ບໍ່ໄດ້ມີແຕ່ຜູ້ເຖົ້າ! ຊາຍຊາວຈີນ ອາຍຸພຽງ 19 ປີ ຖືກພົບເປັນໂຣກສະໝອງເສື່ອມ ແລະ ແພດຍັງບໍ່ຮູ້ສາເຫດທີ່ແທ້ຈິງ

ຊາຍຊາວຈີນ

ເຊື່ອວ່າ ຫຼາຍຄົນຄົງຈະມີອາການຫຼົງໆລືມໆ ແຕ່ກໍບໍ່ໄດ້ສົນໃຈ ແລະ ຄິດວ່າ ໂຣກ Alzheimer (Alzheimer’s Disease) ຫຼື ໂຣກສະໝອງເສື່ອມ ຈະພົບເຫັນໄດ້ແຕ່ຜູ້ສູງອາຍຸເທົ່ານັ້ນ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້, ຊາຍ​ຊາວ​ຈີນ​ອາຍຸ 19 ປີ​ຄົນ​ໜຶ່ງ​ໄດ້​ຖືກ​ກວດ​ພົບ​ວ່າ​ເປັນ​ໂຣກສະໝອງເສື່ອມ ເຊິ່ງເຮັດ​ໃຫ້​ລາວ​ກາຍ​ເປັນ​ຄົນ​ທີ່ອາຍຸ​ນ້ອຍ​ທີ່​ສຸດ​ໃນ​ໂລກ​ທີ່​ປະສົບ​ກັບ​ໂຣກນີ້

ຊາຍໜຸ່ມຄົນນີ້ ລາວເລີ່ມມີຄວາມຈຳເສື່ອມຕອນອາຍຸ 17 ປີ ເພາະວ່າລາວເລີ່ມສູນເສຍສະມາທິໃນຫ້ອງຮຽນ ແລະ ຫຼາຍຄັ້ງທີ່ລາວບໍ່ຈື່ເຫດການໃນມື້ວານນີ້ໄດ້ ເຊິ່ງອາການຂອງລາວກໍຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງ ຈົນບໍ່ສາມາດຮຽນຈົບມັດທະຍົມໃນທີ່ສຸດ.

ລາວໄດ້ເຂົ້າພົບແພດ ແລະ ຜ່ານການສະແກນຂອງລາວ ພົບວ່າສະໝອງໃນສ່ວນຂອງ hippocampus ພາກສ່ວນທີ່ກ່ຽວຂ້ອງກັບຄວາມຊົງຈໍານັ້ນ ມີການຫົດຕົວລົງ ແລະ ນໍ້າໄຂສັນຫຼັງຂອງລາວຍັງບົ່ງບອກວ່າ ລາວມີພາວະສະໝອງເສື່ອມຢ່າງແນ່ນອນ.

ຢ່າງໃດກໍຕາມ, ໂຣກດັ່ງກ່າວ ຫຼາຍຄົນມັກຈະຄິດວ່າພຽງແຕ່ເປັນໂຣກຂອງຜູ້ສູງອາຍຸ. ແຕ່ຄວາມຈິງແລ້ວ, ຄົນອາຍຸຕໍ່າກວ່າ 65 ປີສາມາດເກີດອາການຂອງໂຣກນີ້ໄດ້ ເຊິ່ງຄິດເປັນ 10% ຂອງການວິໄຈທັງໝົດ.

