ສິລະປະ ຮູບປັ້ນຊາຍກຣີກ-ໂຣມັນ ເຖິງອະໄວຍະວະເພດຈະນ້ອຍ ບໍ່ໄດ້ໝາຍຄວາມວ່າຈະເປັນຊາຍບໍ່ແຂງແຮງ

ສິລະປະ

ຫຼາຍຄົນຄົງຈະເຄີຍພົບເຫັນກັບສິລະປະທີ່ເປັນຮູບປັ້ນຜູ້ຊາຍທີ່ມີອະໄວຍະວະເພດນ້ອຍ ແຕ່ກໍຍັງມີບາງຄົນທີ່ຍັງບໍ່ທັນຮູ້ວ່າເປັນຫຍັງຄືນ້ອຍ ແລະ ຄວາມໝາຍຂອງຮູບປັ້ນຜູ້ຊາຍຄົນນີ້ແມ່ນຫຍັງ.

ຖ້າເວົ້າເຖິງສິລະປະລ້ວນແລ້ວແຕ່ມີຄວາມງາມ ແລະ ຄວາມໝາຍຂອງມັນ ເຊິ່ງຈະແຕກຕ່າງກັນອອກໄປ ຄວາມໝາຍຂອງມັນແມ່ນມີທີ່ມາທີ່ໄປ ເຊິ່ງກໍມາຈາກອຸດົມຄະຕິກ່ຽວກັບເພດຊາຍຂອງຊາວກຣີກ ໃນສະໄໝກ່ອນ ເຊິ່ງຊາວກຣີກມີອຸດົມຄະຕິວ່າ: ຜູ້ຊາຍທີ່ສົມບູນແບບນັ້ນ ຈະຕ້ອງມີຮ່າງກາຍທີ່ສົມສ່ວນແຂງແຮງ ເຊິ່ງຄວາມສົມສ່ວນທີ່ວ່ານີ້ ຍັງລວມໄປເຖິງອະໄວຍະວະເພດອີກດ້ວຍ.

ສິລະປະ

ການທີ່ອະໄວຍະວະເພດທີ່ບໍ່ໃຫຍ່ ກໍບໍ່ໄດ້ໝາຍຄວາມວ່າຜູ້ຊາຍຄົນນັ້ນຈະອ່ອນແອ ໃນເລື່ອງເພດ ແຕ່ມັນຄືຄວາມໝາຍສວຍງາມ ແລະ ສົມບູນແບບຂອງຜູ້ຊາຍ ລວມໄປເຖິງການມີອາລະຍະທີ່ສູງສົ່ງອີກດ້ວຍ ແລະ ພິເສດໄປກວ່ານີ້ ຄວາມຄິດແບບນີ້ໄດ້ສືບທອດມາເຖິງຊາວໂຣມັນອີກດ້ວຍ.

ກົງກັນຂ້າມຖ້າຫາກຜູ້ຊາຍທີ່ມີອະໄວຍະວະເພດທີ່ໃຫຍ່ ຈະກາຍເປັນສັນຍະລັກຂອງຄວາມປ່າເຖື່ອນ ສັນດານດິບ ໄຮ້ອາລະຍະ. ອີກເຫດຜົນໜຶ່ງກໍຄື ຮູບປັ້ນເພດຊາຍທີ່ມີອະໄວຍະວະເພດນ້ອຍ ຮູບປັ້ນເຫຼົ່ານີ້ບໍ່ໄດ້ສື່ຄວາມໝາຍກ່ຽວກັບເລື່ອງເພດ ແຕ່ສື່ເຖິງຄວາມອຸດົມສົມບູນຂອງເພດຊາຍຕາມອຸດົມຄະຕິ.

ເປັນທີ່ໜ້າສົນໃຈວ່າ ສັງຄົມຊາວກຣີກຈະເປີດກວ້າງໃນເລື່ອງເພດ. ດັ່ງນັ້ນ,  ຖ້າຫາກຮູບປັ້ນ ຫຼື ຮູບແຕ້ມຊະນິດໃດ ຕ້ອງການສື່ກ່ຽວກັບເລື່ອງເພດ ຜົນງານເຫຼົ່ານີ້ກໍຈະສະແດງເຖິງອະໄວຍະວະເພດທີ່ໃຫຍ່ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/