6 ເຫດຜົນທີ່ຈະຢືນຢັນໄດ້ວ່າ AI ຈະບໍ່ສາມາດເຂົ້າມາຍາດວຽກຂອງເຮົາໄດ້


ໃນຍຸກທີ່ເຕັມໄປດ້ວຍຄວາມກ້າວໜ້າທາງເທັກໂນໂລຢີ ຄວາມຢ້ານກົວຕໍ່ກັບປັນຍາປະດິດທີ່ຈະເຂົ້າມາແທນທີ່ມະນຸດໄດ້ກາຍເປັນເລື່ອງທີ່ຟັງແລ້ວອາດຈະເກີນຄວາມຈິງໄປຫຼາຍ, ຄວາມກັງວົນທີ່ວ່າ AI ຈະເຂົ້າມາເຮັດວຽກແທນພະນັກງານດ້ານເທັກໂນໂລຢີນັ້ນ ເບິ່ງຄືວ່າຈະຖືກເຜີຍແຜ່ໄປຢ່າງກວ້າງຂວາງ ແຕ່ຢ່າກັງວົນໄປເພາະໃນມື້ນີ້ເຮົາມີເຫດຜົນທີ່ຈະມາຢືນຢັນໄດ້ວ່າ AI ນັ້ນຈະບໍ່ສາມາດເຂົ້າມາແທນທີ່ວຽກງານດ້ານເທັກໂນໂລຢີຂອງເຮົາໄດ້

ເຫດຜົນທີ 1 : “Jevons Paradox” ຍິ່ງເທັກໂນໂລຢີມີຄວາມກ້າວໜ້າ ຄົນຍິ່ງເຮັດວຽກຫຼາຍຂຶ້ນ

ໃນທາງເສດຖະສາດ “Jevons Paradox” ໂດຍປາກົດການນີ້ຈະເກີດຂຶ້ນເມື່ອຄວາມກ້າວໜ້າທາງເທັກໂນໂລຢີເພີ່ມປະສິດທິພາບໃນການເຮັດວຽກໄດ້ດີຂຶ້ນ ແຕ່ຕົ້ນທຶນການສ້າງລົດລົງ ເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນເຊັ່ນ: ໂທລະສັບໃນເມື່ອກ່ອນທີ່ມີລາຄາ 1 ລ້ານກີບທີ່ພຽງເຂົ້າຫຼິ້ນອິນເຕີເນັດກໍກະຕຸກແລ້ວ, ໃນປັດຈຸບັນ ໂທລະສັບລາຄາ 1 ລ້ານກີບມີປະສິດທິພາບຫຼາຍຂຶ້ນກວ່າໃນອະດີດຫຼາຍເທົ່າຕົວ ເຮັດໃຫ້ຄວາມຕ້ອງການໃນການຜະລິດ ແລະ ການຊື້ຈຶ່ງຫຼາຍຂຶ້ນ.

ດັ່ງນັ້ນ ຫາກຂຽນໂປຣແກຣມໄດ້ງ່າຍຂຶ້ນ ໂອກາດທີ່ເງິນເດືອນສຳລັບຕໍາແໜ່ງທາງເຕັກນິກບາງຕໍາແໜ່ງຈະລົດໜ້ອຍລົງ ແລະ ດ້ວຍເງິນເດືອນທີ່ຖືກລົງກວ່າເກົ່າ ນາຍຈ້າງກໍຈະສາມາດຈ້າງພວກເຂົາເຫຼົ່ານີ້ໄດ້ຫຼາຍຂຶ້ນເພື່ອສ້າງ ແລະ ບຳລຸງຮັກສາລະບົບປັນຍາປະດິດ. ທ້າຍທີ່ສຸດແລ້ວ ຈຶ່ງເກີດເປັນປາກົດການ Jevons Paradox ທີ່ປັນຍາປະດິດບໍ່ໄດ້ເຂົ້າມາແທນທີ່ມະນຸດທີ່ເຮັດວຽກຢູ່ໃນດ້ານນີ້ໄດ້.

