ອາຈານຄົນແຄນນາດາ ອາຍຸ 78 ປີ ອອກເດີນທາງຕາມຫາລູກສິດ ເພື່ອສົ່ງມອບຄວາມຊົງຈຳໃນອະດີດໃຫ້ເຈົ້າຂອງຄືນ


ເມື່ອກັບໄປໃນປາຍທົດສະວັດທີ 70s ແລະ 80s ມີອາຈານທ່ານໜຶ່ງຊື່ວ່າ “ຮິວ ບຣິດເທນ” ຈະໃຫ້ນັກຮຽນຊັ້ນປະຖົມປີທີ 6 ທີ່ໂຮງຮຽນປະຖົມແຮັບລັອກ ໃນເມືອງເຊນຈອນ ລັດນິວບັນສວິກ ປະເທດແຄນນາດາ ຂຽນບັນທຶກປະຈຳວັນເປັນແບບເຝິກຫັດການຂຽນແບບສ້າງສັນເປັນເວລາໜຶ່ງເດືອນ.

“ເດັກໆຈະປິດບັນທຶກເຫຼົ່ານັ້ນເອົາໄວ້ ແລະ ຂ້ອຍໃຫ້ອິດສະຫຼະພວກເຂົາຂຽນໃນສິ່ງທີ່ຕ້ອງການເຊັ່ນ ສິ່ງທີ່ລົບກວນຈິດໃຈ ຫຼື ສິ່ງທີ່ສຳຄັນໃນຊີວິດພວກເຂົາໃນຕອນນັ້ນ” ບຣິດເທນ ກ່າວ.

ບຣິດເທນ ຍຶດຖືກັບຄຳສັນຍາທີ່ຈະບໍ່ອ່ານບັນທຶກຂອງເດັກໆ ແລະ ຈະສົ່ງຄືນໃຫ້ເມື່ອພວກເຂົາສຳເລັດການສຶກສາ ເພື່ອໃຫ້ລູກສິດຂອງລາວໄດ້ເບິ່ງຄືນວ່າແຕ່ລະຄົນເປັນແນວໃດໃນຕອນອາຍຸ 12 ປີ. ເມື່ອບຣິດເທນກະສຽນອາຍຸການເຮັດວຽກໃນປີ 1995 ລາວໄດ້ເກັບຮວບຮວມເອກະສານຂອງລາວ ລວມທັງປຶ້ມບັນທຶກຫຼາຍສິບຫົວທີ່ຍັງບໍ່ໄດ້ມອບສົ່ງຄືນ ລົງໃນກ່ອງທີ່ລະນຶກຈາກອາຊີບຄູສອນ 34 ປີຂອງລາວ ໃນຂະນະທີ່ໂຮງຮຽນຕ້ອງປິດຕົວລົງ ແລະ ຖືກຮື້ຖອນໃນປີ 2016 ທີ່ຜ່ານມາ.

ບຣິດເທນໃນອາຍຸ 78 ປີ ເຄີຍນຳປຶ້ມບັນທຶກບາງສ່ວນກັບໄປໃຫ້ລູກສິດເມື່ອປີກ່ອນ ໃນງານລວມຮຸ່ນແລ້ວ, ແຕ່ຍັງເຫຼືອອີກ 26 ຫົວ ທີ່ຍັງບໍ່ໄດ້ຖືກສົ່ງຄືນໃຫ້ເຈົ້າຂອງ “ຂ້ອຍເກັບມັນຕະຫຼອດຫຼາຍປີທີ່ຜ່ານມາ ແລະ ບໍ່ຮູ້ວ່າຈະເຮັດແນວໃດ ຂ້ອຍບໍ່ຢາກຖິ້ມມັນໄປ ດັ່ງນັ້ນຂ້ອຍຈຶ່ງຄິດວ່າຈະລອງເບິ່ງອີກຄັ້ງ” ຄູ ບຣິດເທນ ກ່າວ.

