CBDC (Central Bank Digital Currency) ເເມ່ນສະກຸນເງິນດິຈິຕອລທີ່ອອກໂດຍທະນາຄານກາງຂອງປະເທດນັ້ນໆ, ເຊິ່ງມີຄຸນສົມບັດບໍ່ຕ່າງຫຍັງຈາກທະນະບັດທີ່ພວກເຮົາໃຊ້ກັນຢູ່ ພຽງເເຕ່ຢູ່ໃນຮູບເເບບດິຈິຕອລ, ມັນສາມາດໃຊ້ເພື່ອຊຳລະສິນຄ້າ ເເລະ ການບໍລິການອື່ນໆໄດ້ຢ່າງຖືກຕ້ອງຕາມກົດໝາຍ.
ໃນຫຼາຍປະເທດ CBDC ຖືກສ້າງຂຶ້ນຈາກເທັກໂນໂລຢີ Blockchain ເພື່ອເພີ່ມຄວາມໂປ່ງໃສ, ສາມາດກວດສອບໄດ້ ເເລະ ສະດວກວ່ອງໄວໃນການເຮັດທຸລະກຳ ເຊິ່ງສາມາດປຽບທຽບໄດ້ກັບ Stablecoin ທີ່ອອກໂດຍທະນາຄານກາງ, ເເຕ່ CBDC ໃນບາງປະເທດກໍບໍ່ໄດ້ຖືກສ້າງໃນ Blockchain.

CBDC ສ່ວນໃຫຍ່ທີ່ເຮັດວຽກໃນ blockchain ຈະເປັນລະບົບສ່ວນຕົວ (Private Blockchain) ຂອງທະນາຄານກາງເອງ. ນີ້ໝາຍຄວາມວ່າທະນາຄານກາງ ຫຼື ລັດຖະບານມີສິດອໍານາດໃນການກວດສອບ ແລະ ຄວບຄຸມ CBDC ຂອງຕົນເອງໃນລະດັບໜຶ່ງ.
- CBDC ເເຕກຕ່າງຈາກ Cryptocurrency ເເລະ Stablecoin ເເນວໃດ?
ຄວາມແຕກຕ່າງຫຼັກໆເເມ່ນ “ຜູ້ອອກໃຊ້” ແລະ “ຄຸນສົມບັດຂອງຄວາມເປັນເງິນ”, ໂດຍ CBDC ທີ່ອອກໂດຍ “ທະນາຄານກາງ” ຂອງແຕ່ລະປະເທດ ແລະ ຄວາມໃກ້ຄຽງຂອງການເປັນເງິນຢ່າງສົມບູນເເບບຄື:
1) ເປັນສື່ກາງຂອງການແລກປ່ຽນ ແລະ ສາມາດຊໍາລະໜີ້ຕາມກົດໝາຍ.
2) ເປັນທີ່ເກັບຮັກສາມູນຄ່າ ເເລະ ມີມູນຄ່າທີ່ໝັ້ນຄົງ.
3) ເປັນຫົວໜ່ວຍວັດແທກມູນຄ່າຂອງສິນຄ້າ ແລະ ການບໍລິການ.

ໃນທາງກົງກັນຂ້າມ Cryptocurrency ເຊັ່ນ Bitcoin ແມ່ນຊັບສິນດິຈິຕອລທີ່ສ້າງຂຶ້ນດ້ວຍ “ເທັກໂນໂລຍີ Blockchain” ໂດຍຈຸດປະສົງເພື່ອເປັນສື່ກາງຂອງການແລກປ່ຽນແທນທີ່ຈະເປັນສະກຸນເງິນປົກກະຕິ. ແຕ່ບໍ່ແມ່ນຢູ່ໃນຄຸນສົມບັດທາງດ້ານການເງິນ ແລະ ບໍ່ມີກົດໝາຍທີ່ຮອງຮັບໃນການຊໍາລະໜີ້ສິນຕາມກົດຫມາຍ. ໃນຂະນະທີ່ stabilitycoins ເຊັ່ນ Libra ແມ່ນຄ້າຍຄືກັນກັບ Cryptocurrency ພວກມັນຖືກສ້າງຂຶ້ນໂດຍເທັກໂນໂລຍີ blockchain ແລະ ຍັງບໍ່ມີກົດໝາຍຮອງຮັບການໃນຊໍາລະໜີ້ຕາມກົດໝາຍເຊັ່ນດຽວກັນກັບ Cryptocurrency, ແຕ່ Stablecoin ມີສະກຸນເງິນ fiat, ຫຼັກຊັບ ຫຼື ຊັບສິນ (ເຊັ່ນ: ທອງຄໍາ) ຄ້ຳປະກັນໃຫ້ມູນຄ່າຄົງທີ່ ເເຕ່ເຖິງຢ່າງນັ້ນມັນກໍຍັງມີມູນຄ່າລົດລົງເປັນບາງເວລາ.
- CBDC ມີໄວ້ເພື່ອຫຍັງ? ເເລະ ຂໍ້ດີທີ່ສັງເກດເຫັນໄດ້.
