ເມື່ອເວົ້າເຖິງເຄື່ອງດື່ມທີ່ຣົດຊາດເຂັ້ມແລະຂົມແບບກາເຟແລ້ວ ເອີ້ນໄດ້ວ່າເປັນເມນູເຄື່ອງດື່ມທີ່ຫຼາຍຄົນມັກ ຫຼື ຂາດບໍ່ໄດ້ເລີຍ. ເປັນທີ່ຮູ້ກັນດີວ່າພາຍໃນເມັດກາເຟນັ້ນມີສານທີ່ຊື່ວ່າຄາເຟອີນ ທີ່ເປັນຕົວຊ່ວຍກະຕຸ້ນໃຫ້ມະນຸດເຮົາຕື່ນຂຶ້ນ, ໄດ້ມ່ວນກັບການລອງປະສົມມັນເຂົ້າກັບເຄື່ອງດື່ມອື່ນໆ ໄປຈົນຮອດຊ່ວຍໃຫ້ໄດ້ມີພະລັງງານໃນການເຮັດວຽກ. ແລ້ວຮູ້ຫຼືບໍ່ວ່າເມັດກາເຟທີ່ເຮົາດື່ມທຸກມື້ນັ້ນ, ມັນບໍ່ໄດ້ມີແຕ່ກາເຟແບບດຽວ ເຊິ່ງສາຍພັນທີ່ດັງທີ່ສຸດສຳລັບຫຼາຍຄົນກໍຄົງຈະບໍ່ພົ້ນ ສາຍພັນຢ່າງ ອາຣາບິກາ (Arabica) ແລະ ໂຣບັສຕ້າ ຫຼື ໂຣບຸສຕ້າ (Robusta) ບາງຄົນອາດຈະແຍກບໍ່ອອກວ່າມັນແຕກຕ່າງກັນແນວໃດ? ແລ້ວມີປະໂຫຍດຫຍັງຈາກການຮູ້ນີ້? ແນ່ນອນວ່າມັນໄດ້ຊ່ວຍໃຫ້ເຮົາເລືອກທີ່ຈະຊື້ສາຍພັນທີ່ເຂົ້າກັບຕົນເອງ ທັງແງ່ຂອງລາຄາ, ຄຸນະພາບໄປຈົນຮອດຣົດຊາດ. ສະນັ້ນມື້ນີ້ເຮົາໄດ້ມີ 10 ຂໍ້ແຕກຕ່າງໃຫ້ມາເບິ່ງກັນນຳກັນ.
- ຣົດຊາດ

ສິ່ງທີ່ຮູ້ສຶກໄດ້ທັນທີເລີຍແມ່ນຣົດຊາດທີ່ແຕກຕ່າງກັນຫຼາຍຂອງທັງສອງເມັດ ຕົວໂຣບັສຕ້າຈະເດັ່ນໃນຣົດທີ່ຂົມຄືໄໝ້ ສ່ວນອາຣາບິກ້າຈະມີຕັ້ງແຕ່ສົ້ມ ແລະ ຫວານໄປຕາມສາຍພັນຍ່ອຍຂອງມັນອີກ.
- ສານ Caffeine

ຕົວເມັດໂຣບັສຕ້ານັ້ນຈະມີສານຄາເຟອີນຫຼາຍກວ່າເມັດອາຣາບິກາ ໂຣບັສຕ້າຈະມີປະລິມານຄາເຟອີນຢູ່ທີ່ 2.7% ເຊິ່ງຕົວສານດັ່ງກ່າວເອງທີ່ມີຣົດຊາດຂົມ ແລະ ອາດເປັນເຫດຜົນທີ່ໂຣບັສຕ້າຂົມກວ່າອາຣາບິກາທີ່ມີພຽງ 1.5%.
- ຮູບຮ່າງ