“ຫຼັງຈາກເກັບຮັກສາມາດົນເຖິງ 43 ປີ ຂ້ອຍຄິດວ່າ ຮອດເວລາແລ້ວທີ່ພວກມັນຈະໄດ້ຮັບການສົ່ງມອບສູ່ເຈົ້າຂອງ” ຄູ ບຣິດເທນ ກ່າວເສີມ

ເມື່ອເດືອນກຸມພາທີ່ຜ່ານມາ ບຣິດເທນໄດ້ໂພສພາບປຶ້ມບັນທຶກທີ່ຍັງເຫຼືອຢູ່ ລົງໃນກຸ່ມ Facebook ໂດຍມີລາຍຊື່ລູກສິດຂອງລາວຈາກຊັ້ນຕ່າງໆໃນປີ 1977-78, 1981-82, 1982-1983 ແລະ 1987-88. ໂດຍຫຼັງຈາກບຣິດເທນໂພສພາບດັ່ງກ່າວລົງໃນສື່ສັງຄົມອອນລາຍ ມາເຣຍ ເຢວ ລູກຂອງສິດເກົ່າຂອງຄູບຣິດເທນທີ່ປັດຈຸບັນອາໄສຢູ່ໃນລັດວິສຄອນຊິນ ແລະ ມີລູກສາວຄົນໜຶ່ງເຂົ້າມາສະແດງຄວາມຄິດເຫັນ, ເມື່ອຄູເຫັນກໍຈື່ໄດ້ເລີຍ ພ້ອມທັງໂພສຮູບແຕ້ມຂອງນາງທີ່ເຄີຍແຕ້ມໃນປີ 1986 ເປັນການຕອບກັບ.

“ຂ້ອຍຮູ້ສຶກປະຫຼາດໃຈຫຼາຍ ແຕ່ກໍຮູ້ສຶກປະທັບໃຈຫຼາຍທີ່ລາວເອົາໃຈໃສ່ພວກເຮົາແທ້ໆ ລາວເປັນຄູຄົນໜຶ່ງໃນບັນດາຄູທີ່ດີທີ່ສຸດ ໃນຕອນທີ່ຮຽນກັບລາວເຈົ້າຈະຢາກເປັນນັກຮຽນດີເລີຍ ຂ້ອຍຈື່ໄດ້ວ່າລາວໃຫ້ກຳລັງໃຈເຮົາ ແລະ ເປັນຫ່ວງເຮົາສະເໝີ” ເຢວ ກ່າວ.

ຄູບຣິດເທນກ່າວວ່າ “ເປັນເລື່ອງໜ້າສົນໃຈທີ່ລາວໄດ້ຮັບການຕອບກັບຈາກສິດເກົ່າຂອງລາວທີ່ຕອນນີ້ອາໄສຢູ່ທົ່ວແຄນນາດາ ເຊັ່ນສິດທີ່ຊື່ວ່າ ອອສຕິນ ຮັດຕັນ ທີ່ປັດຈຸບັນອາຍຸ 45 ປີທີ່ຊອງໃສ່ປຶ້ມບັນທຶກຂອງລາວມີຕົວໜັງສືຂຽນວ່າ MY DIARY TOP SECRET KEEP OUT ດ້ວຍນ້ຳໝຶກສີຂຽວຢູ່ໜ້າຊອງ”

ຮັດຕັນເລົ່າວ່າ ຄູບຣິດເທນເປັນຄູຜູ້ທີ່ເປັນດັ່ງປາກົດການ ແລະ ເປັນສ່ວນໜຶ່ງໃນບໍ່ເທົ່າໃດຄົນທີ່ລາວຈະຈື່ໄດ້ຕະຫຼອດຊີວິດ ຮັດຕັນບອກພ້ອມວ່າ ລາວຮູ້ສຶກດີໃຈ ແລະ ເຕີມເຕັມຫົວໃຈເມື່ອໄດ້ຮັບປຶ້ມບັນທຶກດັ່ງກ່າວຄືນ ເປັນເພາະຄູເອົາໃຈໃສ່ຫຼາຍພໍທີ່ຈະເກັບຮັກສາມັນໄວ້ມາຕະຫຼອດ 33 ປີ.

“ສຳລັບໃຜບາງຄົນທີ່ມີຫົວໃຈທີ່ຕ້ອງການຈະເກັບຮັກສາບາງສິ່ງເພື່ອແບ່ງປັນ ຫຼື ຫາວິທີແບ່ງປັນໃນທີ່ສຸດ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ ມັນກໍມີພະລັງຕໍ່ຄວາມຮູ້ສຶກຫຼາຍສະເໝີ” ຮັດຕັນ ກ່າວ.

ພາບ: edition.cnn.com, cbc.ca, fox5vegas.com

ຂອບໃຈຂໍ້ມູນຈາກ: