ເຊເລນສະກີ ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ ພ້ອມລະບຸວ່າ ເງິນທີ່ອາເມຣິກາເອົາໃຫ້ນັ້ນບໍ່ແມ່ນການບໍລິຈາກ ແຕ່ມັນເປັນການລົງທຶນ

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ມາຮອດປັດຈຸບັນ ຂໍ້ຂັດແຍ້ງ ແລະ ຄວາມຮຸນແຮງທີ່ເກີດຂຶ້ນລະຫວ່າງ ຣັດເຊຍ ແລະ ຢູເຄຣນ ກໍເດີນທາງມາແລ້ວ 303 ມື້ ແຕ່ກໍຍັງບໍ່ມີທ່າທີວ່າຈະລົດຄວາມຮຸນແຮງລົງ ແລະ ຫັນໜ້າມານັ່ງເຈລະຈາກັນໄດ້ເລີຍ. ຫຼ້າສຸດ ວັນທີ 21 ທັນວາ ໂວໂລດິເມຍ ເຊເລນສະກີ ຜູ້ນຳສູງສຸດຂອງ ຢູເຄຣນ ໄດ້ເດີນທາງໄປຢຽບແຜ່ນດິນ ສະຫະລັດອາເມຣິກາ ເປັນຄັ້ງທຳອິດ ນັບຕັ້ງແຕ່ເກີດຄວາມຂັດແຍ້ງກັບ ຣັດເຊຍ ເພື່ອຮັດແໜ້ນຄວາມສຳພັນ ລະຫວ່າງ ຢູເຣນ ແລະ ສະຫະລັດອາເມຣິກາ.

ພາຍຫຼັງ ເຊເລນສະກີ ເດີນທາງມາຮອດ ປະເທດ ສະຫະລັດອາເມຣິກາ ທ່າມກາງຄວາມບໍ່ຄາດຄິດຂອງຄົນທົ່ວໂລກ ເຊເລນສະກີໄດ້ຂຶ້ນກ່າວຄຳປາໄສໃນສະພາຄອງເກຣສ ຂອງສະຫະລັດອາເມຣິກາ ພ້ອມເນັ້ນຢໍ້າວ່າ ງົບປະມານທັງໝົດທີ່ໄດ້ຮັບຈາກ ສະຫະລັດອາເມຣິກາ ບໍ່ແມ່ນການເຮັດບຸນ ຫຼື ການກຸສົນແຕ່ຢ່າງໃດ ແຕ່ມັນເປັນການລົງທຶນໃນຄວາມໝັ້ນຄົງຂອງໂລກ ພ້ອມກັບຂອບໃຈປະຊາຊົນຊາວອາເມຣິກາທຸກຄົນ ທີ່ໃຫ້ການສະໜັບສະໜູນຢູເຄຣນ ມາຕະຫຼອດ.

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ໂດຍ ເຊເລນສະກີ ລະບຸວ່າ: “ເງິນຂອງພວກເຈົ້າບໍ່ແມ່ນການກຸສົນ ແຕ່ເປັນການລົງທຶນໃນຄວາມໝັ້ນຄົງໂລກ ແລະ ລະບອບປະຊາທິປະໄຕ ແລະ ຄ່ານິຍົມໃນລະບອບປະຊາທິປະໄຕ ທີ່ເຮົາຈັດການດ້ວຍຄວາມຮັບຜິດຊອບສູງສຸດ ໂດຍເຈົ້າມີສ່ວນເລັ່ງໃຫ້ໄຊຊະນະຂອງເຮົາເກີດຂຶ້ນໄວຍິ່ງກວ່າເກົ່າ”.

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ພ້ອມນີ້ຍັງໄດ້ກ່າວຄຳຂອບໃຈປະຊາຊົນຊາວ ອາເມຣິກາທຸກຄົນທີ່ໃຫ້ການສະໜັບສະໜູນຢູເຄຣນໄວ້ວ່າ: “ຂ້ອຍຂໍຂອບໃຈ ຄອບຄົວອາເມຣິກາ ແລະ ທຸກໆເມືອງໃນສະຫະລັດອາເມຣິກາ ລວມເຖິງປະຊາຊົນຊາວອາເມຣິກາ ທຸກຄົນທີ່ໃຫ້ການສະໜັບສະໜູນຢູເຄຣນ ມາຕະຫຼອດ. ຊາວຢູເຄຣນ ຈະໄດ້ຮັບໄຊຊະນະແນ່ນອນ ເຮົາຈະຊະນະເພາະເຮົາເປັນໜຶ່ງດຽວກັນທັງຢູເຄຣນ, ສະຫະລັດອາເມຣິກາ ແລະ ໂລກເສລີທັງໝົດ”.