ຊາຍຊາວຈີນ

ນອກຈາກນັ້ນ, ຜູ້ທີ່ມີອາຍຸຕ່ຳກວ່າ 30 ປີກໍສາມາດເປັນໂຣກນີ້ໄດ້ເຊັ່ນກັນ. ສາເຫດມາຈາກການກາຍພັນທາງເຊື້ອພະຍາດ ເຊິ່ງຖືກຈັດຢູ່ໃນກຸ່ມຂອງພະຍາດ ອັນໄຊເມີ ໃນຄອບຄົວ (Familial Alzheimer Disease) ເທົ່າກັບວ່າ, ເຖິງວ່າຈະເປັນໄວໜຸ່ມ ແຕ່ກໍມີໂອກາດທີ່ຈະເປັນພະຍາດນີ້ຄືກັນ ຖ້າ​ຫາກ​ວ່າ​ພວກ​ເຮົາ​ມີ​ເຊື້ອ​ທີ່​ຜິດ​ປົກ​ກະ​ຕິ​ ທີ່ຖືກສົ່ງຕໍ່ມາຈາກກຳມະພັນ ເຊິ່ງກ່ຽວຂ້ອງກັບຄວາມຊົງຈໍາໃນຮ່າງກາຍ.

ຢ່າງໃດກໍຕາມ, ນັກຄົ້ນຄວ້າບໍ່ສາມາດຊອກຫາສະມາຊິກຄອບຄົວຂອງຊາຍອາຍຸ 19 ປີທີ່ມີປະຫວັດຂອງໂຣກສະໝອງເສື່ອມໄດ້ ເຮັດໃຫ້ສາເຫດການເກີດພະຍາດຂອງລາວ ແມ່ນອາດຈະບໍ່ກ່ຽວຂ້ອງກັບການກາຍພັນຂອງເຊື້ອທີ່ຖືກສົ່ງຕໍ່ມາຈາກກຳມະພັນຂອງຄົນໃນຄອບຄົວ.

ຊາຍຊາວຈີນ

ຫຼັງຈາກການກວດສອບຢ່າງລະອຽດໂດຍທີມງານແພດ ບໍ່ພົບການຕິດເຊື້ອ ຫຼື ການບາດເຈັບທີ່ຫົວທີ່ອາດຈະເປັນສາເຫດຂອງຄວາມຊົງຈໍາຂອງລາວລົດລົງ. ສະນັ້ນໃນປັດຈຸບັນ ທ່ານ​ໝໍ​ຍັງ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ຜູ້​ຊາຍ​ໄວ 19 ປີ​ຈຶ່ງ​ເປັນ​ໂຣກນີ້.

ທ່ານ​ໝໍ​ຜູ້​ດູ​ແລ​ຄົນ​ເຈັບ​ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ໄດ້​ຕິດ​ຕາມ​ຊາຍ​ໜຸ່ມ​ຄົນ​ນີ້​ເປັນ​ໄລ​ຍະ​ຍາວ ເພາະ​ຄວາມ​ເຈັບ​ປ່ວຍ​ຂອງ​ລາວ ເຮັດໃຫ້ວົງການແພດຕ້ອງເຮັດຄວາມເຂົ້າໃຈກ່ຽວກັບໂຣກສະໝອງເສື່ອມໃໝ່ໝົດ”.

ຊາຍຊາວຈີນ

“ຄົນເຈັບມີອາການສະໝອງເສື່ອມ ໄວຫຼາຍ ເຖິງແມ່ນວ່າຢູ່ໃນໄວໜຸ່ມ ແລະ ບໍ່ພົບເຫັນກຳມະພັນທີ່ກາຍພັນອີກ. ນີ້ສະແດງໃຫ້ເຫັນວ່າໂຣກນີ້ ມີຄວາມຊັບຊ້ອນຫຼາຍກວ່າທີ່ພວກເຮົາຄິດ,”

ຄວາມພະຍາຍາມຄົ້ນຫາຄວາມສັບສົນຂອງໂຣກສະໝອງເສື່ອມໃນຄົນເຈັບໄວໜຸ່ມ ອາດຈະກາຍເປັນໜຶ່ງໃນພາລະກິດທາງການແພດ ແລະ ວິທະຍາສາດທີ່ທ້າທາຍທີ່ສຸດໃນໂລກ ໃນອະນາຄົດກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/