ສຳລັບໃຜທີ່ກຳລັງໃຊ້ອຸປະກອນຂອງ Apple ຢູ່ ແລະ ກຳລັງມີແຜນຢາກໄປປ່ຽນແບັດເຕີຣີ່ ແມ່ນຂໍແນະນຳໃຫ້ຟ້າວຕັດສິນໃຈ ເນື່ອງຈາກວ່າ Apple ໄດ້ປະກາດຂຶ້ນລາຄາແບັດເຕີຣີ່ iPhone, iPad, Mac ຮຸ່ນທີ່ໝົດປະກັນ ເລີ່ມ 1 ມີນາ 2023 ນີ້.

ໂດຍລາຍລະອຽດການຂຶ້ນລາຄາມີດັ່ງນີ້:
- iPhone 13, iPhone 12 ແລະ ຮຸ່ນກ່ອນໜ້ານີ້ ເພີ່ມຂຶ້ນ 890 ບາດ
- iPad ຫຼາຍຮຸ່ນເພີ່ມຂຶ້ນປະມານ 1.499 ບາດ
- Macbook Air ທຸກຮຸ່ນ ເພີ່ມຂຶ້ນ 1.100 ບາດ
- Macbook ແລະ Macbook Pro ທຸກຮຸ່ນເພີ່ມຂຶ້ນ 1.409 ບາດ
ເຊິ່ງລາຄາດັ່ງກ່າວແມ່ນລາຄາທີ່ບວກຂຶ້ນຕື່ມອີກຈາກລາຄາເກົ່າເຊັ່ນ: ປັດຈຸບັນລາຄາແບັດເຕີຣີ່ຂອງ iPhone 13 ຢູ່ທີ່ປະມານ 2.300 ບາດ ບວກເຂົ້າໄປອີກ 890 ບາດ ລາຄາໃໝ່ກໍຈະເປັນ 3.190 ບາດ.

ໂດຍການຂຶ້ນລາຄາຄັ້ງນີ້ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1ມີນາ 2023 ເປັນຕົ້ນໄປ ເຊິ່ງປັດຈຸບັນໄປຈົນຮອດທ້າຍເດືອນກຸມພາ ກໍຍັງຈະເປັນລາຄາເກົ່າຢູ່. ສະນັ້ນ ໃຜທີ່ໃຊ້ອຸປະກອນທີ່ທາງ Apple ໄດ້ລະບຸໄວ້ ແລະ ກຳລັງກຽມປ່ຽນແບັດແມ່ນຕ້ອງຮີບໄປດຳເນີນການກ່ອນລາຄາຈະມີການປັບປ່ຽນ. ແຕ່ການປັບລາຄາຄັ້ງນີ້ຈະບໍ່ມີຜົນຕໍ່ລູກຄ້າທີ່ຊື້ບໍລິການ AppleCare ແລະ AppleCare+.
ຂໍ້ມູນ ແລະ ລາຍລະອຽດເພີ່ມຕື່ມ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/