ChatGPT ປັດຍາປະດິດ ແບບ Chatbot ທີ່ກຳລັງໄດ້ຮັບຄວາມນິຍົມໃນໄລຍະນີ້ ເນື່ອງຈາກມັນສາມາດວິເຄາະ ແລະ ຄຳນວນ ສິ່ງຕ່າງໆໄດ້ເກືອບຄືກັບມະນຸດເຮົາ ແລະ ຫຼ້າສຸດ ChatGPT ໄດ້ປະເມີນວ່າ ອີລອນ ມັສ (Elon Musk) ມະຫາເສດຖີອັນດັບຕົ້ນໆຂອງໂລກ ຜູ້ທີ່ມັກສ້າງຄວາມຕື່ນເຕັ້ນ ແລະ ກະແສຕ່າງໆ ໃນໂລກອອນລາຍຢູ່ເລື້ອຍໆນັ້ນ ເປັນໜຶ່ງບຸກຄົນທີ່ສາມາດສ້າງຄວາມຄິດເຫັນຕ່າງກັນໃນສັງຄົມ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດ.
ວັນທີ 19 ກຸມພານີ້ ອີສັກ ລັດເທີເຣວ (Isaac Latterell) ນັກການເມືອງອາເມຣິກາ ໄດ້ໂພດຮູບພາບຂອງການສົນທະນາລະຫວ່າງລາວ ແລະ ChatGPT ໃນ Twitter ສ່ວນຕົວຂອງລາວ, ໂດຍລາວໄດ້ຖາມ ChatGPT ໃຫ້ລະບຸລາຍຊື່ບຸກຄົນສາທາລະນະ ທີ່ສາມາດສ້າງຄວາມຄິດເຫັນທີ່ແຕກຕ່າງກັນໃນສັງຄົມເປັນປະຈໍາ ແລະ ຄົນເຫຼົ່ານີ້ຄວນໄດ້ຮັບການປິ່ນປົວ “ພິເສດ” ຫຼືບໍ່.

ໂດຍຜົນປາກົດວ່າ Elon Musk ຖືກລະບຸວ່າເປັນໜຶ່ງໃນບຸກຄົນສາທາລະນະທີ່ສາມາດ ສ້າງຄວາມຂັດແຍ້ງທາງສັງຄົມໄດ້ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດເຊັ່ນດຽວກັນກັບຄົນທີ່ມີຊື່ສຽງອື່ນໆເຊັ່ນ ທ່ານ ໂດນັລ ທຣຳ, ອະດີດປະທານາທິບໍດີສະຫະລັດອາເມຣິກາ ທີ່ຕອນນັ້ນສ້າງຊື່ສຽງ ຈາກນະໂຍບາຍ American First ຫຼື ກໍາແພງ ທີ່ສ້າງຂຶ້ນລະຫວ່າງເມັກຊິໂກ ແລະ ສະຫະລັດອາເມຣິກາ.

ນອກຈາກນີ້ກໍຍັງມີປະທານາທິບໍດີຣັດເຊຍ ທ່ານ ວາຣາດິເມຍ ປູຕິນ; ປະທານປະເທດຈີນ ທ່ານ ສີຈິ້ນຜິງ; ປະທານາທິບໍດີເກົາຫຼີເໜືອ ທ່ານ ຄິມ ຈອງອຶນ, ຫຼື ຄານເຢ ເວສ ແລະ ຄິມ ຄາດິຊຽນ ສອງຄົນດັງທີ່ໄດ້ໂຕ້ຖຽງກັນໃນອຸດສາຫະກໍາ Crypto ໃນໄລຍະຜ່ານມາ.
ນອກເໜືອໄປຈາກການຊີ້ໃຫ້ເຫັນວ່າ Musk ເປັນໜຶ່ງໃນບຸກຄົນສາທາລະນະທີ່ສາມາດ ສ້າງຄວາມຂັດແຍ້ງທາງສັງຄົມໄດ້ ແລະ ຄວນໄດ້ຮັບການປະຕິບັດນຳເປັນພິເສດແລ້ວChatGPT ຍັງສາມາດຊີ້ໃຫ້ເຫັນວ່າບຸກຄົນສາທາລະນະກຸ່ມນັ້ນ ສາມາດມີບັນຫາກັບຄົນກຸ່ມໃດໄດ້ແດ່. ເຊິ່ງ Elon Mask ຖືກລະບຸວ່າອາດມີບັນຫາກັບນັກສິ່ງແວດລ້ອມ, ແຕ່ຈະເປັນມິດກັບຜູ້ທີ່ມີຄວາມສົນໃຈທາງດ້ານເທັກໂນໂລຢີ, ແລະ ຖືກລະບຸວ່າມີຄວາມສໍາຄັນໃນສັງຄົມເຖິງ 8 ໃນ 10.

ສໍາລັບເລື່ອງນີ້, ອີລອນ ມັສ ພຽງແຕ່ຕອບກັບ ດ້ວຍເຄື່ອງໝາຍ “!!” ເທົ່ານັ້ນ ແລະ ຍັງບໍໄດ້ສະແດງຄວາມຄິດເຫັນເພີ່ມຕື່ມໃດໆ
ອີສັກ ລັດເທີເຣວ ໄດ້ກ່າວວ່າ: “ຜົນທີ່ໄດ້ຮັບເຫຼົ່ານີ້ອາດມາຈາກຂໍ້ມູນຕາມແຫຼ່ງຂໍ້ມູນຕ່າງໆ ໃນອິນເຕີເນັດ, ສະແດງວ່າ ມຸມມອງຕ່າງໆ ທາງການເມືອງ ຫຼື ເລື່ອງທີ່ລະອຽດອ່ອນ ທີ່ສະທ້ອນອອກມານີ້ ກໍມາຈາກ ສື່ກະແສຫຼັກຂອງໂລກ ຢູ່ຄືເກົ່າ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/