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ໂດຍສະຫະລັດອາເມຣິກາ ນັ້ນຖືເປັນຜູ້ສະໜັບສະໜູນລາຍໃຫຍ່ຂອງຢູເຄຣນ ເຊິ່ງໄດ້ມີການມອບຄວາມຊ່ວຍເຫຼືອ ໃນດ້ານຕ່າງໆໃຫ້ກັບຢູເຄຣນໄປແລ້ວ ລວມມູນຄ່າກວ່າ 50.000 ລ້ານໂດລາ ນັບຕັ້ງແຕ່ຄວາມຂັດແຍ້ງດັ່ງກ່າວໄດ້ເລີ່ມຕົ້ນຂຶ້ນ ເມື່ອ 10 ເດືອນກ່ອນ ເຊິ່ງຕອນນີ້ ສະພາຄອງເກຣສ ກໍກຳລັງພິຈາລະນາຮ່າງງົບປະມານຊ່ວຍເຫຼືອຕື່ມອີກ 45.000 ລ້ານໂດລາ.

ໃນຂະນະດຽວກັນ ທາງດ້ານຂອງ ຣັດເຊຍ ກໍໄດ້ມີການສົ່ງທ່ານ ດີມີຕຣີ ເມັດເວເດັຟ ປະທານພັກຣັດເຊຍເປັນເອກະພາບ ມືຂວາຂອງ ວາລາດິເມຍ ປູຕິນ ໄປເຂົ້າຢ້ຽມຢາມ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຕາມຄຳເຊີນຂອງພັກຄອມມູນິດຈີນ.

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ທ່ານ ສີຈີ້ນຜິງ ກ່າວໃນການພົບປະຄັ້ງນີ້ວ່າ ໃນ 10 ປີຜ່ານມານີ້, ການພົວພັນຈີນ-ຣັດເຊຍໄດ້ທົນຕໍ່ການທົດສອບແຫ່ງການປ່ຽນແປງຂອງສະພາບການສາກົນ ແລະ ຂະຫຍາຍຕົວໃນລະດັບສູງຢ່າງປອດໃສ ແລະ ໝັ້ນຄົງຕະຫຼອດມາ. ຈີນ ກັບ ຣັດເຊຍຂະຫຍາຍການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ແມ່ນການຄັດເລືອກດ້ານຍຸດທະສາດອັນຍາວໄກຂອງສອງປະເທດ ໂດຍອີງຕາມສະພາບການຕົວຈິງຂອງປະເທດຕົນ. ຈີນຍິນດີຮ່ວມກັບຣັດເຊຍ ຊຸກຍູ້ການພົວພັນສອງປະເທດໃນຍຸກໃໝ່ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ພ້ອມກັນຊຸກຍູ້ ການຄຸ້ມຄອງທົ່ວໂລກ ໃຫ້ພັດທະນາໄປສູ່ທິດທາງທີ່ຍິ່ງຍຸຕິທຳ ແລະ ສົມເຫດສົມຜົນ.

ເຊເລນສະກີ-ຂຶ້ນກ່າວຄຳປາໄສໃນສະພາອາເມຣິກາ

ສ່ວນທາງດ້ານຂອງ ດີມີຕຣີ ເມັດເວເດັຟກ່າວວ່າ, ພັກຄອມມູນິດຈີນນຳພາປະເທດຈີນໄດ້ຮັບການພັດທະນາໃຫຍ່ຫຼວງກວ່າເກົ່າ ບໍ່ພຽງແຕ່ໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນ 1 ຕື້ 400 ລ້ານຄົນເທົ່ານັ້ນ ມັນຍັງມີຄວາມໝາຍສຳຄັນຕໍ່ທົ່ວໂລກຕື່ມອີກ. ພັກຣັດເຊຍເປັນເອກະລາດຍິນດີເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການ ປົກຄອງປະເທດ ແລະ ການປະຕິບັດວຽກງານທາງການເມືອງກັບພັກຄອມມູນິດຈີນ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ພ້ອມກັນລົງໂທດກຳລັງໜູນໜີບ ແລະ ມາດຕະການບໍ່ຍຸຕິທຳຕ່າງໆຈາກພາຍນອກ, ຊຸກຍູ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຣັດເຊຍ-ຈີນໃຫ້ບັນລຸການຂະຫຍາຍຕົວຫຼາຍ ກວ່າເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/