Blinks ດີໃຈສຸດ! Jisoo ເປີດຊ່ອງ YouTube ສ່ວນຕົວ ພ້ອມກັບກຽມອອກ Album Solo ໃນໄວໆ ນີ້

Blinks ດີໃຈສຸດ

Blinks ດີໃຈສຸດ

ເອີ້ນໄດ້ວ່າເປັນຂ່າວດີຕ້ອນຮັບປີໃໝ່ຂອງຊາວ Blink (ແຟນຄລັບວົງ BLACKPINK) ເພາະ Jisoo ເອື້ອຍໃຫຍ່ຂອງວົງ Girlgroup ຊື່ດັງລະດັບໂລກຢ່າງ BLACKPINK ໄດ້ເຮັດການເຊີໄພ້ແຟນໆດ້ວຍການເປີດຊ່ອງ YouTube ສ່ວນຕົວທີ່ມີຊື່ວ່າ  “행복지수 103%” ແລະ ວິດີໂອທຳອິດທີ່ Jisoo ອັບໂຫຼດລົງ ແມ່ນ Vlog ທີ່ Jisoo ພາໄປທ່ຽວຊົມສະຖານທີ່ ແລະ ພາໄປກິນອາຫານຕ່າງໆ ໃນນະຄອນລອນດອນ ໂດຍຕົວວິດີໂອແມ່ນມີຄວາມຍາວປະມານ 13 ນາທີ. ຫຼັງຈາກເປີດຕົວຊ່ອງ YouTube ໄປ 12 ຊົ່ວໂມງ ກໍມີຍອດຮັບຊົມກວ່າ 2,7 ລ້ານຄັ້ງ, ກົດຖືກໃຈກວ່າ 5 ແສນຄັ້ງ ແລະຍອດຜູ້ຕິດຕາມສູງເຖິງກວ່າ 1 ລ້ານຄົນແລ້ວ. ທັງນີ້ ມື້ນີ້ 3 ມັງກອນ ຍັງເປັນວັນເກີດຂອງ Jisoo ອີກດ້ວຍ.

Blinks ດີໃຈສຸດ

ຂ່າວດີຍັງບໍ່ຈົບພຽງເທົ່ານີ້ ເພາະເມື່ອວັນທີ 2 ມັງກອນ 2023 ທາງ  YG Entertainment ໄດ້ອອກມາປະກາດວ່າ Jisoo ກຽມປ່ອຍ Album Solo ທຳອິດຂອງຕົນເອງອອກມາໃຫ້ແຟນໆ ໄດ້ຮັບຟັງໃນໄວໆນີ້. ພ້ອມນັ້ນຍັງບອກອີກວ່າພາບ Jacket Shooting ຂອງ Jisoo ແມ່ນຖ່າຍທຳສຳເລັດແລ້ວ ແລະ ຂັ້ນຕອນຕໍ່ໄປແມ່ນການອັດສຽງ ແລະ ຖ່າຍທຳ MV.

Blinks ດີໃຈສຸດ

ທັງນີ້ ສະມາຊິກໃນວົງອີກ 3 ຄົນຢ່າງ Jennie, Rosé ແລະ Lisa ແມ່ນໄດ້ປ່ອຍ solo ຂອງຕົນເອງອອກມາກ່ອນໜ້ານີ້ແລ້ວ ເຊິ່ງກໍໄດ້ຮັບຜົນຕອບຮັບຈາກແຟນໆ ທົ່ວໂລກຢ່າງເຫຼືອລົ້ນ ແລະ ສຳລັບ Jisoo ແມ່ນສະມາຊິກຄົນສຸດທ້າຍທີ່ຈະປ່ອຍ solo ເຊື່ອວ່າແຟນໆ ຂອງ BLACKPINK ຕ້ອງສະໜັບສະໜູນ Jisoo ຢ່າງເຕັມທີ່ແນ່ນອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/