ເປັນປາກົດການຄັ້ງໃຫຍ່ ໃນປະຫວັດສາດທະວີບອາຊີ ເມື່ອປະເທດໄທ ກຳລັງຈະຈັດການແຂ່ງຂັນບານເຕະ ເສິກແດງເດືອດ ລະຫວ່າງ Manchester United ພົບກັບ Liverpool Fc. ໂດຍໃສ່ຊື່ການແຂ່ງຂັນນີ້ວ່າ THE MATCH Bangkok Century Cup 2022. ການແຂ່ງຂັນຄັ້ງນີ້ ຈະຖືກຈັດຂຶ້ນໃນ ສະໜາມກິລາແຫ່ງຊາດ ຂອງປະເທດໄທ ໃນວັນທີ 12 ກໍລະກົດນີ້.
ໂດຍການພົບກັນລະຫວ່າງ 2 ທີມນີ້ ຖືວ່າເປັນ ເສິກທີ່ແຟນບານທົ່ວໂລກໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກ 2 ທີມເປັນຄູ່ແຂ່ງກັນໂດຍກົງ ໃນປະເທດອັງກິດ ນອກຈາກຄວາມຂັດແຍ້ງໃນສະໜາມແລ້ວ ເລື່ອງນອກສະໜາມກໍເຊັ່ນກັນ ເພາະວ່າຍັງມີການຂັດແຍ້ງກັນເລື່ອງເສດຖະກິດ ມາຕັ້ງແຕ່ສະໄໝອະດີດແລ້ວ. ຖືໄດ້ວ່າເປັນ 2 ທີມ ທີ່ມີປະຫວັດສາດອັນຍາວນານທັງສອງ ແລະ ມີແຟນບານໜາແໜ້ນໄປທົ່ວໂລກ. ເສິກນີ້ເອີ້ນໄດ້ວ່າ ພົບກັນເທື່ອໃດ ມ່ວນຈົນເກືອບຢຸດຫາຍໃຈເທື່ອນັ້ນ. ຈຶ່ງເປັນໂອກາດດີ ສຳລັບແຟນບານ ໃນອາຊີ ແລະ ປະເທດລາວ ທີ່ຈະມີໂອກາດໄປເບີ່ງນັກເຕະລະດັບໂລກ ແບບຕົວເປັນໆ ດ້ວຍຕາຂອງຕົນເອງຈັກເທື່ອໜຶ່ງໃນຊີວິດ.

ສຳລັບປີ້ເຂົ້າຊົມການແຂ່ງຂັນມີທັງໝົດ 7 ລາຄາ: 5,000 / 7,000 / 12,000 / 15,000 / 20,000 / 22,000 ແລະ 25,000 ບາດ. ສຳລັບຜູ້ທີ່ສົນໃຈສາມາດຊື້ປີ້ໄດ້ທີ່ ໄທ Ticket Major ທຸກສາຂາ ຫຼື ຊ່ອງທາງອອນໄລນ໌ທີ່ https://cutt.ly/VDFiM2R ເຊິ່ງຈະວາງຂາຍໃຫ້ປະຊາຊົນທົ່ວໄປ ໃນວັນທີ 2 ເມສາ 2022 ເວລາ 10:00 ໂມງ (ຈຳກັດຜູ້ດຽວ ຊື້ບໍ່ເກີນ 4 ປີ້).

ການແຂ່ງຂັນຄັ້ງນີ້ ຖືເປັນໂອກາດດີ ສຳລັບແຟນບານ ໃນອາຊີ ແລະ ປະເທດລາວ ທີ່ບໍ່ມີໂອກາດທີ່ຈະບິນໄປເບີ່ງຄູ່ນີ້ ຮອດປະເທດອັງກິດ ຈະໄດ້ເຫັນນັກເຕະລະດັບໂລກຂວັນໃຈຕົນເອງ ແບບຕົວເປັນໆດ້ວຍຕາຂອງຕົນເອງຈັກເທື່ອໜຶ່ງໃນຊີວິດ.
ຂອບໃຈຂໍ້ມູນຈາກ: https://cutt.ly/LDFogik
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/