ໄລຍະນີ້ປາກົດການໄພທຳມະຊາດຢ່າງ “ພາຍຸ” ແມ່ນໄດ້ເກີດຂຶ້ນຢູ່ເລື້ອຍໆ ເຊິ່ງນັ້ນມັນສົ່ງໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍບໍ່ວ່າຈະເປັນ ອາຄານບ້ານເຮືອນທີ່ຖືກພັດທຳລາຍ, ຊັບສິນໄດ້ຮັບຄວາມເສຍຫາຍ, ຜົນລະປູກຂອງພີ່ນ້ອງປະຊາຊົນໄດ້ຮັບຜົນກະທົບ, ສັດລ້ຽງລົ້ມຕາຍບາດເຈັບ ແລະ ໃນກໍລະນີທີ່ຮ້າຍແຮງມະນຸດເຮົາອາດບາດເຈັບ ຫຼື ເສຍຊີວິດລົງໄດ້ ເຊິ່ງຈາກຜົນເສຍຫາຍທີ່ກ່າວມາ ເຊື່ອວ່າບໍ່ມີໃຜຢາກໃຫ້ມັນເກີດຂຶ້ນຢ່າງແນ່ນອນ.
ສະນັ້ນມື້ນີ້ເຮົາເລີຍມີວິທີຮັບມື ແລະ ປ້ອງກັນຕົວໃນຂະນະເກີດພາຍຸລົມຝົນມາໃຫ້ທຸກຄົນໄດ້ຮຽນຮູ້ນຳກັນ ເພື່ອມັນອາດເປັນປະໂຫຍດເມື່ອຫຼາຍຄົນຕ້ອງພົບເຈິກັບສະຖານນະການດັ່ງກ່າວ.

- ວິທີກຽມຕົວກ່ອນເກີດພາຍຸ
- ວາງແຜນລ່ວງໜ້າໃຫ້ລະອຽດ ໂດຍຕິດຕາມຟັງພະຍາກອນອາກາດຢ່າງໃກ້ຊິດ ຫາກມື້ໃດມີການຄາດການ ຫຼື ລາຍງານວ່າຈະມີພາຍຸລົມຝົນຄວນຫຼີກເວັ້ນສະຖານທີ່ທີ່ສ່ຽງອັນຕະລາຍ
- ຫາກຕ້ອງການເດີນທາງອອກນອກເຮືອນໃຫ້ສັງເກດສະພາບດິນຟ້າອາກາດຢ່າງຕໍ່ເນື່ອງ ເຊັ່ນ: ຝົນຕົກ, ຟ້າມືດ ຫຼື ລົມແຮງຜິດປົກກະຕິ ເພາະເປັນສັນຍານທີ່ສະແດງວ່າພາຍຸຝົນກໍາລັງຈະເຄື່ອນຕົວເຂົ້າມາ ຫຼືອາດຈະຄໍານວນຈາກສຽງ ຫາກເຫັນແສງຟ້າຜ່າ ແລະ ມີສຽງຟ້າຮ້ອງຕາມມາອີກ 30 ວິນາທີຕາມຫຼັງຄວນຮີບຫາບ່ອນຫຼົບທັນທີ.
- ກວດສອບຈຸດຕ່າງໆ ຂອງເຮືອນໃຫ້ຢູ່ໃນສະພາບໝັ້ນຄົງແຂງແຮງ ເກັບສິ່ງຂອງບໍລິເວນເຮືອນທີ່ອາດຖືກພັດໄປກັບພາຍຸໃຫ້ເປັນລະບຽບຮຽບຮ້ອຍ ເພື່ອປ້ອງກັນບໍ່ໃຫ້ປິວໄປກັບລົມພາຍຸ ຫຼື ໄດ້ຮັບອັນຕະລາຍຈາກການຖືກສິ່ງຂອງປິວໃສ່.
- ສຳຫຼວດສິ່ງປູກສ້າງທີ່ຢູ່ໃຫ້ບໍລິເວນເຮືອນໃຫ້ຢູ່ໃນສະພາບປອດໄພ ໂດຍການຕັດແຕ່ງກິ່ງໄມ້ທີ່ຢູ່ໃກ້ກັບເຮືອນ ໃຊ້ໄມ້ຄ້ຳສຳລັບຕົ້ນໄມ້ໃຫຍ່ ຫຼື ຕົ້ນໄມ້ທີ່ຫາກໍປູກໃໝ່ ເພື່ອປ້ອງກັນບໍ່ໃຫ້ຕົ້ນໄມ້ລົ້ມຫຼືກ່ຽວກັບສາຍໄຟໃນຂະນະທີ່ລົມພັດແຮງ.
- ຈັດກຽມສິ່ງຂອງຈໍາເປັນເອົາໄວ້ໃນຍາມສຸກເສີນໃຫ້ພ້ອມເຊັ່ນ: ນ້ຳດື່ມ, ຢາປິ່ນປົວ ຫຼືຊຸດປະຖົມພະຍາບານເບື້ອງຕົ້ນ, ອາຫານແຫ້ງ, ຖ່ານໄຟສາຍ ລວມຮອດໄຟສາຍເອົາໄວ້ໃຊ້ໃນໄລຍະໄຟດັບ ແຕ່ຫາກມີເຄື່ອງສຳຮອງໄຟຄວນສຶກສາວິທີໃຊ້ກຽມໄວ້ນຳ.
- ຕື່ມນ້ຳປະປາສຳຮອງໃສ່ຖັງນ້ຳ ຫຼື ອ່າງອາບນ້ຳ ສຳລັບໃຊ້ໃນຫ້ອງນ້ຳ ແລະ ເຮັດອາຫານ ເຜື່ອເອົາໄວ້ໃນກໍລະນີທີ່ໄຟຟ້າດັບ.
- ສາກແບັດໂທລະສັບໃຫ້ເຕັມ ແລະ ກຽມເບີໂທສຸກເສີນເອົາໄວ້ ເຜື່ອເກີດເຫດສຸກເສີນຫຼືມີຄົນໄດ້ຮັບອັນຕະລາຍຈາກຟ້າຜ່າ.
- ສຳລັບຄົນທີ່ມີສັດລ້ຽງ ຄວນຂໍຄໍາແນະນຳຈາກສັດຕະວະແພດໃນການດູແລສັດລ້ຽງເມື່ອເກີດເຫດການສຸກເສີນ.

