ໃນໄລຍະ 1-2 ອາທິດທີ່ຜ່ານມາ ກຸ່ມປະເທດຜູ້ສົ່ງອອກນຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຮ່ວມກັນປະຊຸມໃຫຍ່ ແລະ ຕັດສິນໃຈລົດກຳລັງການຜະລິດນໍ້າມັນດິບລົງ ມື້ລະ 2 ລ້ານ ບາເຣວ ເພື່ອກະຕຸ້ນໃຫ້ລາຄານໍ້າມັນໂລກດີດຕົວກັບຄືນມາ. ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບທາງ ສະຫະລັດ ອາເມຣິກາ ເປັນຢ່າງສູງ ພ້ອມບອກວ່າການກະທຳຂອງ ຊາອຸດີອາຣະເບຍ ເປັນການກະທຳທີ່ເຂົ້າຂ້າງທາງຣັດເຊຍ ຢ່າງຊັດເຈນ.

ໂດຍທາງ ອາເມຣິກາ ເບິ່ງວ່າທ່າມກາງເສດຖະກິດໂລກຕົກຕໍ່າ ແລະ ລາຄາພະລັງງານສູງ, ການເຄື່ອນໄຫວຂອງ ຊາອຸດີອາຣະເບຍ ແມ່ນເປັນການດູໝິ່ນອາເມຣິກາ ທີ່ເປັນພັນທະມິດກັນມາດົນ ແລະ ສະແດງອອກເຖິງການເຂົ້າຂ້າງຣັດເຊຍ.
ຈາກເຫດການດັ່ງກ່າວ ເຮັດໃຫ້ ສະຫະລັດ ອາເມຣິກາ ນັ້ນພ້ອມທີ່ຈະປະເມີນຄວາມສຳພັນ ກັບ ຊາອຸດີອາຣະເບຍ ຄືນໃໝ່ ແລະ ພິຈາລະນາບົດລົງໂທດ ເປັນຕົ້ນແມ່ນລະງັບການຂາຍອາວຸດໃຫ້ກັບທາງ ຊາອຸດີອາຣະເບຍ.
ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ເຕືອນວ່າ ຊາອຸດີອາຣະເບຍ ຈະໄດ້ຮັບຜົນທີ່ຕາມມາ ຈາກການຕັດສິນໃຈ ແບບນີ້. ແຕ່ ໂຈໄບເດັນ ຍັງບໍ່ໄດ້ລົງລາຍລະອຽດໃດໆ.

ແຈັກ ຊູລິແວນ (Jake Sullivan) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີແຫ່ງສະຫະລັດ ກໍາລັງພິຈາລະນາຄວາມເປັນໄປໄດ້ຂອງການລະງັບການຂາຍອາວຸດໃຫ້ກັບ ຊາອຸດີອາຣະເບຍ. ເຊິ່ງເປັນສ່ວນໜຶ່ງຂອງການປະເມີນຄວາມສໍາພັນລະຫວ່າງສະຫະລັດ ກັບ ຊາອຸດີອາຣະເບຍ ຄືນໃໝ່.
ຈອນເຄີບີ້ (John Kirby) ໂຄສົກ Pentagon ຂອງ ສະຫະລັດ ອາເມຣິກາກ່າວວ່າ: ການຕັດສິນໃຈຄັ້ງນີ້ຂອງກຸ່ມ OPEC+ ເປັນການສະໜັບສະໜູນດ້ານຂວັນກຳລັງໃຈ ແລະ ທາງທະຫານ ເພາະມັນຈະເປີດທາງໃຫ້ ປູຕິນ ມີເງິນທຶນສະໜັບສະໜູນກົນໄກໃນການເຮັດສົງຄາມຕໍ່ໄປ. ນອກຈາກນີ້ ຍັງບອກອີກວ່າ ບັນດາປະເທດອື່ນໆໃນກຸ່ມ OPEC+. ນັ້ນຖືກ ຊາອຸດີອາຣະເບຍ ບີບບັງຄັບໃຫ້ລົງມະຕິດັ່ງກ່າວ.

ໃນຂະນະດຽວກັນ ສະມາຊິກສະພາຫຼາຍຄົນໃນ ອາເມຣິກາ ກໍໄດ້ຮຽກຮ້ອງໃຫ້ລັດຖະບານ ຂອງ ໂຈ ໄບເດັນ ຍຸຕິຄວາມສຳພັນ ແລະ ຄວາມຮ່ວມມືທຸກດ້ານກັບ ຊາອຸດີອາຣະເບຍ.
ໂດຍຄວາມສຳພັນຂອງ ສະຫະລັດ ອາເມຣິກາ ແລະ ຊາອຸດີອາຣະເບຍ ນັ້ນເລີ່ມແໜ້ນແຟ້ນມາຕັ້ງແຕ່ຫຼັງສົງຄາມໂລກຄັ້ງທີ 2 ໂດຍ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານການທະຫານ ແລະ ຄວາມໝັ້ນຄົງແກ່ ຊາອຸດີອາຣະເບຍ ມາຕັ້ງແຕ່ປິ 1940. ແຕ່ໃນໄລຍະ 10 ປີຫຼັງມານີ້ ຄວາມສຳພັນຂອງທັງສອງຝ່າຍເລີ່ມບໍ່ດີ ໂດຍສະເພາະແມ່ນໃນຍຸກຂອງ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຕອນນັ້ນໄດ້ເລີ່ມປັບປຸງຄວາມສຳພັນທາງການທູດກັບ ອີຣ່ານ ເຮັດໃຫ້ ຊາອຸດີອາຣະເບຍ ນັ້ນຮູ້ສຶກວ່າ ຄວາມຕ້ອງການຂອງສະຫະລັດ ທີ່ຈະປົກປ້ອງຄວາມໝັ້ນຄົງໃນພາກພື້ນ ຕາເວັນອອກກາງນັ້ນ ລົດໜ້ອຍລົງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment