ກອງທັບນັກເຕະຊຸດຟ້າຂາວ ອາເຈນຕິນາ ສາມາດຜ່ານເຂົ້າໄປຮອບ 32 ທີມສຸດທ້າຍ ສຳລັບການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າໄດ້ສຳເລັດ. ແຕ່ສິ່ງທີ່ໜ້າເສຍດາຍທີ່ສຸດຢ່າງໜຶ່ງຂອງຊາວອາເຈນຕິນາ ກໍຄືບານໂລກຄັ້ງນີ້ຈະບໍ່ມີ Diego Maradona ສຸດຍອດຕຳນານໃນວົງການບານເຕະ ເດີນທາງໄປຮ່ວມເຊຍຮ່ວມໃຫ້ກຳລັງໃຈນັກເຕະຊຸດນີ້ ຫຼັງຈາກລາວໄດ້ເສຍຊີວິດໃນເດືອນພະຈິກ 2020 ທີ່ຜ່ານມາ.

ສຸດຍອດນັກເຕະຕະຫຼອດການຂອງວົງການບານເຕະ ສາຍາ “Hand of God” (ມືຂອງພະເຈົ້າ), Diego Maradona ທີ່ພາອາເຈນຕິນາຄວ້າແຊັ້ມບານໂລກໃນປີ 1986 ເສຍຊີວິດລົງ ລວມອາຍຸໄດ້ 60 ປີ ດ້ວຍພາວະຫົວໃຈຢຸດເຕັ້ນກະທັນຫັນ. ໂດຍທາງຄອບຄົວຂອງລາວໄດ້ເຮັດພິທີກຳຝັງສົບຂອງລາວໄປເປັນທີ່ຮຽບຮ້ອຍແລ້ວ ແຕ່ຫົວໃຈຂອງລາວຖືກເກັບຮັກສາໄວ້ເປັນຢ່າງດີ ໃນຫ້ອງທົດລອງທີ່ສະຖານີຕຳຫຼວດແຫ່ງໜຶ່ງໃນປະເທດອາເຈນຕິນາ.

ແຕ່ຫຼ້າສຸດ ກ່ອນທີ່ຈະຮອດການແຂ່ງຂັນບານໂລກ ໃນປາຍປີນີ້ ໄດ້ມີຕົວແທນ Bombay ແລະ SBO, ສອງບໍລິສັດນາຍໜ້າໂຄສະນາອອກມາກ່າວຜ່ານສື່ມວນຊົນ ເພື່ອຮຽກຮ້ອງໃຫ້ລັດຖະບານອາເຈນຕິນາອະນຸຍາດໃຫ້ທີມຊາດອາເຈນຕິນາເອົາຫົວໃຈຂອງ Maradona ທີ່ຖືກເກັບໄວ້ໃນຫ້ອງທົດລອງຕິດຕົວໄປນຳໃນການແຂ່ງຂັນເຕະບານໂລກ 2022 ທີ່ປະເທດກາຕ້າໃນເດືອນພະຈິກນີ້. ໂດຍອ້າງວ່າມັນປຽບເໝືອນເຄື່ອງທີ່ຈະນຳໂຊກມາໃຫ້ Lionel Messi ແລະ ໝູ່ໆທີມຊາດອາເຈນຕິນາສາມາດຄວ້າແຊັ້ມໂລກໃນຄັ້ງນີ້ໄດ້.

Javier Mentasti ຜູ້ບໍລິຫານຂອງບໍລິສັດ Bombay ກ່າວເຖິງຄວາມຄິດແປກໆຄັ້ງນີ້ຕໍ່ສື່ມວນຊົນວ່າ: “ຂ້ອຍແນ່ໃຈວ່ານີ້ອາດຈະເປັນສິ່ງທີ່ Diego ຢາກໃຫ້ເຮົາເຮັດ, ຖ້າເຮົາຖາມລາວໄດ້ ລາວຕ້ອງຕອບວ່າເຮັດໂລດ! ມັນຈະຖືກນໍາຂຶ້ນລົດເມໄປໂຮງແຮມ ແລ້ວເອົາຂຶ້ນຍົນໄປພ້ອມກັບຂະບວນນັກເຕະທີມຊາດ ໄປລຸຍບານໂລກທີ່ກາຕ້າ. ເຈົ້າຄິດພາບອອກບໍ່ວ່າມັນຈະສຸດຍອດສ່ຳໃດ ຖ້າຫົວໃຈຂອງ Diego ທີ່ປຽບເໝືອນຕົວແທນຂອງລາວໄດ້ຢູ່ໃນຫ້ອງແຕ່ງຕົວຂອງນັກເຕະ ແລະ ຢູ່ໃນການໂອ້ລົມວາງແຜນກ່ອນການລົງແຂ່ງຂັນ” .

ຢ່າງໃດກໍຕາມ ສໍາລັບຄວາມຄິດທີ່ຈະເອົາຫົວໃຈຂອງ Diego Maradona ຕິດຕົວໄປເຕະບານໂລກໃນກາຕ້ານັ້ນ ຍັງບໍ່ມີການຕອບຮັບ ຫຼື ເຫັນດີອະນຸມັດຈາກສະມາຄົມບານເຕະອາເຈນຕິນາ ຫຼື ຄອບຄົວຂອງ Maradona ເທື່ອ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/