ພາຍຫຼັງ 2 ຜູ້ນຳທີ່ມີອຳນາດສູງສຸດຂອງໂລກທັງ 2 ຝັ່ງ ໄດ້ໄປພົບປະເຊິ່ງໜ້າກັນທີ່ບາລີ ເມື່ອໄລຍະເດືອນທີ່ຜ່ານມາ ພ້ອມກັບສະແດງເຈຕະນາທີ່ດີຕໍ່ກັນ. ແຕ່ເມື່ອເວລາຜ່ານໄປບໍ່ເທົ່າໃດເດືອນ ເບິ່ງຄືວ່າຄວາມສຳພັນຂອງທັງສອງຝ່າຍ ຈະກັບມາເຄັ່ງຕຶງອີກເທື່ອໜຶ່ງ ຫຼັງທາງການຈີນຖະແຫຼງການ ສະແດງຄວາມບໍ່ພໍໃຈຢ່າງຍິິ່ງ ພ້ອມກັບປະຕິບັດການຊ້ອມຮົບ ອ້ອມຮອບເກາະໄຕ້ຫວັນ ເພື່ອຕອບໂຕ້ກັບຮ່າງກົດໝາຍດ້ານຄວາມໝັ້ນຄົງສະບັບໃໝ່ຂອງ ສະຫະລັດອາເມຣິກາ ທີ່ຈະມີບົດບາດສຳຄັນໃນການຊ່ວຍເຫຼືອ ໄຕ້ຫວັນ.

ໂດຍລາຍລະອຽດຂອງກົດໝາຍດ້ານຄວາມໝັ້ນຄົງສະບັບໃໝ່ຂອງ ສະຫະລັດອາເມຣິກາ (National Defense Authorization Act : NDAA) ລະບຸໄວ້ວ່າ ໃນການໃຊ້ຈ່າຍງົບປະມານທາງທະຫານມູນຄ່າຫຼາຍກວ່າ 8 ແສນລ້ານໂດລາ ນັ້ນ ຈະຖືກແບ່ງອອກມາຫຼາຍເຖິງ 10.000 ລ້ານໂດລາ ເພື່ອສະໜັບສະໜູນ ຊ່ວຍເຫຼືອດ້ານຄວາມໝັ້ນຄົງ ແລະ ຈັດຫາອາວຸດຢ່າງໄວວາໃຫ້ກັບທາງໄຕ້ຫວັນ.

ໂດຍພາຍຫຼັງການຊ້ອມຮົບອ້ອມໆເກາະໄຕ້ຫວັນ ທາງການຈີນໄດ້ອອກຖະແຫຼງການວ່າ: “ນີ້ແມ່ນການຕອບໂຕ້ຢ່ງໜັກແໜ້ນຕໍ່ສະຖານະການທີ່ລຸກລາມບານປາຍໃນປັດຈຸບັນ ອັນເນື່ອງມາຈາກການສົມຮູ້ຮ່ວມຄິດ ແລະ ຍຸແຍ່ຈາກ ສະຫະລັດອາເມຣິກາ ແລະ ໄຕ້ຫວັນ”.

“ຈີນຂໍສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ກັບກົດໝາຍໃຫ້ອຳນາດປ້ອງກັນປະເທດຂອງສະຫະລັດອາເມຣິກາ ເຊິ່ງມີຂໍ້ກຳນົດທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ”.
ໃນຂະນະທີ່ ທາງການໄຕ້ຫວັນກໍອອກຖະແຫຼງການຂອບໃຈ ສະຫະລັດອາເມຣິກາ ແລະ ຕອບໂຕ້ຈີນໄວ້ວ່າ: ຄວາມຮ່ວມມືລະຫວ່າງໄຕ້ຫວັນ ແລະ ສະຫະລັດອາເມຣິກາ ຈະສົ່ງເສີມພາກພື້ນອິນໂດປາຊີຟິກ ໃຫ້ມີສັນຕິພາບ ແລະ ສະຖຽນລະພາບ. ໄຕ້ຫວັນຈະຍົກລະດັບດ້ານການທະຫານໃຫ້ສອດຄ່ອງກັບໄພຄຸກຄາມຈາກສັດຕູ ແລະ ຄວາມຈຳເປັນໃນການປ້ອງກັນຕົນເອງ.

“ພຶດຕິກຳຂົ່ມຂູ່ຂອງກອງທັບຄອມມູນິດຈີນ ແນ່ນອນວ່າມີເປົ້າໝາຍຂົ່ມຂູ່ປະຊາຊົນຂອງເຮົາ ແລະ ມັນບໍ່ຊ່ວຍໃຫ້ສ້າງພາບທີ່ດີໃດໆແກ່ຈີນ ໃນເວທີລະຫວ່າງປະເທດ”.
ໂດຍການຊ້ອມຮົບຄັ້ງສຸດທ້າຍຂອງກອງທັບຈີນໃນຊ່ອງແຄບໄຕ້ຫວັນ ແມ່ນໃນຕອນທີ່ ແນນຊີ ເປໂລຊີ ປະທານສະພາລຸ່ມຂອງ ສະຫະລັດ ອາເມຣິກາ ໄດ້ເດີນທາງມາຢ້ຽມຢາມ ໄຕ້ຫວັນ ເມື່ອເດືອນສິງຫາ ໂດຍບໍ່ຟັງຄຳກ່າວເຕືອນຂອງ ທາງການຈີນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/