຄື່ອນຍ້າຍເງິນທຶນ ແລະ ເພີ່ມຄວາມສ່ຽງທາງການເງິນ.

IMF ລາຍງານຕໍ່ຄະນະບໍລິຫານວ່າ: ຄະນະບໍລິຫານງານຄວນສັງເກດການ ໃນຂະນະທີ່ຜົນປະໂຫຍດທີ່ມີທ່າແຮງຂອງຊັບສິນ crypto ຍັງບໍ່ທັນເຫັນໄດ້ຊັດເຈນ ແຕ່ຄວາມສ່ຽງທີ່ສໍາຄັນໄດ້ເລີີ່ມກໍ່ຕົວຂຶ້ນແລ້ວ, crypto ບໍ່ຄວນໄດ້ຮັບສະຖານະພາບຢ່າງເປັນທາງການ ຫຼື ຮອງຮັບໃຫ້ຖືກກົດໝາຍ. ໃນຂະນະທີ່ຄະນະບໍລິຫານງານເຫັນວ່າ “ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ ຍັງບໍ່ແມ່ນທາງເລືອກທີ່ດີທີ່ສຸດ”.

ຄວາມກັງວົນຂອງ IMF ເກີດມາຈາກອິດທິພົນຂອງ Crypto ກ່ຽວກັບຄວາມໝັ້ນຄົງທາງດ້ານການເງິນ, ຄວາມສ່ຽງທາງດ້ານກົດໝາຍ, ການປົກປ້ອງຜູ້ບໍລິໂພກ ແລະ ຄວາມສົມບູນຂອງຕະຫຼາດ ແລະ ປຶກສາຫາລືກ່ຽວກັບອົງປະກອບ 9 ປະການ ທີ່ຈະສາມາດຊ່ວຍໃຫ້ປະເທດສະມາຊິກສາມາດ ພັດທະນາການຕອບສະໜອງນະໂຍບາຍທີ່ຄອບຄຸມ, ສອດຄ່ອງ ແລະ ປະສານກັນ,ໃນຂະນະທີ່ໜຶ່ງໃນຄໍາແນະນໍາປະກອບມີ: ການປະຕິບັດ ການເກັບພາສີ Crypto ທີ່ຊັດເຈນ.

IMF ຍັງໄດ້ກ່າວວ່າປະເທດສະມາຊິກອາດຈະລົດຜ່ອນຄວາມສ່ຽງຂອງ Crypto ໂດຍການເສີມສ້າງພື້ນຖານໂຄງລ່າງດິຈິຕອລໃຫ້ແຂງແຮງຂຶ້ນ ແລະ ມີທາງເລືອກອື່ນໆ ທາງດ້ານການເງິນ ແລະ ການຊຳລະເງິນຂ້າມປະເທດ.
ນອກຈາກນີ້ ຄະນະກໍາມະການບໍລິຫານຍັງໄດ້ລະບຸວ່າອົງການທາງດ້ານກົດໝາຍຄວນລະມັດລະວັງບໍ່ໃຫ້ ປິດກັ້ນນະວັດຕະກຳ ແລະ ລັດຖະບານຄວນໃຊ້ປະໂຫຍດຈາກເທັກໂນໂລຢີ Crypto ເພື່ອບັນລຸເປົ້າໝາຍນະໂຍບາຍສາທາລະນະ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/