ຖວທ ຄຳມ່ວນ ເນັ້ນໃຫ້ພະນັກງານມີຄວາມສາມັກຄີ ຊັບຊ້ອນຈັດວາງພະນັກງານທີ່ມີຄວາມຮູ້ມີຄວາມຮັບຜິດຊອບຕໍ່ວຽກງານ


ໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ໃນທ້າຍອາທິດຜ່ານມາ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ເນັ້ນໃຫ້ພະນັກງານຫຼັກແຫຼ່ງໃນຂົງເຂດ ຖວທ ເອົາໃຈໃສ່ 6 ບັນຫາສຳຄັນຄື:

1. ຖືເອົາບັນຫາທາງດ້ານການເມືອງແນວຄິດເປັນບັນຫາສໍາຄັນ, ມີຄວາມສາມັກຄີເປັນເອກະພາບ ນັບແຕ່ຂັ້ນແຂວງ ລົງຮອດຂັ້ນເມືອງຢ່າງໜັກແໜ້ນ ບົນພື້ນຖານແຜນການນຳພາຂອງພັກ-ລັດ, ເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນ ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບການຕ່າງໆຂອງພັກ-ລັດ ຕົກລົງບັນຫາເປັນເອກະພາບກັນແລ້ວ ຕ້ອງປຸ້ມລຸມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍ. 

2. ດ້ານການປັບປຸງກົງຈັກການຈັດຕັ້ງ ໃຫ້ເອົາໃຈໃສ່ ຄົ້ນຄວ້າລົງເລິກ, ຊັບຊ້ອນຈັດວາງພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເຂົ້າໃນຕໍາແໜ່ງຕ່າງໆໃຫ້ແທດເໝາະກັບສະພາບວຽກງານ ພ້ອມກັນນັ້ນກໍຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງ ພະນັກງານຢ່າງມີຈຸດສຸມ ຕາມຄວາມຕ້ອງການຂອງວຽກງານຕົວຈິງ.

3. ການສ້າງນິຕິກຳໃຕ້ກົດໝາຍ ເຊິ່ງແມ່ນວຽກງານໜຶ່ງທີ່ມີຄວາມຈຳເປັນທີ່ຂາດບໍ່ໄດ້ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນປະຈຸບັນ ຕ້ອງຫັນໄປສູ່ກາ ຄຸ້ມຄອງດ້ວຍລະບຽບກົດໝາຍ ສະນັ້ນຈຶ່ງຮຽກຮ້ອງໃຫ້ມີການຄົ້ນຄວ້າເບິ່ງວ່າພວກເຮົາມີກົດໝາຍ, ລະບຽບການອັນໃດແດ່ແລ້ວ ນຳໃຊ້ເຂົ້າໃນວຽກງານຕົວຈິງປະຈຸບັນແທດເໝາະແລ້ວບໍ? ຫຼືຕ້ອງໄດ້ປັບປຸງ ແລະ ອັນໃດບໍ່ທັນມີຈະຕ້ອງໄດ້ສ້າງໃໝ່ ເພື່ອໃຫ້ສາມາດຄຸ້ມຄອງວຽກງານໃນແຕ່ລະດ້ານຢ່າງມີປະສິດທິຜົນ.

4. ດ້ານວຽກງານຖະແຫຼງຂ່າວ ເອົາໃຈໃສ່ສູ້ຊົນຫັນຈາກລະບົບອະນາລັອກມາເປັນລະບົບດີຈິຕອນ, ຂະຫຍາຍຕາໜ່າງລະບົບ ໂທລະໂຄ່ງໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ເຜີຍແຜ່ໂຄສະນາຂໍ້ມູນຂ່າວສານທີ່ເປັນປະໂຫຍດຫຼາຍຂຶ້ນ, ພະຍາຍາມຫຼຸດຜ່ອນ ຂ່າວພິທີການ, ຂ່າວບັນເທີງທີ່ບໍ່ຈຳເປັນ ຫັນມາຜະລິດຂ່າວທີ່ຕິດພັນກັບການສ້າງສາພັດທະນາ, ການຜະລິດທີ່ຕິດພັນກັບການດຳລົງຊີວິດ, ວຽກດີຄົນເດັ່ນທີ່ເປັນບົດຮຽນໃຫ້ແກ່ສັງຄົມ ພ້ອມນັ້ນກໍຕ້ອງສຸມໃສ່ໃນການ ໂຄສະນາກ່ຽວກັບມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເປັນໄພອັນຕະລາຍຢູ່ໃນສັງຄົມ ໃນປະຈຸບັນໃຫ້ຫຼາຍຂຶ້ນ.

5. ວຽກງານວັດທະນະທຳ ສຸມໃສ່ການສ້າງຄອບຄົວວັດທະນະທຳ ໂດຍການເນັ້ນໃສ່ທາງດ້ານຄຸນະພາບໃຫ້ຫຼາຍ ພ້ອມທັງເປັນເຈົ້າການຕິດຕາມຄືນ ບັນດາບ້ານທີ່ຖືກຮັບຮອງໄປແລ້ວນັ້ນ ຍັງຮັກສາມາດຕະຖານເງື່ອນໄຂຂອງບ້ານວັດທະນະທຳໄວ້ໄດ້ຄືເກົ່າ ຫຼື ບໍ່.

6.ວຽກງານທ່ອງທ່ຽວ ເປັນວຽກງານໜຶ່ງທີ່ລັດຖະບານ ກໍຄືແຂວງຖືເອົາເປັນຂະແໜງເສດຖະກິດສຳຄັນ ແລະ ເປັນກຳລັງແຮງຍູ້ດັນ ຂັບເຄື່ອນການ ຂະຫຍາຍຕົວເສດຖະກິດ ເຊິ່ງແຂວງຄຳມ່ວນແມ່ນມີທ່າແຮງບົ່ມຊ້ອນທາງດ້ານການທ່ອງທ່ຽວຫຼາຍ. ສະນັ້ນ ພວກເຮົາຕ້ອງໄດ້ສ້າງທຸກເງື່ອນໄຂ ເພື່ອພັດທະນາການທ່ອງທ່ຽວໃຫ້ມີຄຸນະພາບ ບໍ່ວ່າຈະເປັນທາງດ້ານການ ພັດທະນາສະຖານທີ່ທ່ອງທ່ຽວ, ການບໍລິການ, ອາຫານການກິນ, ດ້ານວັດທະນະທຳຮີດຄອງປະເພນີ ແລະ ອື່ນໆ ເພື່ອສ້າງແຮງດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາແຂວງຄຳມ່ວນຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3LW2CdR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/