ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ພິທີໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2022 ນີ້ ທີ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ທ່ານ ຫງວຽນ ແອງຕວັນ ກຳມະການສູນກາງພັກ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນ ພ້ອມຄະນະ ໄດ້ຮ່ວມພົບປະກັນ ຢ່າງບໍ່ເປັນທາງການ.

ການຕ້ອນຮັບ ແລະ ການສົນທະນາແມ່ນໄດ້ດຳເນີນໄປຢ່າງອົບອຸ່ນ ແລະ ສະໜິດສະໜົມ ເຊິ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນ, ການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດທິພາບສູງ. ຝ່າຍຫວຽດນາມຍັງຕີລາຄາສູງໃນການພົບປະຄັ້ງນີ້ ເຊິ່ງແມ່ນແຂກຕ່າງປະເທດເປັນຄະນະທຳອິດທີ່ມາຢ້ຽມຢາມ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມີນໃນປີ 2022 ເຊິ່ງປີນີ້ເປັນປີທີ່ມີຄວາມໝາຍ, ເປັນປີແຫ່ງການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ກໍຄືຊາວໜຸ່ມສອງປະເທດໄດ້ພ້ອມກັນສ້າງກິດຈະກຳເພື່ອສະເຫຼີມສະຫຼອງໃນວັນສໍາຄັນດັ່ງກ່າວ ເພື່ອສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນສອງຊາດ ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະ ກໍ່ສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໜັ້ນຄົງ ແລະ ສວຍສົດງົດງາມ.

ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ນີ້ຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມທັງສອງຝ່າຍຍັງໄດ້ຮ່ວມມືລົງນາມ ສັນຍາການຮ່ວມມືປະຕິບັດໂຄງການສູນຝຶກອົບຮົມຊາວໜຸ່ມ,ເຍົາວະຊົນ ລາວ-ຫວຽດນາມ ທີ່ຈະໄດ້ກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ (ສປປ ລາວ) ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ ການເຊັນສັນຍາໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງການນໍາທັງ 2 ປະເທດ.
ຂອບໃຈຂໍ້ມູນຈາກ: https://bit.ly/3nmUgly
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/