ເຫດຜົນທີ 2 : ຜູ້ຄົນເພິ່ງພາເທັັກໂນໂລຢີຫຼາຍຂຶ້ນ

ສຳລັບກະແສປັນຍາປະດິດທີ່ກຳລັງເປັນທີ່ນິຍົມໃນປັດຈຸບັນນັ້ນ ໄດ້ເຮັດໃຫ້ຫຼາຍບໍລິສັດຫັນມາສົນໃຈ ແລະ ນຳໃຊ້ປັນຍາປະດິດຫຼາຍຂຶ້ນ, ເນື່ອງຈາກມີຄວາມສະດວກສະບາຍ ແຖມຍັງລົດຜ່ອນຄ່າໃຊ້ຈ່າຍໄດ້ ແລະ ເວລາໃນການຈັດການລະບົບຂອງອົງກອນໄດ້ຫຼາຍຂຶ້ນ. ແຕ່ເຖິງແບບນັ້ນອົງກອນກໍບໍ່ໄວ້ໃຈ ແລະ ປ່ອຍໃຫ້ມັນເຮັດວຽກພຽງຝ່າຍດຽວ. ຍິ່ງການສ້າງ ແລະ ການແກ້ໄຂບັນຫາ Code ທີ່ງ່າຍຂຶ້ນ ຍິ່ງເຮັດໃຫ້ລະບົບມີຄວາມຊັບຊ້ອນເພີ່ມຂຶ້ນເປັນທະວີຄູນ

ດັ່ງນັ້ນ ພວກເຂົາຈຶ່ງຕ້ອງການເພິ່ງພາມະນຸດໃນການເຮັດວຽກເພື່ອເບິ່ງແຍງດູແລລະບົບປັນຍາປະດິດ ເຜື່ອໃນບາງເທື່ອອາດເກີດກໍລະນີສຸກເສີນທີ່ຕ້ອງແກ້ຄວາມຜິດພາດຂອງມັນ. ນີ້ຈຶ່ງເປັນອີກເຫດຜົນໜຶ່ງທີ່ຜູ້ຊ່ວຍດ້ານວິຊາການຈະບໍ່ຖືກຍາດຕໍາແໜ່ງໜ້າທີ່ໄປຈາກປັນຍາປະດິດ.

ເຫດຜົນທີ 3 : ເທັກໂນໂລຢີເປັນຫຼາຍກ່ວາການຂຽນໂປຣແກຣມ

ບົດບາດທາງເຕັກນິກມີການປ່ຽນແປງຢູ່ຕະຫຼອດເວລາ ເນື່ອງຈາກໄດ້ມີການພັດທະນາເທັກໂນໂລຢີໃໝ່ໆຂຶ້ນມາຢູ່ສະເໝີ, ດ້ວຍເທັກໂນໂລຢີ ແລະ ລະບົບອັດຕະໂນມັດໃໝ່ ເຮັດໃຫ້ການຂຽນ Code ມັກຈະບໍ່ຈຳເປັນຕ້ອງໃຊ້ສະເໝີໄປ ໃນບາງອົງກອນກໍໃຊ້ຮູບແບບ Low Code ຫຼື No Code ຫຼາຍຂຶ້ນເພື່ອງ່າຍຕໍ່ການເຮັດວຽກ. ໃນສ່ວນນີ້ອາດເຮັດໃຫ້ປັນຍາປະດິດສາມາດເຂົ້າມາແທນທີ່ໄດ້ ແຕ່ຜູ້ຮັກສາລະບົບປະຕິບັດການໃນການດູແລ Code ກໍຍັງຕ້ອງເປັນມະນຸດທີ່ເຮັດໜ້າທີ່ນີ້ຢູ່ດີ.

ຄວາມກ້າວໜ້າຂອງ AI ແມ່ນວັດຕະຈັກ

ເບິ່ງຄືວ່າໃນແຕ່ລະມື້ ມັກຈະມີໂມເດວປັນຍາປະດິດເກີດຂຶ້ນມາໃໝ່ໆຢູ່ສະເໝີ ບໍ່ວ່າຈະເປັນຄຸນະສົມບັດໃໝ່ໆທີ່ໜ້າສົນໃຈ ຫຼື ແອັບພິເຄຊັນທີ່ໄດ້ພັດທະນາຈາກການຕໍ່ຍອດຂອງໂມເດວປັນຍາປະດິດ ນີ້ຈຶ່ງເຮັດໃຫ້ຜູ້ຄົນຕ່າງກໍຕົກໃຈໃນຄວາມກ້າວໜ້າຂອງ AI ໃນປັດຈຸບັນ. ແຕ່ຢ່າລືມໄປວ່າ ນັບຕັ້ງແຕ່ປີ 1950 ປັນຍາປະດິດກໍເຄີຍຖືກພັດທະນາ ແລະ ຖືກກ່າວຂານຈົນເປັນກະແສໃນສັງຄົມມາແລ້ວ ແລະໃນຕອນສຸດທ້າຍກະແສເຫຼົ່ານັ້ນກໍຫາຍໄປຕາມການເວລາ.

