ອົງການ UNESCO ກຽມຮອງຮັບເອົາ ບຸນສົງການ ຂອງປະເທດໄທ ຂຶ້ນເປັນ “ມໍລະດົກພູມປັນຍາທາງວັດທະນະທຳ” ຂອງໂລກ

ບຸນສົງການ

ອົງການ ເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງຊາດ ຫຼື UNESCO ໄດ້ອະນຸມັດໃຫ້ “ບຸນສົງການໄທ” (Songkran in Thailand, traditional Thai New Year festival) ເຂົ້າໃນບັນຊີ ເພື່ອພິຈາລະນາໃຫ້ຂຶ້ນທະບຽນເປັນ “ມໍລະດົກພູມປັນຍາທາງວັດທະນະທຳ” ຫຼື ວ່າ Intangible Cultural Heritage – ICH ໃນປີ 2023 ນີ້.

ບຸນສົງການ

ກ່ອນໜ້ານີ້ໄທ ໄດ້ມີວັດທະນະທຳ ທີ່ຖືກ UNESCO ຮອງຮັບເອົາເປັນ “ມໍລະດົກພູມປັນຍາທາງວັດທະນະທຳ” ຂອງໂລກ ແລ້ວ 3 ຢ່າງປະກອບມີ: ການເຕັ້ນໂຂນ ຖືກຮອງຮັບເອົາໃນປີ 2018, ນວດໄທ ໃນປີ 2019 ແລະ ການລຳໂນຣາທາງພາກໃຕ້ ໃນປີ 2021.

ບຸນສົງການ

ໂດຍ ມໍລະດົກພູມປັນຍາທາງວັດທະນະທຳ ຂອງອົງການ UNESCO ແມ່ນຈະໃຊ້ເອີ້ນ ສິ່ງທີ່ເປັນປະເພນີ ຫຼື ວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້ ຂອງປະເທດນັ້ນໆ ຫຼື ໃນພາກພື້ນນັ້ນໆ ແຕກຕ່າງຈາກໝວດໝູ່ ມໍລະດົກໂລກ ຫຼື (World Heritage site) ທີ່ໃຊ້ເອີ້ນສິ່ງທີ່ເປັນສະຖານທີ່ ຫຼື ວັດຖຸບູຮານ ທີ່ສາມາດຈັບຕ້ອງໄດ້ ເຊັ່ນ: ຫຼວງພະບາງເມືອງມໍລະດົກໂລກ, ວັດພູຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/