ເມັດໂຣບັສຕ້ານັ້ນຈະເປັນວົງມົນ ສ່ວນອາຣາບິກ້າຈະເປັນວົງມົນທີ່ຍາວກວ່າ.
- ອຸນຫະພູມ

ເມັດອາຣາບິກາຈະຕ້ອງປູກໃນພື້ນທີ່ເຢັນຕັ້ງແຕ່ 18–21 ອົງສາ ສູງສຸດ 25 ອົງສາ ແລະ ຊຸ່ມເຊັ່ນເທິງພູ ແຕ່ກໍມີສະພາບແວດລ້ອມເຄິ່ງຮ້ອນຊຸ່ມ. ສ່ວນໂຣບັສຕ້າແມ່ນສາມາດປູກໄດ້ຕັ້ງແຕ່ 22–30 ອົງສາ.
- ຄວາມສູງ

ການປູກຕົ້ນອາຣາບິກ້າຈະຕ້ອງປູກໃນພື້ນທີ່ສູງ 600 ແມັດຈາກລະດັບທະເລຂຶ້ນໄປ ສ່ວນໂຣບັສຕ້າແມ່ນຈະປູກໃນຄວາມສູງເທົ່າໃດກໍໄດ້ໄປຈົນຮອດ 600 ແມັດ.
- ຄວາມແຂງແກ່ນຂອງເມັດ

ເມັດອາຣາບິກ້າຈະບອບບາງ ເຮັດໃຫ້ມັນຕ້ອງໄດ້ມີການເບິ່ງແຍງຢູ່ສະເໝີຈາກສັດຕູພືດ, ການປ່ຽນແປງຂອງສະພາບອາກາດ ແຕ່ເມັດໂຣບັສຕ້າຈະແຂງແກ່ນກວ່າ ເອີ້ນວ່າປະລິມານ CGA (Chlorogenic acid) ທີ່ເມັດອາຣາບິກ້າຈະມີພຽງ 5.5–8% ແລະ ໂຣບັສຕ້າຈະມີ 7–10%
- ຂະໜາດຂອງຕົ້ນ

ຕົ້ນອາຣາບິກ້າຈະເຕີບໃຫຍ່ຢູ່ທີ່ 2.5–4.5 ແມັດ ຂະນະທີ່ຕົ້ນໂຣບັສຕ້າຈະເຕີບໃຫຍ່ຢູ່ທີ່ 4.5–6 ແມັດ.
- ປະລິມານອາຊິດ

ເມັດອາຣາບິກາ ຈະມີອາຊິດຫຼາຍກວ່າເມັດໂຣບັສຕ້າ ນັ້ນແມ່ນເຫດຜົນທີ່ເປັນຫຍັງຣົດຊາດຂອງເມັດອາຣາບິກາຈຶ່ງມີຄວາມສົ້ມອັນເປັນເອກະລັກກວ່າຂອງໂຣບັສຕ້າ.
- ປະລິມານນ້ຳຕານ ແລະ ລິປິດ

ອາຣາບິກາມີປະລິມານນ້ຳຕານ ແລະ ລິປິດສູງກວ່າເມັດໂຣບັສຕ້າ. ລິປິດແມ່ນສ່ວນທີ່ສົ່ງສຳຜັດຄວາມມັນ ແລະ ນຸ້ມໃຫ້ແກ່ກາເຟ. ການມີປະລິມານນ້ຳຕານ ແລະ ລິປິດທີ່ສູງກວ່າ ເທົ່າກັບວ່າມັນສ້າງຄວາມຫຼາກຫຼາຍໃຫ້ແກ່ຣົດຊາດຂອງກາເຟທີ່ມີ.
- ລາຄາ

ສຳລັບລາຄາເມັດແມ່ນອີງໃສ່ຫຼາຍປັດໄຈ ເຊິ່ງຂັ້ນຕອນການປູກໄປຈົນຮອດການເບິ່ງແຍງຂອງມັນນັ້ນມີຜົນຕໍ່ລາຄາເມັດກາເຟຫຼາຍ ນັ້ນຈຶ່ງອະທິບາຍວ່າ ອາຣາບິກາຈະລາຄາສູງກວ່າໂຣບັສຕ້າເປັນເທົ່າຕົວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/