ເຂດເສດຖະກິດໃໝ່ສີທັນດອນ ລັດຖະບານຈະເຮັດໃຫ້ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ

ເຂດເສດຖະກິດ

ໃນໂອກາດຮ່ວມເປັນປະທານໃນ ພິທີວາງສິລາລືກໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃນວັນທີ 22 ກຸມພາ 2023 ຜ່ານມາ ທີ່ເຂດພັດທະນາເສດຖະກິດໃໝ່ ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການພັດທະນາໂຄງການເບື້ອງຕົ້ນ ໃນເຂດເສດຖະກິດໃໝ່ສີທັນດອນວ່າ: ໂຄງການພັດທະນາເສດຖະກິດໃໝ່ສີທັນດອນ ນີ້ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ່ງມາດປາຖະໜາ ຂອງລັດຖະບານ ກໍຄືທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ, ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ມີຄວາມສະຫງົບ-ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທໍາ ແລະ ວັດທະນະທຳຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນານາພັນ, ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ.

ໂຄງການແຫ່ງນີ້, ຍັງເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030. ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ເຂດເສດຖະກິດ

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເປັນຕົ້ນ ແຂວງຈໍາປາສັກ ແລະ ປະຊາຊົນເມືອງໂຂງ ລວມທັງຜູ້ພັດທະນາໂຄງການ ແລະ ຜູ້ລົງທຶນ ທີ່ໄດ້ຮ່ວມມືກັນຢ່າງເປັນປຶກແຜ່ນ ເພື່ອອຳນວຍຄວາມສະດວກໃນການດຳເນີນລິເລີ່ມໂຄງການດັ່ງກ່າວນີ້. ພ້ອມທັງສະແດງຄວາມຊົມ ເຊີຍມາຍັງທຸກພາກສ່ວນທີ່ ຮັບຜິດຊອບໂຄງການ ທີ່ໄດ້ເສຍສະຫຼະ, ສຸມສະຕິປັນຍາ ແລະ ເຫື່ອແຮງ ໃນການກະກຽມ ແລະ ລິເລີ່ມໂຄງການນີ້ ຕັ້ງແຕ່ປີ 2018 ມາຮອດປະຈຸບັນ ຈົນໄດ້ຮັບຜົນສຳເລັດຈຳນວນໜຶ່ງທີ່ໜ້າຊື່ນຊົມຍິນດີເປັນກ້າວໆມາ ແລະ ຫວັງເປັນຢ່າງຍິ່ງວ່າ, ບັນດາທ່ານຈະສືບຕໍ່ປະຕິບັດວຽກງານຂອງຕົນ ຕາມພາລະບົດບາດ ເພື່ອສືບຕໍ່ປະຕິບັດໂຄງການນີ້ ໃຫ້ສຳເລັດຕາມແຜນການ ທີ່ໄດ້ກຳນົດໄວ້.

ເຂດເສດຖະກິດ

ຂອບໃຈຂໍ້ມູນຈາກ:

https://bit.ly/3KEwM81

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/