ເມື່ອເວົ້າເຖິງປະເທດລາວໃນສາຍຕາຂອງຊາວຕ່າງຊາດ ຫຼາຍຄົນກໍອາດນຶກເຖິງປະເທດທີ່ອ້ອມຮອບໄປດ້ວຍທຳມະຊາດ ວັດວາອາຮາມ ຕັ້ງແຕ່ເໜືອຮອດໃຕ້, ປະເທດທີ່ຍັງຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຈາກອະດີດຈົນຮອດປັດຈຸບັນ ແລະ ປະຊາຊົນລາວຜູ້ມີນ້ຳໃຈ ຍິ້ມແຍ້ມແຈ່ມໃສ ດ້ວຍເຫດນັ້ນປະເທດລາວເຮົາຈຶ່ງຖືກຈັດອັນດັບເປັນໜຶ່ງໃນບັນດາປະເທດທີ່ເປັນມິດທີ່ສຸດໃນໂລກ.

ອີງຕາມລາຍຊື່ທີ່ຮວບຮວມຂໍ້ມູນ ແລະ ເຜີຍແຜ່ໂດຍການທ່ອງທ່ຽວໃນລອນດອນ (LonDon) ປະເທດລາວໄດ້ຖືກຈັດອັນດັບປະເທດທີ່ເປັນມິດທີ່ສຸດໃນໂລກເປັນອັນດັບ 3 ຂອງໂລກ.
ເຊິ່ງລາຍຊື່ດັ່ງກ່າວຖືກສ້າງຂຶ້ນໂດຍ Rough Guides, ທີ່ໄດ້ເຮັດຜົນສຳຫຼວດໂດຍຂໍໃຫ້ຜູ້ຕິດຕາມໃນ Twitter ແລະ Facebook ຂອງຕົນ ໃຫ້ຄວາມຄິດເຫັນຂອງເຂົາເຈົ້າກ່ຽວກັບປະເທດທີ່ເປັນມິດທີ່ສຸດໃນໂລກ, ໂດຍປະເທດລາວໄດ້ຕິດອັນດັບສາມໃນຜົນສຳຫຼວດນີ້.

ດ້ວຍຊື່ສຽງຂອງຄົນລາວວ່າເປັນ “ຄົນໃຈດີ”, ມັນບໍ່ແປກໃຈເລີຍທີ່ປະຊາຊົນລາວຈະເປັນມິດທີ່ສຸດໃນໂລກ. ໃນຂະນະທີ່ປະເທດລາວຈະມີແຜນເປີດປະເທດໃນໄວໆນີ້, ແນ່ນອນເມື່ອນັກນັກທ່ອງທ່ຽວເລືອກທີ່ຈະມາທ່ຽວໃນປະເທດລາວ ພວກເຂົາກໍຈະໄດ້ຮັບການຕ້ອນຮັບດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ໄມຕີຈິດທີ່ດີ. ດ້ວຍຄວາມຍິ້ມແຍ້ມແຈ່ມໃສນີ້ແມ່ນພວກເຂົາຈະຫາໃນບ່ອນອື່ນບໍ່ໄດ້ຄືກັນກັບປະເທດລາວນີ້.
ຜົນການສຳຫຼວດຄວາມຄິດເຫັນຂອງ Rough Guides, ສະບັບປັບປຸງໃນຕົ້ນເດືອນນີ້, ໄດ້ລວມເອົາທຸກໆປະເທດໃນໂລກ ຕັ້ງແຕ່ Albania ເຖິງ Uganda,
ແລະນີ້ແມ່ນລາຍຊື່ 10 ປະເທດທີ່ເປັນມິດທີ່ສຸດໃນໂລກ ສຳຫຼວດໂດຍ Rough Guides.
- ອັນດັບ 1 ກຳປູເຈຍ
- ອັນດັບ 2 ຟິລິບປິນ
- ອັນດັບ 3 ລາວ ລາວເປັນປະເທດທີ່ຕ້ອນຮັບດີຫຼາຍທີ່ສຸດອັນດັບ 3 ຂອງໂລກ ອີງຕາມແຟນຄລັບ ແລະ ຜູ້ຕິດຕາມຂອງ Rough Guides ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃນອາຊີຕາເວັນອອກສຽງໃຕ້. ຜູ້ໃຊ້ Twitter ຄົນໜຶ່ງໃຫ້ຄຳເຫັນວ່າ, “ຄວາມເປັນມິດທີ່ເບິ່ງຄືວ່າເປັນວິຖີຊີວິດ. ສາມອາທິດທີ່ຂ້ອຍຢູ່ນັ້ນແລະບໍ່ມີສຽງດັງຂຶ້ນ.”
- ອັນດັບ 4 ເນປານ
- ອັນດັບ 5 ໄທ
- ອັນດັບ 6 ມຽນມາ
- ອັນດັບ 7 ອິນໂດເນເຊຍ
- ອັນດັບ 8 ຟິຈິ
- ອັນດັບ 9 ສະກັອດແລນ
- ອັນດັບ 10 ສີລັງກາ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/