ຕັ້ງແຕ່ມີສະຖານະການໂຄວິດ-19 ລະບາດໄປທົ່ວໂລກ ອີກມາດຕະການຮັບມືກັບມັນ ນັ້ນແມ່ນການເຮັດວຽກຢູ່ເຮືອນ ຫຼື Work from home ເຊິ່ງເປັນທີ່ນິຍົມກັນຫຼາຍ ແລະ ຖືວ່າເປັນໂອກາດທີ່ຫຼາຍຝ່າຍຈະໄດ້ເຫັນຂໍ້ດີໃນການເຮັດວຽກແບບໃໝ່ທີ່ເຮັດວຽກໜ້ອຍລົງ ແຕ່ປະສິດທິພາບໃນການເຮັດວຽກບໍ່ລົດລົງຕາມ ເຮັດໃຫ້ເກີດແນວຄິດການລົດເວລາໃນການເຮັດວຽກໃຫ້ໜ້ອຍລົງຕາມມາ.

ເມື່ອບໍ່ດົນມານີ້ ພັກມາສປາອິສ ພັກການເມືອງຂອງສະເປນທີ່ເປັນຕົວການສຳຄັນໃນການສະໜັບສະໜູນເລື່ອງການເລີ່ມເຮັດວຽກ 4 ມື້ຕໍ່ອາທິດ.
ທາງລັດຖະບານໄດ້ມີການຕົກລົງເຫັນດີກັບນະໂຍບາຍການເຮັດວຽກພຽງແຕ່ 4 ມື້ ຫຼື 32 ຊົ່ວໂມງຕໍ່ອາທິດ ເພື່ອຈະລົດເວລາການເຮັດວຽກໃຫ້ໜ້ອຍລົງ ແລະ ບໍ່ມີການຫັກເງິນເດືອນໃດໆ. ລັດຖະບານໄດ້ຕັ້ງງົບປະມານ 50 ລ້ານຢູໂຣ ສຳລັບໃຊ້ຈ່າຍໃຫ້ກັບບໍລິສັດທີ່ເຂົ້າຮ່ວມນະໂຍບາຍ.
ມີຫຼາຍບໍລິສັດໃຫ້ສຽງຕອບຮັບທີ່ດີ ແລະ ມີຄວາມສົນໃຈໃນນະໂຍບາຍນີ້ ເພາະເບິ່ງວ່າມັນຈະຊ່ວຍຟື້ນຟູເສດຖະກິດໃນໄລຍະໂຄວິດ-19, ລວມເຖິງຈະເປັນນະໂຍບາຍທີ່ຊ່ວຍໃຫ້ຄົນຫັນມາສົນໃຈສິ່ງແວດລ້ອມ ແຖມຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນ.

ບໍລິສັດ Software Delso ຂອງສະເປນ ເປັນບໍລິສັດເລີ່ມຕົ້ນການທົດລອງນີ້ ເຊິ່ງຜົນທີ່ໄດ້ກໍເປັນດັ່ງທີ່ຄາດໄວ້ເພາະພົບວ່າ ກຳລັງການຜະລິດເພີ່ມຫຼາຍຂຶ້ນ ແລະ ພະນັກງານກໍມີຄວາມສຸກຫຼາຍຂຶ້ນ.
Joe Ryle ໜຶ່ງໃນຜູ້ສະໜັບສະໜູນນະໂຍບາຍເຮັດວຽກຢູ່ເຮືອນ ໄດ້ກ່າວວ່າ ການເຮັດວຽກຢູ່ເຮືອນເຮັດໃຫ້ໄດ້ໃຊ້ເວລາໃນການທົບທວນເຖິງສິ່ງຕ່າງໆທີ່ສຳຄັນໃນຊີວິດຫຼາຍຂຶ້ນ, ເພາະວ່າມັນປຽບດັ່ງເປັນການເປີດໂລກ-ເປີດຫູ-ເປີດຕາ ໃຫ້ຄົນຮູ້ວ່າ ການເຮັດວຽກຢູ່ເຮືອນມັນເປັນໄປໄດ້ ແລະ ມີປະສິດທິພາບອີກດ້ວຍ.

ກ່ອນໜ້ານີ້ ກໍມີປະເທດນິວຊີແລນ ແລະ ເຢຍລະມັນທີ່ທົດລອງລົດເວລາເຮັດວຽກຕໍ່ອາທິດເຊັ່ນກັນ ເພື່ອຫວັງຈະລົດຜົນກະທົບທາງດ້ານເສດຖະກິດ ລວມເຖິງຜົນການສຶກສາທີ່ເນັ້ນໜັກນະໂຍບາຍນີ້ໃຫ້ໄດ້ຮັບຄວາມນິຍົມ ແລະ ຂະຫຍາຍໄປທົ່ວໂລກ.
ຂອບໃຈຂໍ້ມູນຈາກ:
https://www.facebook.com/brandthink.me/posts/2996390670686465