ດັ່ງນັ້ນ, ເຖິງແມ່ນວ່າການພັດທະນາຂອງ AI ໃນປັດຈຸບັນຈະຍັງຄົງເປັນກະແສ ແລະ ໄດ້ຮັບຄວາມນິຍົມຢູ່ເລື້ອຍໆ ນີ້ອາດເປັນພຽງແຕ່ວັດຕະຈັກໜຶ່ງກ່ອນເກີດການພັດທະນາທີ່ຍິ່ງໃຫຍ່ກໍເປັນໄດ້ ສະນັ້ນພວກເຮົາຢ່າຟ້າວໄປກັງວົນ ເພາະມັນອາດຈະເກີດຂຶ້ນ ຫຼື ບໍ່ເກີດຂຶ້ນເລີຍກໍມີ.

ເຫດຜົນທີ 5 : ອົງກອນ ຫຼື ບໍລິສັດໃຫຍ່ໆຍັງບໍ່ທັນມີທ່າທີທີ່ຈະປ່ຽນແປງ

ບໍລິສັດຂະໜາດໃຫຍ່ທີ່ມີພື້ນຖານທາງດ້ານເທັກໂນໂລຢີ ຊອບແວ ຫຼື ປັນຍາປະດິດທີ່ຕົນເອງສ້າງຂຶ້ນ ຍັງບໍ່ທັນມີທ່າທີທີ່ຈະໃຫ້ປັນຍາປະດິດເຫຼົ່ານັ້ນເຮັດວຽກແທນມະນຸດຢ່າງຈິງຈັງ ສ່ວນຫຼາຍມັກຈະນຳມາໃຊ້ ເພື່ອການລົດຜ່ອນການເຮັດວຽກໜັກຂອງມະນຸດ.

ເຫດຜົນທີ 6 : ຂໍ້ຈຳກັດຂອງໂມເດລພາສາຂະໜາດໃຫຍ່ (LLM)

LLM ນັ້ນແມ່ນຈຸດເດັ່ນຂອງປັນຍາປະດິດໃນປັັດຈຸບັນ ເນື່ອງຈາກມັນມີຄວາມສາມາດ ແລະ ສະຫຼາດໃນເລື່ອງຂອງການໃຊ້ພາສາ ແຕ່ກໍຍັງມີຂໍ້ຈຳກັດການໃຊ້ເຫດຜົນໃນການໂຕ້ຕອບ ການສະແດງຂໍ້ມູນ ຮູບພາບ ຂໍ້ສະຫຼຸບ ແລະ ສົມມຸດຖານຍັງມີຄວາມຜິດພາດຢູ່. ຖ້າຫາກເກີດຄວາມສົງໄສກ່ຽວກັບຄວາມຖືກຕ້ອງໃນຂໍ້ມູນດັ່ງກ່າວ ແນ່ນອນວ່າຈະຕ້ອງເປັນຄົນທີ່ເຮັດວຽກສາຍເທັກໂນໂລຢີ.

ດັ່ງນັ້ນ ຕໍ່ໃຫ້ປັນຍາປະດິດຈະມີພະລັງງານໃນການປະມວນຜົນຫຼາຍປານໃດ ມັນກໍຍັງມີຈຸດທີ່ຮົ່ວໄຫຼຢູ່ ແລະ ນີ້ຈຶ່ງເຮັດໃຫ້ຕ້ອງມີມະນຸດຄອຍເຮັດໜ້າທີ່ດູແລ ແລະ ພັດທະນາມັນຕໍ່ໄປ.

ສະຫຼຸບແລ້ວ ChatGPT ຫຼື ປັນຍາປະດິດອື່ນໆນັ້ນມີຄວາມສາມາດທີ່ໜ້າປະທັບໃຈຫຼາຍຈົນໜ້າຕົກໃຈ ມັນໄດ້ດຶງດູດໃຫ້ຜູ້ຄົນທັງຫຼາຍເຂົ້າມາລົງທຶນ ແລະ ໄດ້ຮັບການເຜີຍແຜ່ໄປຕາມສື່ຂ່າວຕ່າງໆຢ່າງກວ້າງຂວາງທັງໃນເລື່ອງທີ່ດີ ແລະ ບໍ່ດີ ຈົນກໍໃຫ້ເກີດຄວາມກັງວົນໃຈຕໍ່ກັບການທີ່ມາຈະມາແທນທີ່ໃນໜ້າວຽກຂອງພວກເຮົາ.

ແຕ່ເຖິງແບບນັ້ນ ແທນທີ່ທີ່ເຮົາຈະຢ້ານມັນ ເປັນຫຍັງບໍ່ລອງແນມກັບໄປວ່າມັນກໍຄືເພື່ອນຮ່ວມງານທີ່ຈະມາຊ່ວຍແບ່ງເບົາພາລະ ທີ່ຈະເຮັດໃຫ້ເຮົາສາມາດເຮັດວຽກໄດ້ງ່າຍ ແລະ ດີຂຶ້ນກວ່າທີ່ເປັນຢູ່.

ທີ່ມາ:

hackernoon

quickserv

careervisaassessment

futuretrends

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/