ບັນດາປະເທດໃນທົ່ວໂລກມີລະບົບລະບຽບທີ່ແຕກຕ່າງກັນ ໂດຍສະເພາະເລື່ອງລະບົບການປົກຄອງ ບາງປະເທດອາດປົກຄອງດ້ວຍລະບົບລາຊາ, ບາງປະເທດແມ່ນລະບົບປະຊາທິປະໄຕ ແລະ ເມື່ອເວົ້າເຖິງການເລືອກຕັ້ງ ກໍຖືວ່າເປັນເລື່ອງໜ້າສົນໃຈ ແລະ ສຳຄັນຢ່າງຍິ່ງສຳລັບທຸກຄົນພາຍໃນປະເທດ ແລະ ສຳລັບບາງປະເທດເລື່ອງດັ່ງກ່າວກໍຍັງມີອິດທິພົນຕໍ່ກັບຄົນນອກປະເທດອີກດ້ວຍເຊັ່ນ ການເລືອກຕັ້ງເອົາປະທານາທິບໍດີຂອງສະຫະລັດອາເມລິກາ ຄົນທີ 46 ໃນຕົ້ນເດືອນພະຈິກ 2020 ທີ່ຜ່ານມານີ້ ຖືວ່າໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກ.

ແລ້ວແຕ່ລະປະເທດມີກໍມີການດຳເນີນການເລືອກຕັ້ງທີ່ບໍ່ຄືກັນ ເຊິ່ງບາງເລື່ອງພວກເຮົາອາດຈະບໍ່ຮູ້ ຫຼື ບໍ່ເຄີຍໄດ້ຍິນມາກ່ອນ. ບົດຄວາມນີ້ຈະນຳສະເໜີ ເລື່ອງວິທີການເລືອກຕັ້ງໃນທົ່ວໂລກທີ່ພົ້ນເດັ່ນ ດັ່ງນີ້:
- ໃນສະຫະລັດອາເມລິກາ ປະຊາຊົນທີ່ຈະເລືອກຕັ້ງຕ້ອງໄດ້ລົງທະບຽນການເລືອກຕັ້ງກ່ອນ ເຊິ່ງລະບຽບຂອງແຕ່ລະລັດກໍແຕກຕ່າງກັນ ວ່າຈະໃຫ້ລົງທະບຽນຕອນໃດ ແລະ ແນວໃດ. ຕາມທີ່ຮູ້ມາ ມີພຽງ 13 ລັດ ເທົ່ານັ້ນ ທີ່ອະນຸຍາດໃຫ້ຜູ້ເລືອກຕັ້ງລົງທະບຽນໃນມື້ປ່ອນບັດເລືອກຕັ້ງເລີຍ.
- ສຳລັບ ປະເທດການາດາ ແມ່ນບໍ່ໄດ້ກຳນົດເວລາສຳລັບການລົງທະບຽນ. ໝາຍຄວາມວ່າ ປະຊາຊົນສາມາດໄປບ່ອນຈັດການເລືອກຕັ້ງ, ລົງທະບຽນ, ປ່ອນບັດ ແລະ ກໍກັບໄດ້ເລີຍ.
- ສຳລັບຝຣັ່ງ ການລົງທະບຽນເພື່ອມີສິດເລືອກຕັ້ງແມ່ນອັດຕະໂນມັດເມື່ອປະຊາຊົນມີອາຍຸຮອດ 18 ປີ (ຄືກັນກັບ ສປປ ລາວ). ແຕ່ສຳລັບປະເທດຊູແອດ (Sweden) ແມ່ນຕ້ອງມີໃບອາກອນກ່ອນ ຈຶ່ງສາມາດລົງທະບຽນເລືອກຕັ້ງໄດ້.
- ສຳລັບ ບາງປະເທດ ເຊັ່ນ ອິນເດຍ, ເກຣັກ (Greece), ອູແກຣນ (Ukraine) ແລະ ໂກໂລມບີ (Colombia) ແມ່ນເລືອກທີ່ຈະບໍ່ເອົາຜູ້ສະໝັກເລືອກຕັ້ງໃດເລີຍກໍໄດ້ ເພາະໃນໃບລົງຄະແນນສຽງມີຊ່ອງໃຫ້ໝາຍວ່າ “ບໍ່ເອົາໃຜເລີຍ” (“None of the Above” option).

