ເຊື່ອວ່າ ຫຼາຍຄົນຄົງຈະມີອາການຫຼົງໆລືມໆ ແຕ່ກໍບໍ່ໄດ້ສົນໃຈ ແລະ ຄິດວ່າ ໂຣກ Alzheimer (Alzheimer’s Disease) ຫຼື ໂຣກສະໝອງເສື່ອມ ຈະພົບເຫັນໄດ້ແຕ່ຜູ້ສູງອາຍຸເທົ່ານັ້ນ. ແຕ່ເມື່ອບໍ່ດົນມານີ້, ຊາຍຊາວຈີນອາຍຸ 19 ປີຄົນໜຶ່ງໄດ້ຖືກກວດພົບວ່າເປັນໂຣກສະໝອງເສື່ອມ ເຊິ່ງເຮັດໃຫ້ລາວກາຍເປັນຄົນທີ່ອາຍຸນ້ອຍທີ່ສຸດໃນໂລກທີ່ປະສົບກັບໂຣກນີ້
ຊາຍໜຸ່ມຄົນນີ້ ລາວເລີ່ມມີຄວາມຈຳເສື່ອມຕອນອາຍຸ 17 ປີ ເພາະວ່າລາວເລີ່ມສູນເສຍສະມາທິໃນຫ້ອງຮຽນ ແລະ ຫຼາຍຄັ້ງທີ່ລາວບໍ່ຈື່ເຫດການໃນມື້ວານນີ້ໄດ້ ເຊິ່ງອາການຂອງລາວກໍຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງ ຈົນບໍ່ສາມາດຮຽນຈົບມັດທະຍົມໃນທີ່ສຸດ.
ລາວໄດ້ເຂົ້າພົບແພດ ແລະ ຜ່ານການສະແກນຂອງລາວ ພົບວ່າສະໝອງໃນສ່ວນຂອງ hippocampus ພາກສ່ວນທີ່ກ່ຽວຂ້ອງກັບຄວາມຊົງຈໍານັ້ນ ມີການຫົດຕົວລົງ ແລະ ນໍ້າໄຂສັນຫຼັງຂອງລາວຍັງບົ່ງບອກວ່າ ລາວມີພາວະສະໝອງເສື່ອມຢ່າງແນ່ນອນ.
ຢ່າງໃດກໍຕາມ, ໂຣກດັ່ງກ່າວ ຫຼາຍຄົນມັກຈະຄິດວ່າພຽງແຕ່ເປັນໂຣກຂອງຜູ້ສູງອາຍຸ. ແຕ່ຄວາມຈິງແລ້ວ, ຄົນອາຍຸຕໍ່າກວ່າ 65 ປີສາມາດເກີດອາການຂອງໂຣກນີ້ໄດ້ ເຊິ່ງຄິດເປັນ 10% ຂອງການວິໄຈທັງໝົດ.

ນອກຈາກນັ້ນ, ຜູ້ທີ່ມີອາຍຸຕ່ຳກວ່າ 30 ປີກໍສາມາດເປັນໂຣກນີ້ໄດ້ເຊັ່ນກັນ. ສາເຫດມາຈາກການກາຍພັນທາງເຊື້ອພະຍາດ ເຊິ່ງຖືກຈັດຢູ່ໃນກຸ່ມຂອງພະຍາດ ອັນໄຊເມີ ໃນຄອບຄົວ (Familial Alzheimer Disease) ເທົ່າກັບວ່າ, ເຖິງວ່າຈະເປັນໄວໜຸ່ມ ແຕ່ກໍມີໂອກາດທີ່ຈະເປັນພະຍາດນີ້ຄືກັນ ຖ້າຫາກວ່າພວກເຮົາມີເຊື້ອທີ່ຜິດປົກກະຕິ ທີ່ຖືກສົ່ງຕໍ່ມາຈາກກຳມະພັນ ເຊິ່ງກ່ຽວຂ້ອງກັບຄວາມຊົງຈໍາໃນຮ່າງກາຍ.
ຢ່າງໃດກໍຕາມ, ນັກຄົ້ນຄວ້າບໍ່ສາມາດຊອກຫາສະມາຊິກຄອບຄົວຂອງຊາຍອາຍຸ 19 ປີທີ່ມີປະຫວັດຂອງໂຣກສະໝອງເສື່ອມໄດ້ ເຮັດໃຫ້ສາເຫດການເກີດພະຍາດຂອງລາວ ແມ່ນອາດຈະບໍ່ກ່ຽວຂ້ອງກັບການກາຍພັນຂອງເຊື້ອທີ່ຖືກສົ່ງຕໍ່ມາຈາກກຳມະພັນຂອງຄົນໃນຄອບຄົວ.

ຫຼັງຈາກການກວດສອບຢ່າງລະອຽດໂດຍທີມງານແພດ ບໍ່ພົບການຕິດເຊື້ອ ຫຼື ການບາດເຈັບທີ່ຫົວທີ່ອາດຈະເປັນສາເຫດຂອງຄວາມຊົງຈໍາຂອງລາວລົດລົງ. ສະນັ້ນໃນປັດຈຸບັນ ທ່ານໝໍຍັງບໍ່ຮູ້ວ່າເປັນຫຍັງຜູ້ຊາຍໄວ 19 ປີຈຶ່ງເປັນໂຣກນີ້.
ທ່ານໝໍຜູ້ດູແລຄົນເຈັບກ່າວວ່າ: “ພວກເຮົາຕ້ອງໄດ້ຕິດຕາມຊາຍໜຸ່ມຄົນນີ້ເປັນໄລຍະຍາວ ເພາະຄວາມເຈັບປ່ວຍຂອງລາວ ເຮັດໃຫ້ວົງການແພດຕ້ອງເຮັດຄວາມເຂົ້າໃຈກ່ຽວກັບໂຣກສະໝອງເສື່ອມໃໝ່ໝົດ”.

“ຄົນເຈັບມີອາການສະໝອງເສື່ອມ ໄວຫຼາຍ ເຖິງແມ່ນວ່າຢູ່ໃນໄວໜຸ່ມ ແລະ ບໍ່ພົບເຫັນກຳມະພັນທີ່ກາຍພັນອີກ. ນີ້ສະແດງໃຫ້ເຫັນວ່າໂຣກນີ້ ມີຄວາມຊັບຊ້ອນຫຼາຍກວ່າທີ່ພວກເຮົາຄິດ,”
ຄວາມພະຍາຍາມຄົ້ນຫາຄວາມສັບສົນຂອງໂຣກສະໝອງເສື່ອມໃນຄົນເຈັບໄວໜຸ່ມ ອາດຈະກາຍເປັນໜຶ່ງໃນພາລະກິດທາງການແພດ ແລະ ວິທະຍາສາດທີ່ທ້າທາຍທີ່ສຸດໃນໂລກ ໃນອະນາຄົດກໍເປັນໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/