ສື່ນອກເຜີຍ Microsoft ມີແຜນຈະເຂົ້າຊື້ກິດຈະການ Netflix ພາຍໃນປີ 2023 ນີ້

ສື່ນອກເຜີຍ

ຖ້າຫາກໃຜຕິດຕາມຂ່າວສານດ້ານທຸລະກິດເທັກໂນໂລຢີກໍອາດຈະຮູ້ແລ້ວວ່າ ຕັ້ງແຕ່ເມື່ອປີ 2014 ທີ່ ສັດຕະຍາ ນາເດລາ (Satya Nadella) ໄດ້ຂຶ້ນມາເປັນຜູ້ບໍລິຫານຄົນໃໝ່ຂອງ Microsoft ສັດຕະຍາ ກໍໄດ້ເຮັດການກວາດຊື້ບໍລິສັດຍັກໃຫຍ່ເປັນຈຳນວນຫຼາຍເຂົ້າມາເປັນສ່ວນໜຶ່ງຂອງ Microsoft ບໍ່ວ່າຈະເປັນ Mojang ບໍລິສັດຜູ້ພັດທະຍາເກມສຸດຮິດຢ່າງ Minecraft ດ້ວຍມູນຄ່າ 2.500 ລ້ານໂດລາ ຫຼື ບໍລິສັດຫາວຽກ Linkedln ໂດຍຊື້ກິດຈະການໄປໃນລາຄາ 26.000 ລ້ານໂດລາ ແລະ ບໍລິສັດເກມຍັກໃຫຍ່ຢ່າງ Activision Blizzard ດ້ວຍມູນຄ່າ 69.000 ລ້ານໂດລາ.

ສື່ນອກເຜີຍ

ຢ່າງໃດກໍຕາມ ເບິ່ງຄືວ່າຄວາມຕ້ອງການຂອງ Microsoft ຈະບໍ່ໄດ້ມີພຽງເທົ່ານີ້ ເພາະຫຼ້າສຸດສື່ນອກຢ່າງສຳນັກຂ່າວ Reuters ໄດ້ອອກມາເປີດເຜີຍວ່າ ສັດຕະຍາ ນາເດລາ ມີແຜນຈະເຂົ້າຊື້ແພລັດຟອມສະຕີມມິ່ງຍອດນິຍົມຢ່າງ Netflix ພາຍໃນປີ 2023 ທີ່ຈະມາຮອດນີ້.

ສື່ນອກເຜີຍ

ທັງນີ້ Microsoft ແລະ Netflix ຖືໄດ້ວ່າທັງສອງບໍລິສັດມີຄວາມສຳພັນທີ່ແໜ້ນແຟ້ນກັນຢູ່ແລ້ວ ເພາະ Netflix ເປັນຮຸ້ນສ່ວນທີ່ສາມາດເຮັດໂຄສະນາບໍລິການລາຍເດືອນເທິງແພລັດຟອມ Microsoft ແລະ ມີ ແບຣດ ສະມິດ (Brad Smith) ປະທານ Microsoft ຮ່ວມນັ່ງໃນບອດບໍລິຫານຂອງ Netflix ແລກກັບຄວາມຕ້ອງການທີ່ທາງ Microsoft ຢາກຈະສະເໜີບໍລິການສະຕຣີມວິດີໂອເກມຜ່ານອຸປະກອນຕ່າງໆ.

ສື່ນອກເຜີຍ

ນອກນັ້ນ ທາງ Netflix ກໍມີແຜນຕີຕະຫຼາດເກມໃນໄລຍະປີ 2022 ທີ່ຜ່ານມາເຊັ່ນກັນ ເຊິ່ງແຜນນີ້ນຳໂດຍ ຣີດ ແຮັສຕິງ (Reed Hastings) ເຂົ້າເຊັນສັນຍາກັບຜູ້ພັດທະນາເກມຢ່າງ Spry Fox ເຊິ່ງແນ່ນອນວ່າການທີ່ Netflix ຈະເປັນສ່ວນໜຶ່ງຂອງ Microsoft ຈະເຮັດໃຫ້ເປົ້າໝາຍ ‘ການລວມບໍລິການສະຕຣີມມິ່ງໂທລະພາບ ແລະ ເກມເຂົ້ານຳກັນ’ ຂອງພວກເຂົາໄປໄດ້ໄກຫຼາຍຂື້ນ.

ສື່ນອກເຜີຍ

ທັງນີ້ກໍຕ້ອງມາຈັບຕາເບິ່ງວ່າ ຖ້າ Netflix ກາຍເປັນສ່ວນໜຶ່ງຂອງ Microsoft ຈະມີຫຍັງປ່ຽນໄປ ແລະ ພັດທະນາຈາກເກົ່າຫຼືບໍ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/