ນາງ ພິກສະໄໝ ອິນສຸມັງ ນັກກິລາ ໂວວີນຳ ທີມຊາດລາວ ຜູ້ທີ່ມີປະສົບການເວທີລະດັບຊີເກມ ໄປຈົນຮອດລະດັບສາກົນ, ຕະຫຼອດທີ່ຜ່ານມາໄດ້ທັງຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ. ນັບໄດ້ວ່າ ເປັນນັກກິລາຄົນໜຶ່ງທີ່ສ້າງຊື່ສຽງໃຫ້ແກ່ປະເທດລາວ ສາມາດຄວ້າໄຊຊະນະມາຝາກມາຕ້ອນແຟນໆຊາວລາວ ແລະ ຫຼ້າສຸດ ໃນມະຫະກຳກິລາຊີເກມທີ່ ສສ ຫວຽດນາມ ຄັ້ງທີ 31 ກໍສາມາດຄວ້າຫຼຽນຄຳມາໄດ້.

1. ຜົນງານທີ່ຜ່ານມາມີຫຍັງແດ່?
- ຊິງແຊ້ມໂລກຢູ່ ສສ ຫວຽດນາມ ປີ 2011 ໄດ້ຫຼຽນຄໍາ ປະເພດທີມ ຍິງ 1 ຊາຍ 3
- ຊີເກມຢູ່ປະເທດມຽນມາ 2013 ປະເພດທີມ ຍິງ 1 ຊາຍ 3
- ຊິງແຊ້ມອາຊີ ຄັ້ງທີ 1 ຈົນຮອດ ຄັ້ງທີ 5 ຄູ່ດາບແມ່ນບາງຄັ້ງກໍໄດ້ຫຼຽນຄໍາ ແລະ ຫຼຽນທອງແດງ
- ຊິງແຊ້ມອາຊຽນຢູ່ ອິນໂດເນເຊຍ ຄັ້ງທີ 4 ປີ 2018 ໄດ້ຫຼຽນຄໍາ ຄູ່ດາບ
- ມະຫະກໍາກິລາມະຫາວິທະຍາໄລ ຢູ່ມຽນມາ ປີ 2019 ໄດ້ຫຼຽນຄໍາ ປະເທດທີມ ຍິງ 1 ຊາຍ 3 ແລະ ຫຼຽນເງິນ ຄູ່ດາບ
- ຊິງແຊ້ມໂລກຢູ່ ກໍາປູເຈຍ ປີ 2019 ໄດ້ຫຼຽນທອງແດງ ຄູ່ດາບ ແລະ ທີມ ຍິງ 1 ຊາຍ 3
- ຊີເກມຄັ້ງທີ 31 ຢູ່ ສສ ຫວຽດນາມ ໄດ້ຫຼຽນຄໍາ ຄູ່ດາບ ກັບ ທອງແດງ ທີມ ຍິງ 1 ຊາຍ 3

2.ມີຄວາມຮູ້ສຶກແນວໃດທີ່ໄດ້ຄວ້າໄຊຊະນະ?
ຊີເກມຄັ້ງທີ 31 ທີ່ໄດ້ຫຼຽນຄໍາຄັ້ງນີ້ ກໍມີຄວາມຮູ້ສຶກດີໃຈຫຼາຍ ທີ່ເຮັດໃຫ້ປະເທດຊາດສໍາເລັດ ເພາະກ່ອນຈະລົງແຂ່ງກໍມີຄວາມກົດດັນຫຼາຍເພາະຢ້ານມີຄວາມຜິດພາດ ເພາະຢູ່ໃນສະໜາມກອງເຊຍ ແລະ ເຈົ້າພາບເຕັມສະໜາມເລີຍກໍວ່າໄດ້. ຕົນເອງ ແລະ ທີມ ກໍມີຄວາມກົດເປັນທຳມະດາ ແຕ່ພໍພວກເຮົາຊະນະມາໄດ້ຄວາມກົດດັນກໍຫາຍໄປເທື່ອລະໜ້ອຍ ກາຍມາເປັນດີໃຈ ແລະ ພູມໃຈ ທີ່ສາມາດຄວ້າຫຼຽນມາໄດ້ ເຮັດໃຫ້ກອງເຊຍ, ຄູ-ອາຈານ, ໝູ່ເພື່ອນ, ຄອບຄົວ ຜູ້ທີ່ສະໜັບສະໜູນດີໃຈໄປພ້ອມໆກັນ ໄຊຊະນະສາມາດທຳລາຍກຳແພງຄວາມກົດດັນໄດ້ເປັນຢ່າງດີ ແລະ ກຳລັງກອງເຊຍທຸກຄົນ ທີ່ສາມາດເຮັດໃຫ້ຜ່ານຜ່າຄວາມກົດດັນໄດ້.

3.ອະນາຄົດມີແຜນຫຍັງ?
ອະນາຄົດມີແຜນຢາກຈະເປີດສອນກິລາປະເພດນີ້ ເພື່ອເຟັ້ນຫານັກກິລາໃຫ້ສືບຕໍ່ໄປ ໃຫ້ວົງການກິລາລາວກ້າວອອກສູ່ໂລກພາຍນອກໃຫ້ດີຍິ່ງຂຶ້ນ. ນອກຈາກນີ້ ຕົນເອງກໍຈະກະກຽມຊ້ອມ ໃນມະຫະກຳຊີເກມຄັ້ງຕໍ່ໄປຢູ່ທີ່ກຳປູເຈຍ ແລະ ການປະກວດການແຂ່ງຂັນລະດັບພາກພື້ນອື່ນໆອີກດ້ວຍ.

ແນວໃດກໍຂໍຊົມເຊີຍທັງ ພິກສະໄໝ ອິນສຸມັງ ແລະ ທຸກຄົນໃນທີມທີ່ສາມາດພາກັນຄວ້າໄຊຊະນະໄປນຳກັນ ບໍ່ວ່າຈະໄປແຂ່ງໃນເວທີໃດກໍເອົາຜົນສຳເລັດມາໃຫ້ພີ່ນ້ອງຊາວລາວໝົດທຸກຄົນ, ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ເຮັດໃຫ້ຫຼາຍປະເທດເກືອບທົ່ວໂລກໄດ້ຮັບຮູ້ວ່ານັກກິລາລາວເຮົາກໍມີຄວາມສາມາດຄວ້າຫຼຽນມາຄອບຄອບຄອງໄດ້ເຊັ່ນດຽວກັນ.
ຂອບໃຈບົດສຳພາດໂດຍ: ພິກສະໄໝ https://cutt.ly/hJJEMHQ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/