ຂໍ້ມູນຈາກໜ່ວຍງານວິທະຍາສາດເຜີຍວ່າ ແກ໊ສມີເທນທີ່ເກີດຈາກການລ້ຽງສັດ 10% ຂອງແກ໊ສເຮືອນແກ້ວທີ່ຖືກປ່ອຍອອກມາ, ງົວໂຕໜຶ່ງສາມາດຜະລິດແກ໊ສມີເທນອອກມາໄດ້ເທົ່າໆກັບລົດຄັນໜຶ່ງເລີຍ ທີ່ຜ່ານມາຈຶ່ງມີການໂຄສະນາກ່ຽວກັບການລົດກິນຊີ້ນງົວລົງຢູ່ເລື້ອຍໆ.

ຜະລິດຕະພັນທີ່ເຮັດຈາກງົວ ສາມາດທຳລາຍສິ່ງແວດລ້ອມໄດ້ຫຼາຍກວ່າທີ່ຄິດ ເນື່ອງຈາກການລ້ຽງສັດ ປ່ອຍແກ໊ສມີເທນທີ່ມີປະສິດທິພາບໃນການກັກເກັບຄວາມຮ້ອນຫຼາຍກວ່າຄາບອນໄດອັອກໄຊຫຼາຍເຖິງ 28 ເທົ່າໂຕ ອອກມາສູ່ຊັ້ນບັນຍາກາດຈຳນວນຫຼາຍ ຍັງບໍ່ນັບປຸ໋ຍໄນໂຕຣເຈນທີ່ປ່ອຍແກ໊ສໄນຕຣິສອັອກໄຊອອກມາ, ຍັງຊັບພະຍາກອນນ້ຳ ແລະ ດິນ ທີ່ເສຍໄປລະຫວ່າງເຮັດຟາມອີກ.
ຜົນການວິໄຈໃໝ່ບອກວ່າ ສາຫຼ່າຍສາມາດເອົາມາເປັນອາຫານໃຫ້ຝູງງົວກິນ ເພື່ອລົດການປ່ອຍແກ໊ສມີເທນໄດ້ຫຼາຍກວ່າ 82% ເຊິ່ງງານວິໄຈນີ້ມາຈາກ University of California, Davis ຕີພິມລົງໃນວາລະສານ PLOS ONE ອາດຈະເປັນທາງເລືອກໃໝ່ທີ່ຍືນຍົງກວ່າເກົ່າສຳລັບການລ້ຽງສັດ.

Ernias Kebread ອາຈານທີ່ເປັນຜູ້ນຳການວິໄຈໃນຄັ້ງນີ້ບອກວ່າ ການວິໄຈນີ້ສາມາດຊ່ວຍຊາວນາໃຫ້ຜະລິດຊີ້ນງົວ ແລະ ຜະລິດຕະພັນຈາກຊີ້ນງົວໃຫ້ຍືນຍົງຫຼາຍຂຶ້ນ ແລະ ມັນຍັງຊ່ວຍລົດການປ່ອຍແກ໊ສເຮືອນແກ້ວອີກດ້ວຍ.
ໃນຂະນະທີ່ Ernias Kebread ກຳລັງເຮັດການທົດລອງເປັນໄລຍະເວລາ 5 ເດືອນ ຮ່ວມກັບນັກສຶກສາປະລິນຍາເອກຂອງລາວ Breanna Roque ພວກເຂົາໄດ້ໃຫ້ງົວ 21 ໂຕ ກິນສາຫຼ່າຍເປັນອາຫານ ແລ້ວກໍຕິດຕາມນ້ຳໜັກ ແລະ ການປ່ອຍແກ໊ສມີເທນມາຕະຫຼອດ. ຜົນທີ່ໄດ້ແມ່ນ ງົວທີ່ກິນສາຫຼ່າຍ ນ້ຳໜັກຂຶ້ນເທົ່າກັບງົວທີ່ກິນອາຫານປົກກະຕິ ແຕ່ມັນລົດການປ່ອຍແກ໊ສມີເທນຫຼາຍກວ່າເຖິງ 82%.

ຂອບໃຈຂໍ້ມູນຈາກ:
https://www.facebook.com/environman.th/posts/3525674294227659