ລາຄາ Bitcoin ໄດ້ສູງຂຶ້ນອີກເທື່ອ ຫຼັງຈາກທີ່ Elon Musk ອອກມາສະແດງທັດສະນະຄະຕິດ້ານບວກຕໍ່ອະນາຄົດ Bitcoin


ກ່ອນໜ້ານີ້ Elon Musk ໄດ້ອອກມາບອກວ່າຈະຫັນມາສົນໃຈກັບ Bitcoin ຖ້າຫາກວ່າສາມາດໃຊ້ພະລັງງານສະອາດໃນການຂຸດເໝືອງ Bitcoin.

ແຕ່ໃນຄວາມເປັນຈິງແລ້ວ ທາງ Elon Musk ເອງກໍຍັງເປັນຄົນທີ່ຖື Cryptocurrency ຢູ່ອີກຫຼາຍສະກຸນ ທັງ Bitcoin, Ethereum ແລະ Dogecoin ເຊິ່ງການຖືຂອງ Elon Musk ນັ້ນ ລາວເອງໄດ້ບອກວ່າເປັນການຖືໃນໄລຍະຍາວ ບໍ່ໄດ້ມີຈຸດປະສົງເພື່ອເກັງກຳໄລແຕ່ຢ່າງໃດ.

Elon Musk ຍັງໄດ້ອອກມາສະແດງຄວາມຄິດເຫັນທາງບວກຕໍ່ຊັບສິນດິຈິຕອລຕ່າງໆ ໃນການສຳມະນາ “The B World” ລວມໄປເຖິງການກ່າວວ່າລາວເອງກໍຢາກເຫັນຄວາມສຳເລັດຂອງ Bitcoin ເຊັ່ນດຽວກັນ.

ນອກຈາກ Elon Musk ເອງ ບໍລິສັດທີ່ລາວເປັນເຈົ້າຂອງ ບໍ່ວ່າຈະເປັນ Tesla, SpaceX ກໍເປັນເຈົ້າຂອງ Bitcoin ເຊັ່ນກັນ ແລະ ຍັງໄດ້ກ່າວຕື່ມວ່າ ຈະບໍ່ມີການເທຂາຍບິດຄອຍເກີດຂຶ້ນ.

ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ລາຄາຂອງ Bitcoin ເພີ່ມຂຶ້ນມາອີກເທື່ອ ເປັນ $33,937 ໃນວັນທີ 23 ກໍລະກົດ 2021 ແລະ ຍັງສົ່ງຜົນເຖິງ Cryptocurrency ສະກຸນອື່ນອີກ.

Ethereum + 10.59%,

XRP + 6.41%

Dogecoin +8.39%

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/