ສຳນັກຂ່າວຊື່ດັງລະດັບໂລກຈາກປະເທດອັງກິດ CNN ຍົກໃຫ້ນະຄອນປາກເຊ ແຂວງຈຳປາສັກ ພາກໃຕ້ຂອງ ສປປ ລາວ ເປັນໜຶ່ງໃນສະຖານທີ່ ທີ່ມີຄວາມໜ້າສົນໃຈ ທີ່ໂດດເດັ່ນທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ແຕ່ມັກຈະຖືກເບິ່ງຂ້າມ ຫຼື ເວົ້າເຖິງໜ້ອຍທີ່ສຸດໃນທະວີບເອເຊຍ.
ໃນຂະນະທີ່ຄົນທົ່ວໂລກ ຮັບຮູ້ດີເຖິງຄວາມສວຍງາມຂອງສະຖານທີ່ທ່ອງທ່ຽວທາງພາກເໜືອຂອງລາວ ທີ່ບໍ່ວ່າຈະເປັນ ວັງວຽງ ຫຼື ຫຼວງພະບາງ ບວກກັບທາງລົດໄຟລາວ-ຈີນທີ່ເປີດໃຊ້ຢ່າງເປັນທາງການ ເຮັດໃຫ້ການທ່ອງທ່ຽວທາງພາກເໜືອຂອງລາວ ໄດ້ຮັບຄວາມນິຍົມ ແລະ ກາຍເປັນທີ່ເວົ້າເຖິງເປັນວົງກວ້າງໃນໄລຍະ 1-2 ປີ ທີ່ຜ່ານມາ.

ແຕ່ຖ້າຫັນໜ້າມາທາງພາກໃຕ້ຂອງ ສປປ ລາວ ກໍມີຄວາມສວຍງາມ ມີຄວາມເປັນເອກະລັກສະເພາະທີ່ໂດດເດັ່ນບໍ່ນ້ອຍໜ້າກັນ ໂດຍສະເພາະ ນະຄອນປາກເຊ ເມືອງທີ່ໃຫຍ່ເປັນອັນດັບ 2 ຂອງ ສປປ ລາວ ໂດຍທາງ CNN ໄດ້ບັນຍາຍໃນບົດຄວາມໄວ້ວ່າ: ນະຄອນປາກເຊນັ້ນມີຄວາມຫຼາກຫຼາຍທີ່ປະສົມປະສານກັນຢ່າງເປັນເອກະລັກ ພ້ອມກັນນັ້ນກໍມີຄວາມທັນສະໄໝໄປໃນຕົວ ມີບັນດາ ເຄຫະສະຖານ ຫຼື ອາຄານທີ່ເກົ່າແກ່ຫຼົງເຫຼືອຕັ້ງແຕ່ສະໄໝອານານິຄົມຝຣັ່ງ ແຕ່ປັດຈຸປັນ ຊຸມຊົນທັງຊາວຫວຽດນາມ ແລະ ຊາວຈີນ ໄດ້ນຳເອົາ ອາຫານ, ວັດທະນະທຳ ແລະ ປະເພນີ ເຂົ້າມາປະສົມປະສານຄວບຄູ່ກັບຊີວິດການເປັນຢູ່ຂອງຊາວປາກເຊໄດ້ຢ່າງລົງຕົວ.

ນອກຈາກນີ້ທາງ CNN ຍັງໄດ້ບັນຍາຍເຖິງສະຖານທີ່ທ່ອງທ່ຽວໃນປາກເຊໄວ້ວ່າ: ໃນຂະນະທີ່ຢູ່ໃນປາກເຊ ໃຫ້ເດີນທາງໄປຢ້ຽມຢາມພະພຸດທະຮູບຄຳໃຫຍ່ທີ່ ວັດພູສະເຫຼົ່າ ຈາກນັ້ນໄປຍ່າງລຽບເລາະແຄມຂອງເບິ່ງຕາເວັນຕົກດິນ ແລ້ວເດີນທາງອອກໄປຜະຈົນໄພໃນປ່າເລິກ ທີ່ພູພຽງບໍລິເວນ.
ນັບຕັ້ງແຕ່ເດືອນພຶດສະພາທີ່ທາງລັດຖະບານໄດ້ມີການເປີດປະເທດຢ່າງເຕັມຕົວ ກໍເບິ່ງຄືວ່າ ສປປ ລາວ ກໍເປັນໜຶ່ງໃນສະຖານທີ່ ທີ່ໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກ ແລະ ບໍ່ວ່າຈະເປັນ ສະຖານທີ່ທ່ອງທ່ຽວ ຫຼື ວ່າອາຫານ ກໍມັກຈະຖືກຈັດອັນດັບເຂົ້າໃນໝວດໝູ່ຕ່າງໆ ຂອງວາລະສານ ຫຼື ໜັງສືພິມ ຊື່ດັງຂອງໂລກຢູ່ຕະຫຼອດ.
ຂອບໃຈຂໍ້ມູນຈາກ: https://cnn.it/3Vx4QEV
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/