ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້ານີ້ ຄົງຈະເປັນອີກໜຶ່ງມະຫະກຳກິລາທີ່ຄົນທົ່ວໂລກຈະເວົ້າເຖິງ ຈົນຮອດຮຸ່ນລູກຮຸ່ນຫຼານ ຫຼັງມີຂ່າວເສຍໆຫາຍໆ ຂອງປະເທດເຈົ້າພາບ ອອກມາຢ່າງບໍ່ຂາດສາຍ ນັບຕັ້ງແຕ່ຂໍ້ສັງເກດເຖິງການໄດ້ຮັບຄັດເລືອກໃຫ້ເປັນເຈົ້າພາບ ໄປຈົນຮອດບັນຫາການລະເມີດ ສິດທິມະນຸດໃນປະເທດ. ຫຼ້າສຸດໄດ້ມີລາຍງານອອກມາວ່າ ກາຕ້າ ໄດ້ຈ່າຍເງິນໃຫ້ 3 ສະຫະພັນບານເຕະ ໃນທະວີບອາຟຣິກາ ເພື່ອແລກກັບ ການຊື້ສຽງໂຫວດ ໃຫ້ກາຕ້າ ໄດ້ເປັນເຈົ້າພາບຈັດບານໂລກ 2022.

ໂດຍ ເລື່ອງລາວທີ່ໜ້າຕົກໃຈນີ້ຂອງງານບານເຕະໂລກ 2022 ໄດ້ຖືກເປີດເຜີຍມາຈາກ ແພດຣາ ອັນມາຈິດ (Phaedra Almajid), ນັກຂ່າວຕ່າງປະເທດທີ່ປະຈຳໃນລະຫວ່າງ ການປະມູນເປັນເຈົ້າພາບເຕະບານໂລກ 2018 ແລະ 2022 ໃນປີ 2010 ເຊິ່ງເປັນຄົນດຽວທີ່ໃຫ້ຂໍ້ມູນກ່ຽວກັບສາລະຄະດີການສໍ້ລາດບັງຫຼວງຂອງ FIFA ທີ່ອອກສາຍໃນ Netflix ໃນຍຸກຂອງ ເຊັບ ບຣາດເຕີ້ (Sepp Blatter) ຍັງເປັນປະທານ FIFA.

ແພດຣາ ອັນມາຈິ ເປີດເຜີຍວ່າ ຮາຊານ ອາ ທາວາດີ (Hassan Al Thawadi) ຫົວໜ້າທີມປະມູນຂອງກາຕ້າໄດ້ສະເໜີເງິນຈຳນວນຫຼາຍ ເຖິງ 2,3 ລ້ານໂດລາ ໃຫ້ກັບປະທານສະຫະພັນບານເຕະ ແຄເມີຣູນ, ໄນຈິເຣຍ ແລະ ໄອວໍຣີ ໂຄສ ເພື່ອໃຫ້ເຂົາເຈົ້າລົງຄະແນນສຽງໂຫວດໃຫ້ກາຕ້າເປັນເຈົ້າພາບຈັດການແຂ່ງຂັນບານເຕະໂລກ 2022 ເໜືອຄູ່ແຂ່ງ ຢ່າງອອສເຕຣເລຍ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ.

ໂດຍລາວລະບຸອີກວ່າ ຂໍ້ສະເໜີດັ່ງກ່າວ ເກີດໃນກອງປະຊຸມສະຫະພັນບານເຕະອາຟຣິກາໃນເດືອນມັງກອນ 2010, ໂດຍ ແພດຣາ ອັນມາຈິ ເນັ້ນຢ້ຳວ່າຂໍ້ສະເໜີດັ່ງກ່າວເບິ່ງຄືຈະຖືກມອບໃຫ້ສະຫະພັນຫຼາຍກວ່າແທນທີ່ຈະເປັນການມອບໃຫ້ເປັນສ່ວນບຸກຄົນ.

ໂດຍສາລະຄະດີການສໍ້ລາດບັງຫຼວງຂອງ FIFA ຫຼືວ່າ “FIFA Uncovered” ແມ່ນໄດ້ມີການອອກສາຍຢູ່ Netflix ແລ້ວໃນວັນທີ 9 ພະຈິກ ທີ່ຜ່ານມາ. ໂດຍໃນ ຊີຊັ່ນທຳອິດນີ້ ມີທັງໝົດ 4 ຕອນ ແລະ ເລື່ອງນີ້ໄດ້ຄະແນນໃນເວັບໄຊ IMDb 7,7 ຄະແນນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/