ເຂົ້າເດືອນກຸມພາມາແລ້ວ ແນ່ນອນວ່າກໍໃກ້ຈະຮອດເວລາທີ່ທຸກຄົນລໍຖ້າກັນ, ນັ້ນກໍຄືການແຂ່ງຂັນກິລາ Olympics ລະດູໜາວຂອງປີ 2022 ທີ່ຈະມາເປີດໃນນະຄອນຫຼວງປັກກິ່ງ ສປ ຈີນ ຕັ້ງແຕ່ວັນທີ 4 ກຸມພາ 2022 ຈົນເຖິງ 20 ກຸມພາ 2022 ນີ້! ບໍ່ພຽງເທົ່ານັ້ນ ເພື່ອເສີມຄວາມສົມດຸນທາງດ້ານສິດທິຄວາມເທົ່າທຽມທາງເພດ ການແຂ່ງຂັນຄັ້ງນີ້ຍັງມີລາຍການເພີ່ມເຂົ້າມາ ແລະ ຈະມາເປີດຕົວໃນປີນີ້ເປັນຄັ້ງທຳອິດເຖິງ 7 ລາຍການພ້ອມ! ລາຍການທັງ 7 ທີ່ຈະມາເພີ່ມໃສ່ແມ່ນຈະຕື່ມເຂົ້າໄປໃນລາຍການກິລາລະດູໜາວທີ່ມີຢູ່ແລ້ວ ໂດຍຈະເພີ່ມປະເພດເຊັ່ນການແຂ່ງຂັນຍິງດ່ຽວ ຫຼື ການແຂ່ງຂັນປະສົມ. ຈະມີກິລາໃດແດ່ມາເບິ່ງກັນເລີຍ!
- Bobsled: ລາຍການປະເພດແມ່ຍິງດ່ຽວ

ແມ່ນການແຂ່ງຂັນຂັບຂີ່ລົດລໍ້ຕາມທາງນ້ຳແຂງ ກິລາດັ່ງກ່າວຖືກນຳເຂົ້າໄປໃນການແຂ່ງຂັນ Olympics ເມື່ອປີ 1924. ສ່ວນໃຫຍ່ແມ່ນການແຂ່ງຂັນເປັນຄູ່ ຫຼື ເປັນ 4 ຄົນ. ແຕ່ສຳລັບ monobob ແມ່ນຈະເປັນການແຂ່ງຂັນດ່ຽວສຳລັບແມ່ຍິງ. ສຳລັບການແຂ່ງຂັນຂອງຜູ້ຊາຍແມ່ນຈະສືບຕໍ່ແບບ 4 ຄົນ ແລະ ແບບຄູ່.
- Freestyle skiing: ລາຍການປະເພດທີມປະສົມ
ການແຂ່ງຂັນ Freestyle Skiing ລາຍການປະເພດທີມປະສົມ ແມ່ນຈະເປັນການປະສົມໃນທີມຂອງນັກກິລາ 3 ຄົນ ໂດຍຢ່າງໜ້ອຍຈະຕ້ອງມີເພດທີ່ແຕກຕ່າງກັນ ແຕ່ກໍບໍ່ໄດ້ເຈາະຈົງວ່າຈະຕ້ອງເປັນ ຍິງ 2 ຊາຍ 1 ຫຼື ຊາຍ 1 ຍິງ 2. ພວກເຂົາຈະໄດ້ສະແດງການຫຼິ້ນສະກີແບບ Freestyle ແຕ່ລະຄົນແລ້ວຮວມຄະແນນກັນ, ທີມທີ່ມີຄະແນນລວມສູງສຸດຈະແມ່ນຜູ້ຊະນະ.
- Freestyle skiing: ລາຍການປະເພດຊາຍ
ການແຂ່ງຂັນກິລາ Freestyle Skiing ລາຍການປະເພດຊາຍ ແມ່ນຈະໃຫ້ນັກກິລາໄດ້ຂີ່ສະກີໄຕ່ໄປຕາມທາງ ທີ່ງໍຂຶ້ນເທິງ ເພື່ອທີ່ພວກເຂົາຈະໄດ້ລອຍຢູ່ອາກາດ ແລະ ສະແດງການຊົງຕົວພ້ອມດ້ວຍທ່າທາງຕ່າງໆ
- Freestyle skiing: ລາຍການປະເພດແມ່ຍິງ
ສຳລັບການແຂ່ງຂັນກິລາ Freestyle Skiing ລາຍການປະເພດແມ່ຍິງ ກໍເປັນແບບດຽວກັນທີ່ໄດ້ກ່າວມາໃນລາຍການຊາຍ.
- Short-track speedskating: ລາຍການປະເພດທີມປະສົມ relay
ການແຂ່ງການ Short-Track Speedskating ແມ່ນການແຂ່ງຂັນແບບທີມປະສົມ ໃນການຂີ່ສະເກັດ
- Ski jumping: ລາຍການປະເພດທີມປະສົມ
ການແຂ່ງຂັນສະກີສຳລັບລາຍການປະເພດທີມປະສົມ ແມ່ນຈະຕ້ອງປະກອບມີຍິງ 2 ແລະ ຊາຍ 2 ຄົນຢ່າງໜ້ອຍໃນທີມໜຶ່ງ ໂດຍຈະຈັດໃຫ້ແຕ່ລະຄົນໃນທີມໄດ້ໂດດ.
- Snowboarding: ລາຍການປະເພດທີມປະສົມ
ການແຂ່ງຂັນ snowboard ສຳລັບທີມປະສົມຂອງຊາຍ ແລະ ແມ່ຍິງແມ່ນໄດ້ເປີດຕົວຄັ້ງທຳອິດໃນປີ 1998 ທີ່ Olympic Nagano Games ເຊິ່ງມັນໄດ້ຮັບຜົນສຳເລັດທັນທີ ແລະ ໄດ້ກັບມາແຂ່ງອີກຄັ້ງທີ່ Salt Lake City ໃນ Olympics ປີຕໍ່ມາ. ໃນປີ 2022 ນີ້, ກໍຈະໄດ້ເປີດຕົວການແຂ່ງຂັນແບບທີມປະສົມເປັນຄັ້ງທຳອິດ
ຂອບໃຈຂໍ້ມູນຈາກ:
- https://cutt.ly/1ORMZJa
- https://cutt.ly/QORMVzm
- https://cutt.ly/kORM1sU
- https://cutt.ly/AOR1tlZ
- https://cutt.ly/mORM7QI
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/