ເເນວຄວາມຄິດຂອງ CBDC ແມ່ນມີໄວ້ເພື່ອຈະຍົກລະດັບການເຮັດທຸລະກຳໃນລະບົບພາຍໃນທະນາຄານ ຫຼື ການໂອນຄື Cross-border Payment , ແຕ່ດ້ວຍເທັກໂນໂລຢີນັ້ນທີ່ມີປະສິດທິຜົນ ແລະ ປະຢັດຄ່າໃຊ້ຈ່າຍ. ນີ້ນໍາໄປສູ່ຄວາມຄິດທີ່ວ່າ CBDC ອາດຈະບໍ່ພຽງແຕ່ນຳໃຊ້ຢູ່ໃນທະນາຄານເທົ່ານັ້ນ, ແຕ່ຍັງລວມເຖິງປະຊາຊົນທົ່ວໄປທີ່ອາດຈະໄດ້ໃຊ້ CBDC ເຊັ່ນກັນ.
ທັງນີ້ກໍແມ່ນຍ້ອນຄວາມຕ້ອງການທີ່ຈະສ້າງພື້ນຖານທາງດ້ານການເງິນໃຫ້ມີການຍົກລະດັບປະເທດທີ່ພັດທະນາທາງດ້ານ Mobile Payment ຈົນກາຍເປັນ Cashless Society ເຊັ່ນ: ຈີນ ຫຼື ສະວີເດນ, ນັ້ນມີການໃຊ້ຈ່າຍເງິນສົດທີ່ໜ້ອຍລົງເລື້ອຍໆ ເຮັດໃຫ້ເກີດການຊຸກຍູ້ໃນການນຳໃຊ້ທີ່ສະດວກນີ້ຂຶ້ນມາ.
- ສໍາລັບຂໍ້່ດີຂອງ CBDC , ນັ້ນຄືການເຮັດທຸລະກໍາທີ່ວ່ອງໄວ, ມີຄວາມຫົດຢືດ ແລະ ລາຄາຖືກກວ່າ. ເນື່ອງຈາກທຸລະກໍາທາງດ້ານການເງິນ ບໍ່ວ່າຈະເປັນການໂອນເງິນພາຍໃນປະເທດ ຫຼື ສາກົນກໍສາມາດໂອນໄດ້ທັນທີ ເເຖມຍັງມີຄ່າທໍານຽມຕໍ່າ, ຍ້ອນມັນສາມາດຊ່ວຍລົດຜ່ອນການເຮັດວຽກຂອງການກວດສອບຄວາມສ່ຽງ ຫຼື ກອງທຶນສໍາລັບແຕ່ລະເເພລັດຟອມຂອງທະນາຄານນັ້ນໆ.
CBDC ຍັງສາມາດລົດຜ່ອນຕົ້່ນທຶນຄ່າໃຊ້ຈ່າຍໃນການຜະລິດ, ການຈັດການຂົນຍ້າຍ, ການເກັບຮັກສາ ແລະ ການກໍາຈັດທະນະບັດ. ເພາະວ່າຈາກການຜະລິດຈົນເຖິງການເກັບຮັກສາ ເເລະ ການກໍາຈັດ, ຕ້ອງມີຄ່າໃຊ້ຈ່າຍໃນການເຮັດສິ່ງຕ່າງໆ, ຈຶ່ງເຮັດໃຫ້ CBDC ນີ້ເປັນປະໂຫຍດໂດຍແທ້ຈິງ.
ເເຕ່ຢ່າງໃດກໍຕາມ CBDC ກໍມີຂໍ້ຄວນສັງເກດຄື ຄວາມປອດໄພທາງ Cyber Security ເພາະວ່າໃນປັດຈຸບັນມີການເພີ່ມຂຶ້ນຂອງໄພຄຸກຄາມທາງ Cyber ຈາກການຊໍາລະເງິນ ຫຼື ຄວາມສ່ຽງຕໍ່ Clearing System
ນີ້ເຮັດໃຫ້ມັນເປັນສິ່ງທີ່ທ້າທາຍສໍາລັບ CBDC ໃຫ້ມີຄວາມປອດໄພທີ່ສຸດ ແລະ ປິດກັ້ນໃຫ້ບໍ່ມີຊ່ອງໂຫວ່ໃນການນໍາໃຊ້. ນອກຈາກນັ້ນ, CBDC ຍັງຖືວ່າເປັນນະວັດຕະກໍາທາງດ້ານການເງິນໃໝ່ທີ່ສາມາດນໍາເອົາຄວາມສ່ຽງທາງດ້ານການເງິນເເບບໃໝ່ເຂົ້າມາສູ່ລະບົບການເງິນໂດຍກຳນົດ AML (Anti Money Laundering), CTF (Combating the Financing of Terrorism) ເເລະ KYC (Know Your Customer) ຄວນໄດ້ຮັບການປະເມີນ ເເລະ ກວດສອບຢ່າງເຂັ້ມງວດ.
ໃນປັດຈຸບັນມີ 87 ປະເທດທີ່ກໍາລັງສໍາຫຼວດກ່ຽວກັບ CBDC ໃນຈໍານວນ 195 ປະເທດທົ່ວໂລກ ໂດຍແຕ່ລະປະເທດຈະຢູ່ໃນໄລຍະທີ່ແຕກຕ່າງກັນ.
ທີ່ມາ :
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/