ມາຮອດປັດຈຸບັນ ຂໍ້ຂັດແຍ້ງລະຫວ່າງຣັດເຊຍ ແລະ ຢູເຄຣນ ດຳເນີນມາແລ້ວເປັນເວລາເກືອບຮອດ 1 ປີ ແຕ່ຍັງບໍ່ມີທ່າທີວ່າທັງສອງຈະມານັ່ງໂຕະເຈລະຈາກັນໄດ້ເລີຍ ແລະ ຫຼ້າສຸດ ທາງ ສະຫະລັດອາເມຣິກາ ແລະ NATO ໄດ້ຮ່ວມກັນສົ່ງລົດຖັງ ສະມັດຖະພາບສູງ ໃຫ້ກັບທາງຢູເຄຣນ ໂດຍຣັດເຊຍເບິ່ງວ່າ ນີ້ອາດເປັນການຍົກລະດັບສົງຄາມຂຶ້ນໄປເປັນອີກຂັ້ນໜຶ່ງ.

ໂດຍເມື່ອວັນທີ 25 ມັງກອນທີ່ຜ່ານມາ ທາງ ສະຫະລັດ ອາເມຣິກາ ແລະ ເຢຍລະມັນ ໄດ້ອອກຖະແຫຼງການ ພ້ອມສົ່ງລົດຖັງຂອງຕົນເອງໃຫ້ແກ່ຢູເຄຣນ ເພື່ອໂຕ້ຕອບ ໃນສະໜາມຮົບກັບ ຣັດເຊຍ ໂດຍປັດຈຸບັນ ມີ 5 ປະເທດ ທີ່ຢືນຢັນແນ່ນອນແລ້ວ ວ່າຈະເຮັດການສົ່ງມອບລົດຖັງໃຫ້ກັບຢູເຄຣນ ເຊິ່ງປະກອບມີ: ສະຫະລັດອາເມຣິກາ, ເຢຍລະມັນ, ອັງກິດ, ໂປແລນ ແລະ ສະເປນ. ສ່ວນ ນໍເວ, ຟິນແລນ, ເນເທີແລນ ແລະ ຝຣັ່ງ ແມ່ນກຳລັງຢູ່ໃນລະຫວ່າງຂັ້ນຕອນການເຈລະຈາ.

ພາຍຫຼັງການເຄື່ອນໄຫວດັ່ງກ່າວ ດິມິຕີ້ ເປສຄອຟ ໂຄສົກລັດຖະບານຣັດເຊຍ ໄດ້ອອກມາຕອບໂຕ້ທັນທີວ່າ: “ມີຖະແຫຼງການຈາກຊາດ ຢູໂຣບ ແລະ ສະຫະລັດອາເມຣິກາ ອອກມາຢ່າງຕໍເນື່ອງ ວ່າການສົ່ງຄວາມຊ່ວຍເຫຼືອຕ່າງໆ ລວມທັງອາວຸດ ໃຫ້ກັບຢູເຄຣນ ນັ້ນບໍ່ແມ່ນຂໍ້ຊີ້ວັດ ວ່າ ຊາດເຫຼົ່ານີ້ຕ້ອງການຮ່ວມສົງຄາມ ແຕ່ທາງຣັດເຊຍເຮົາບໍ່ເຫັນດີກັບສິ່ງນີ້ຢ່າງເດັດຂາດ ສຳລັບເຮົາແລ້ວເບິ່ງວ່າ ທຸກຢ່າງທີ່ຊາດເຫຼົ່ານີ້ເຮັດ ແມ່ນມີສ່ວນຮ່ວມກັບຄວາມຂັດແຍ້ງ ແລະ ເຮົາກຳລັງເບິ່ງວ່າການມີສ່ວນຮ່ວມນັ້ນກຳລັງເພີ່ມຂຶ້ນເລື້ອຍໆ”.

ໂດຍທີ່ຜ່ານມາ ທາງສະຫະລັດອາເມຣິກາ ແລະ ນາໂຕ້ ແມ່ນມີຄວາມກັງວົນມາຕະຫຼອດກັບການສົ່ງອາວຸດທີ່ມີຄວາມສາມາດທຳລາຍລ້າງສູງ ໃຫ້ກັບທາງ ຢູເຄຣນ ເພາະຢ້ານວ່າ ຈະເປັນການສົ່ງຜົນໃຫ້ຣັດເຊຍ ເປີດສາກ ເຮັດສົງຄາມເຮັດສົງຄາມທີ່ຮຸນແຮງຂຶ້ນ ແລະ ຂະຫຍາຍວົງຂອງສົງຄາມໃຫ້ກວ້າງຂຶ້ນ.
ເຊີເກ ຄາຣາການອຟ ອະດີດທີ່ປຶກສາຂອງ ປະທານາທິບໍດີ ປູຕິນ ອອກມາເປີດເຜີຍວ່າ ການສົ່ງມອບອາວຸດຂອງບັນດາຊາດຈາກ ນາໂຕ້ ຄັ້ງນີ້ ອາດສົ່ງຜົນໃຫ້ ຣັດເຊຍຕອບໂຕ້ ໂດຍກົງກັບບັນດາຊາດເຫຼົ່ານີ້.

ໂດຍ ຄາຣາການອຟ ລະບຸວ່າ: “ການສົ່ງລົດຖັງໃຫ້ກັບ ຢູເຄຣນ ເຮັດໃຫ້ NATO ເລີ່ມມີສ່ວນຮ່ວມກັບສົງຄາມຢ່າງເປີດເຜີຍຫຼາຍຂຶ້ນ ແລະ ສິ່ງເຫຼົ່ານີ້ອາດເຮັດໃຫ້ພວກເຂົາຕົກເປັນເປົ້າໝາຍຂອງຣັດເຊຍ”.
ນອກຈາກນີ້ ທາງຜູ້ນຳສູງສຸດຂອງ ຢູເຄຣນ ຍັງໄດ້ຖະແຫຼງການຂໍໃຫ້ບັນດາຊາດພັນທະມິດ ສົ່ງມອບອາວຸດມາເພີ່ມຕື່ມອີກ ໂດຍສະເພາະ ລູກສອນໄຟ ໄລຍະໄກ ແລະ ເຮືອບິນສູ້ຮົບ ເພື່ອເພີ່ມຂີດຄວາມສາມາດຂອງກອງທັບ ໃນການຂັບໄລ່ ຣັດເຊຍອອກຈາກດິນແດນໃຫ້ໄວທີ່ສຸດ.
ເຊິ່ງຫຼາຍຝ່າຍເບິ່ງວ່າ ການເຄື່ອນໄຫວທັງໝົດນີ້ ອາດເປັນຕົວກະຕຸ້ນສຳຄັນ ໃນການເພີ່ມທະວີຄວາມຮຸນແຮງໃນສົງຄາມ ແລະ ນຳໄປສູ່ສົງຄາມທີ່ມີຂະໜາດໃຫຍ່ຂຶ້ນກວ່າເກົ່າ ນັ້ນກໍຄືສົງຄາມລະຫວ່າງ ຣັດເຊຍ ແລະ ຊາດຕາເວັນຕົກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/