- ໃນສະຫະລັດອາເມລິກາ ການເລືອກຕັ້ງແມ່ນຈັດໃສ່ແຕ່ວັນອັງຄານເທົ່ານັ້ນ ຊຶ່ງຕ່າງຈາກຫຼາຍປະເທດ ເຊັ່ນ ເບຣຊິນ, ເກຣັກ, ອົດສະຕາລີ, ລາວ ທີ່ຈັດໃສ່ໃນວັນພັກ ເສົາ ຫຼື ອາທິດ ເພື່ອກະຕຸ້ນໃຫ້ຄົນມາເລືອກຕັ້ງ.
- ຢູ່ປະເທດໄຮຕິ (Haiti), Papa Doc ຜູ້ຜະເດັດການ ໄດ້ອອກຄຳສັ່ງໃຫ້ເລືອກເອົາລາວເປັນ ປະທານປະເທດ for Life (the President for Life) ໃນປີ 1964 ເຊິ່ງລາວໄດ້ຮັບຄະແນນສຽງ 99.9% ຈາກຄະແນນສຽງທັງໝົດ.
- ໃນປະເທດ Liechtenstein ພົນລະເມືອງຂອງປະເທດລົງຄະແນນສຽງຕໍ່ກັບບັນຫາເຊັ່ນການໃຫ້ສັນຊາດແກ່ບຸກຄົນໃດໜຶ່ງ ຍ້ອນເປັນປະເທດນ້ອຍຈຶ່ງບໍ່ແມ່ນເລື່ອງຍາກທີ່ຈະຈັດການເລືອກຕັ້ງເປັນແຕ່ລະໂອກາດໄປ.
ໃນຖານະເປັນພົນລະເມືອງຂອງປະເທດ ໃນເວລາເລືອກຕັ້ງ ເຮົາກໍຄວນເລືອກເອົາຄົນທີ່ຄວາມຮູ້ຄວາມສາມາດ ເຊິ່ງເຮົາຈະເລືອກໄດ້ແນວໃດ? ກ່ອນອື່ນ ເຮົາກໍຄວນຮູ້ວ່າເຮົາຢາກເຫັນການພັດທະນາຫຍັງໃນສັງຄົມ ຕ້ອງການຫຍັງຈາກຜູ້ສະໝັກເລືອກຕັ້ງ เຊິ່ງອາດພິຈາລະນາຈາກນະໂຍບາຍຫາສຽງ ຫຼື ຄວາມສາມາດຂອງຜູ່ສະໝັກເລືອກຕັ້ງ.
ຫຼາຍຄົນເບິ່ງດ້ານເສດຖະກິດເປັນຫຼັກ ກໍຄື ນະໂຍບາຍທີ່ຜູ່ສະໝັກເລືອກຕັ້ງໃຊ້ຫາສຽງນັ້ນ ຈະເຮັດໃຫ້ເສດຖະກິດເຕີບໃຫຍ່ໄປທິດທາງໃດໃນອະນາຄົດ ລວມທັງ ນະໂຍບາຍກ່ຽວກັບວຽກເຮັດງານທຳ, ເງິນເຟີ້, ພາສີ-ອາກອນ, ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ.
ນອກຈາກນີ້ ກໍເບິ່ງນະໂຍບາຍຕໍ່ກັບຕ່າງປະເທດ ເຊັ່ນ ການສ້າງສາຍສຳພັນກັບປະເທດໃກ້ຄຽງ, ນະໂຍບາຍການນຳເຂົ້າ-ສົ່ງອອກ, ການຮ່ວມມືກັບຕ່າງປະເທດ. ດ້ານສັງຄົມ ສ່ວນໃຫຍ່ ຈະເບິ່ງວ່າຜູ້ສະໝັກເລືອກຕັ້ງ ມີທ່າທີແນວໃດຕໍ່ກັບ ເພດ, ເຊື້ອຊາດ, ສີຜິວ, ຊັ້ນຄົນ. ທັງນີ້ທັງນັ້ນ ຄົນສ່ວນຫຼາຍກໍຢາກເລືອກເອົາຜູ້ນຳທີ່ຈະບໍ່ເລືອກປະຕິບັດ ແລະ ໃຫ້ຄວາມເທົ່າທຽມແກ່ປະຊາຊົນ. ທ້າຍສຸດ ກໍແມ່ນເລື່ອງຄວາມໝັ້ນຄົງ ແລະ ຄວາມປອດໄພຂອງປະເທດ ຜູ້ເລືອກຕັ້ງອາດຄຳນຶງເຖິງຜູ້ສະໝັກເລືອກຕັ້ງທີ່ມີຄວາມມຸ່ງໝັ້ນທີ່ຈະຕໍ່ສູ້ກັບເລື່ອງອາຊະຍາກຳ ແລະ ສ້າງຄວາມຍຸຕິທຳໃຫ້ສັງຄົມ.

ເຖິງວ່າມັນເປັນເລື່ອງຍາກທີ່ຈະເຂົ້າໃຈບຸກຄົນໃດໜຶ່ງໄດ້ດີ ແຕ່ແນວໃດກໍດີ ການເລືອກຕັ້ງຖືເປັນສິດຂອງບຸກຄົນ ເຮົາສາມາດເລືອກເອົາໃຜກໍໄດ້ຕາມທີ່ຕົນເຫັນວ່າເໝາະສົມກັບຕຳແໜ່ງ ແລະ ມີຄວາມຮູ້ຄວາມສາມາດທີ່ຈະນຳພາປະເທດໄປໃນທາງທີ່ຈະເລີນກ້າວໜ້າໄດ້.
ອ້າງອີງ:
- https://politicallycorrects.com/7-interesting-facts-about-world-elections/
- https://politicallycorrects.com/4-things-that-matter-to-voters-everywhere/
- http://www.smartvoter.org/voter/judgecan.html