ຈົບໄປແລ້ວກັບການປະກວດ Miss Universe 2020 ເຊິ່ງ Thuzar Wint Lwin ນາງງາມຈາກມຽນມາກໍໄດ້ເຂົ້າຮອບໄປເຖິງ 21 ຄົນສຸດທ້າຍ ແລະ ຍັງຊະນະຮອບຊຸດປະຈຳຊາດອີກດ້ວຍ. ເຖິງແມ່ນວ່າຊຸດນີ້ອາດຈະບໍ່ແມ່ນຊຸດທີ່ກຽມມາປະກວດ ເພາະຊຸດທີ່ວາງແຜນຈະໃສ່ນັ້ນໄດ້ເສຍໄປ, ແຕ່ຊຸດນີ້ກໍງາມ, ພິເສດ ແລະ ສຳຄັນກໍແມ່ນ ແວວຕາການສະແດງອອກ ລວມເຖິງຄວາມກ້າສະແດງຈຸດຢືນ ປີນີ້ມຽນມາຈຶ່ງໄດ້ຮາງວັນຊຸດປະຈຳຊາດດີເດັ່ນໄປຄອງ.

ຕອນທີ່ Thuzar Wint Lwin ອາຍຸ 19 ປີ ລາວເຄີຍຜ່າຕັດ ເພາະພົບວ່າເປັນກ້ອນເບົ້າທີ່ເຕົ້ານົມທັງ 2 ຂ້າງ ແລະ ລາວຍັງໄດ້ບອກວ່າ: “ເລື່ອງນີ້ເປັນເລື່ອງທີ່ເສົ້າໃຈທີ່ສຸດ ເພາະກ້ອນເບົ້າທີ່ໃຫຍ່ຂຶ້ນ ແລະ ກຳລັງຈະກາຍເປັນມະເຮັງ ຖ້າບໍ່ຜ່າຕັດກໍອາດຈະເຖິງຂັ້ນເສຍຊີວິດໄດ້”
ໃນເມື່ອລາວຮູ້ດັ່ງນັ້ນ, ລາວຈຶ່ງໄດ້ຕັດສິນໃຈຜ່າຕັດກ້ອນເບົ້າອອກໄປໃນທັນທີ ແຕ່ກໍມີຜົນກະທົບຕາມມາເປັນຕົ້ນ ເຮັດໃຫ້ລາວມີຮອຍບາດທັງ 2 ຂ້າງ ເຊິ່ງໃຫຍ່ພໍສົມຄວນ ພ້ອມເປັນຮອຍດຳ ເຮັດໃຫ້ລາວບໍ່ມີຄວາມໝັ້ນໃຈ ແລະ ຜິດຫວັງໃນຮູບຮ່າງຂອງຕົນເອງ. ລາວເຮັດທຸກວິທີທາງທີ່ຈະໃຫ້ຮອຍບາດນັ້ນຫາຍອອກໄປ ຫຼື ເບົາບາງລົງ ເປັນຕົ້ນແມ່ນເລເຊີ ແລະ ທາຢາ ແຕ່ກໍບໍ່ເຊົາ.

ຈາກນັ້ນ ລາວຈຶ່ງຕັ້ງຄຳຖາມກັບຕົນເອງວ່າ: ເປັນຫຍັງຕ້ອງລຶບຮອຍນີ້ອອກໄປ ໃນເມື່ອຕົນເອງກໍຍັງເປັນຕົນເອງ ແລະ ໃນທີ່ສຸດລາວກໍຄົ້ນພົບໄດ້ວ່າ ບໍ່ມີຫຍັງປ່ຽນແປງທາງໃນ ແລະ ຄຸນຄ່າໃນຕົວລາວ.
ປັດຈຸບັນ ຮອຍບາດ ກໍຍັງຄົງເປັນຮອຍຄືເກົ່າ ແລະ ເປັນສິ່ງທີ່ເຕືອນໃຈລາວສະເໝີ, ນອກຈາກນັ້ນ Thuzar Wint Lwin ກໍໄດ້ເຮັດໂຄງການທີ່ສົ່ງເສີມໃຫ້ແມ່ຍິງທຸກຄົນ ຄຳນຶງເຖິງ ແລະ ເບິ່ງແຍງຕົນເອງ ໃນເລື່ອງມະເຮັງເຕົ້ານົມ.
ສຸດທ້າຍ ລາວຢາກບອກກັບຜູ້ຍິງທຸກຄົນທີ່ເປັນໂຣກນີ້ວ່າ: “ຈົ່ງຢ່າໄດ້ອາຍໃນຮອຍບາດທີ່ເຈົ້າມີ” ແລະ “ເຈົ້າຕ້ອງລອດຈາກໂຣກນີ້ຢ່າງໜ້າພູມໃຈ”.

ຂໍ້ມູນຈາກ: https://bit.ly/3tT9hvQ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/