ຕະຫຼອດໄລຍະເວລາ 2 ເດືອນທີ່ຜ່ານມາ ສົງຄາມລະຫວ່າງຣັດເຊຍແລະຢູເຄຣນ ແມ່ນຍັງມີການປະທະກັນຢູ່ເລື້ອຍໆ ເຊິ່ງນັ້ນມັນເຮັດໃຫ້ພົນລະເມືອງທີ່ອາໄສຢູ່ໃນຢູເຄຣນ ຕ້ອງເລັ່ງອົບພະຍົບອອກນອກປະເທດເພື່ອຄວາມປອດໄພ.
ທັງນີ້ ມີຫຼາຍໆປະເທດໄດ້ໃຫ້ຄວາມຊ່ວຍເຫຼືອແກ່ຊາວຢູເຄຣນໂດຍໃຫ້ທີ່ພັກອາໄສ ແລະ ບໍລິຈາກຊ່ວຍເຫຼືອຜ່ານຊ່ອງທາງຕ່າງໆ ເຊິ່ງ ‘Benedict Cumberbatch’ ນັກສະແດງຊື່ດັງຜູ້ທີ່ຮັບບົດເປັນ “Doctor Strange” ໃນຈັກກະວານຮູບເງົາ Marvel ກໍເປັນໜຶ່ງໃນຄົນທີ່ໃຫ້ຄວາມຊ່ວຍເຫຼືອຊາວຢູເຄຣນ ເພາະເມື່ອບໍ່ດົນມານີ້ Benedict ໄດ້ອອກມາໃຫ້ສຳພາດກັບສື່ວ່າ ລາວໄດ້ເປີດເຮືອນຂອງລາວເອງໃຫ້ຄອບຄົວຊາວຢູເຄຣນຜູ້ລີ້ໄພໄດ້ເຂົ້າມາພັກອາໄສ.

ໂດຍ Benedict Cumberbatch ກ່າວວ່ານີ້ຄືຄວາມຕັ້ງໃຈຂອງລາວແລະພັນລະຍາ ‘Sophie Hunter’ ເຊິ່ງຕ້ອງການໃຫ້ຄວາມຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈຄອບຄົວຜູ້ລີ້ໄພຄອບຄົວໜຶ່ງ ທີ່ໄດ້ປະເຊີນກັບເຫດການສະເທືອນໃຈ ແລະ ຄວາມສັບສົນມາໄດ້ເມື່ອບໍ່ດົນມານີ້.

“ພວກເຂົາສາມາດໜີອອກຈາກຢູເຄຣນໄດ້ສຳເລັດ ເຊິ່ງເຮົາກໍໄດ້ຕິດຕາມຄວາມຄືບໜ້າໃນການລີ້ໄພຂອງພວກເຂົາໃນທຸກໆ ມື້ ແຕ່ໜ້າເສົ້າໃຈທີ່ພວກເຂົາຍັງຕ້ອງເຂົ້າຮັບການປິ່ນປົວຢູ່ໃນຂະນະນີ້” Benedict ໄດ້ກ່າວ.
ທັງນີ້ Benedict ກໍຂໍທີ່ຈະບໍ່ເວົ້າຫຍັງຫຼາຍ ເພາະລາວກ່າວວ່າ ບໍ່ຢາກໃຫ້ມັນກະທົບເຖິງສິດທິຄວາມເປັນສ່ວນຕົວຂອງຄອບຄົວຊາວຢູເຄຣນ.

ນອກຈາກນີ້ແລ້ວ Benedict ກໍຍັງໄດ້ເປັນສ່ວນໜຶ່ງຂອງໂຄງການທີ່ລັດຖະບານອັງກິດຊ່ວຍເຫຼືອຜູ້ລີ້ໄພຊາວຢູເຄຣນອີກດ້ວຍ.
ທີ່ມາ:
- https://cutt.ly/BGY68Lz
- https://cutt.ly/IGY6Hif
- https://cutt.ly/cGY6JLn
- https://cutt.ly/EGY6ZyC
- https://cutt.ly/4GY6NDa
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/