- ວິທີປ້ອງກັນຕົວຂະນະຢູ່ເຮືອນ
- ຖ້າຫາກທ່ານໃດມີສັດລ້ຽງໃຫ້ນຳເຂົ້າພວກມັນເຂົ້າເຮືອນຫຼືບ່ອນຫຼົບໄພທັນທີ ເພາະສັດລ້ຽງທຸກຊະນິດບໍ່ສາມາດປ້ອງກັນຟ້າຜ່າທີ່ມາຈາກພາຍຸລົມຝົນດ້ວຍຕົວຂອງມັນເອງໄດ້ ພ້ອມກັບຖອດປອກຄໍຂອງສັດລ້ຽງອອກ ເພາະປອກຄໍສ່ວນຫຼາຍແມ່ນເປັນສື່ລໍ້ຟ້າ.
- ປິດປ່ອງຢ້ຽມທຸກບານຂອງເຮືອນໃຫ້ແຈບ ແລະ ພະຍາຍາມຢູ່ຫ່າງຈາກປ່ອງຢ້ຽມ.
- ງົດໃຊ້ອຸປະກອນໄຟຟ້າ ແລະ ອຸປະກອນທີ່ເຮັດມາຈາກໂລຫະໃນລະຫວ່າງທີ່ມີພາຍຸຝົນ ເພາະກະແສໄຟຟ້າອາດແລ່ນເຂົ້າສູ່ຮ່າງກາຍ ນອກຈາກນີ້ແມ່ນບໍ່ຄວນຢືນພິງ ຫຼື ສຳຜັດກັບຝາຄອນກີດເພາະເນື່ອງຈາກວ່າຝາຄອນກີດສ່ວນໃຫຍ່ມີໂຄງສ້າງພາຍໃນທີ່ເປັນສື່ນຳໄຟຟ້າ.
- ບໍ່ສວມໃສ່ເຄື່ອງປະດັບທີ່ເຮັດມາຈາກໂລຫະເຊັ່ນ ເງິນ, ຄໍາ ຫຼື ທອງ ເມື່ອເກີດຝົນຟ້າຄະນອງ ເພາະໂລະຫະດັ່ງກ່າວເປັນສື່ນຳໄຟຟ້າ ເຊິ່ງອາດເຮັດໃຫ້ເກີດອັນຕະລາຍເຖິງຊີວິດໄດ້.
- ຫຼັງຈາກພາຍຸສະຫງົບລົງແລ້ວ ຍັງບໍ່ຄວນອອກໄປທີ່ໂລ່ງແຈ້ງ ຄວນຢູ່ພາຍໃນເຮືອນຫຼືອາຄານຢ່າງໜ້ອຍ 1-2 ຊົ່ວໂມງ ເພື່ອລົດຄວາມສ່ຽງຈາກເຫດຟ່າຜ່າທີ່ມາກັບພາຍຸຝົນ ພ້ອມທັງຫຼີກເວັ້ນການຢູ່ໃກ້ບໍລິເວນພື້ນທີ່ທີ່ສາຍໄຟຟ້າຂາດ ມີຕົ້ນໄມ້ຫຼືເສົາໄຟຟ້າລົ້ມ.

- ວິທີປ້ອງກັນຕົວຢູ່ກາງແຈ້ງ
- ຢູ່ໃຫ້ຫ່າງສິ່ງປູກສ້າງທີ່ບໍ່ໝັ້ນຄົງ ຫຼື ກ້ອງຕົ້ນໄມ້ ເພື່ອປ້ອງກັນການຖືກລົ້ມທັບ.
- ໃຫ້ຮີບຫຼົບເຂົ້າອາຄານ ຫຼື ທີ່ກໍາບັງທີ່ໝັ້ນຄົງທັນທີ ບໍ່ຄວນໃຈເຢັນ ຫຼື ຖ້າໃຫ້ເກີດຟ້າຜ່າລົມຝົນກ່ອນຈຶ່ງຄ່ອຍຫາບ່ອນຫຼົບ ເພາະອາດເກີດອັນຕະລາຍແບບກະທັນຫັນໄດ້ສະເໝີ.
- ຫຼີກເວັ້ນການຢູ່ບໍລິເວນແຫຼ່ງນ້ຳ ເຊັ່ນ: ສະລອຍນ້ຳ ຫຼື ບໍ່ນ້ຳ ຖ້າຫາກຢູ່ໃນນ້ຳໃນຕອນທີ່ມີພາຍຸລົມຮີບຂຶ້ນຈາກນ້ຳທັນທີ ເພາະອາດຈະໄດ້ຮັບອັນຕະລາຍໃນຂະນະທີ່ມີພາຍຸຝົນ.
- ຫາກຫຼົບຝົນກັບຄົນອື່ນຄວນຮັກສາໄລຍະຫ່າງກັນໄວ້ 15.2-30.5 ແມັດ ເພື່ອປ້ອງກັນບໍ່ໃຫ້ກະແສໄຟແລ່ນເຂົ້າສູ່ຮ່າງກາຍຄົນອ້ອມຂ້າງເມື່ອມີຄົນຖືກຟ້າຜ່າ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/