ໃນໄລຍະເວລານີ້ ອາດຈະເປັນເວລາຂອງນ້ອງໆຫຼາຍໆຄົນທີ່ກຳລັງກຽມຕົວສອບເສັງຢູ່ ແຕ່ເຄີຍຮູ້ສຶກບໍ່ວ່າ ບາງຄັ້ງເວລາສອບເສັງແລ້ວໆ ແຕ່ກໍຍັງຮູ້ສຶກວ່າເຮັດໄດ້ບໍ່ເຕັມເມັດເຕັມໜ່ວຍ ແລະ ບາງຄັ້ງກໍຍ້ອນບໍ່ຄ່ອຍມີສະມາທິຈົດຈໍ່ກັບການອ່ານບົດຮຽນກ່ອນເສັງ ຈົນບໍ່ສາມາດແກ້ໂຈດ ຫຼື ບັນຫາໃນເວລາທີ່ເສັງແທ້ໆ, 5 ເຕັກນິກນີ້ອາດຈະສາມາດຊ່ວຍນ້ອງໆໃຫ້ສາມາດສ້າງສະມາທິໃຫ້ກັບການອ່ານບົດຮຽນໄດ້ ເພື່ອກຽມຄວາມພ້ອມກ່ອນຈະເຂົ້າຫ້ອງສອບເສັງ
- ປິດສຽງແຈ້ງເຕືອນຈາກໂທລະສັບ
ເຄີຍພົບບັນຫານີ້ບໍ? ເວລາຕັ້ງໃຈກັບການອ່ານຢູ່ ແຕ່ກໍມີສຽງແຈ້ງເຕືອນດັງຂຶ້ນມາ ແລະ ເຮົາເອງກໍຈະອົດໃຈບໍ່ໄດ້ທີ່ຈະເຂົ້າໄປກວດເບິ່ງ ການປິດສຽງແຈ້ງເຕືອນ ຈະເປັນການກຳຈັດສຽງລົບກວນ ແລະ ເຮົາຈະສາມາດຈົດຈໍ່ກັບສິ່ງທີ່ເຮົາກຳລັງເຮັດໄດ້.
- ກຽມອຸປະກອນໃຫ້ພ້ອມ
ກ່ອນຈະເລີ່ມອ່ານ ເທິງໂຕະຄວນຈະເປັນລະບຽບ ແລະ ມີເຄື່ອງມືທີ່ຈຳເປັນໃຊ້ເທົ່ານັ້ນ ບໍ່ຄວນມີໂທລະສັບເດັດຂາດ ການເຮັດໃຫ້ໜ້າໂຕະສະອາດ ແລະ ອຸປະກອນມີຄວາມພ້ອມຈະເຮັດໃຫ້ເຮົາມີສະມາທິຈົດຈໍ່ກັບການອ່ານ ຫຼື ທວນຄືນບົດຮຽນໄດ້ເປັນເວລາດົນ.
- ເລືອກສະຖານທີ່ ທີ່ບໍ່ມີສຽງລົບກວນ
ການເລືອກສະຖານທີ່ ຫຼື ສະພາບແວດລ້ອມໃນການອ່ານ ອາດຈະຟັງເປັນເລື່ອງຍາກ ແຕ່ປັດຈຸບັນມີຮ້ານກາເຟ ຫຼື ຄາເຟ່ຈຳນວນຫຼາຍທີ່ເຮັດເປັນບ່ອນທີ່ສາມາດເຮັດວຽກຫຼືອ່ານບົດຮຽນໄດ້ພ້ອມ. ນອກຈາກນັ້ນ, ສະຖານທີ່ດັ່ງກ່າວຄວນຈະເປັນສະຖານທີ່ ທີ່ມິດງຽບ, ບໍ່ມີຄົນຍ່າງໄປຍ່າງມາ ເພື່ອບໍ່ເປັນການດຶງດູດຄວາມສົນໃຈຂອງເຮົາໄປທາງອື່ນນອກຈາກບົດຮຽນຂອງເຮົາ.

- ລຸກຂຶ້ນຢືນທຸກໆ 15 ນາທີ
ງານວິໄຈຈາກຫຼາຍແຫ່ງພົບວ່າ ຖ້າຫາກເຮົານັ່ງຫຼາຍຈົນກາຍ 15ນາທີ ຈະເຮັດໃຫ້ຄວາມສາມາດໃນການຈົດຈໍ່ ແລະ ສະມາທິລົດລົງ. ດັ່ງນັ້ນ, ຖ້າຫາກເຮົາໃຊ້ເວລາຈົດຈໍ່ກັບບາງສິ່ງ ໂດຍສະເພາະອ່ານບົດຮຽນຢູ່ໜ້າໂຕະ ເຮົາກໍຄວນລຸກຂຶ້ນຢືນ 1ຄັ້ງ ຫຼື ຈະຢຽດກໍໄດ້ ເພື່ອຈະກະຕຸ້ນສະໝອງໃຫ້ມີສະມາທິໄດ້ດົນຂຶ້ນກວ່າເກົ່າ.
- ຍ່າງຫຼິ້ນ 5 ນາທີ
ສຳລັບນັກຮຽນໃນປັດຈຸບັນ ອາດຈະຫຼີກເວັ້ນການນັ່ງດົນບໍ່ໄດ້ ເພາະຕ້ອງໃຊ້ເວລາໃນການຈົດຈໍ່ກັບບົດຮຽນ. ນອກຈາກການຢືນແລ້ວ ການຍ່າງຫຼິ້ນເບົາໆ ແລະ ຢຽດເສັ້ນຢຽດເອັນໄປນຳ ໂດຍສະເພາະທີ່ຍ່າງໃນບັນຍາກາດທີ່ດີ ຈະເຮັດໃຫ້ທັງຮ່າງກາຍ ແລະ ຈິດໃຈໄດ້ຮັບຄວາມສົດຊື່ນ ແລະ ຈະສາມາດເປັນແຮງກະຕຸ້ນໃຫ້ເຮົາໃຫ້ເຊົາເມື່ອຍ ແລະ ພ້ອມຈະກັບໄປອ່ານບົດຮຽນໄດ້ຕໍ່ອີກ.
ທີ່ມາ:
- https://amarinbooks.com/วิธี-สร้างสมาธิในการทำง/
- https://www.top-atutor.com/15309396/7-วิธี-สร้างสมาธิในการอ่านหนังสือ
- https://www.admissionpremium.com/content/5229
ພາບ: Florida Career College, Education Corner
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/