ໄລຍະນີ້ເປັນໄລຍະເວລາທີ່ນ້ອງໆ ມ.7 ກຳລັງຈະກ້າວເຂົ້າສູ່ຮົ້ວມະຫາໄລ ແລະ ດ່ານຕໍ່ໄປກໍຄືສັງຄົມແຫ່ງການເຮັດວຽກ ເຊິ່ງໃນການສະໝັກວຽກໃນແຕ່ລະຄັ້ງ ກໍຄົງຈະໜີບໍ່ພົ້ນ ຄຳຖາມທີ່ເປັນຫົວໃຈຂອງການພິຈາລະນາເຂົ້າຮັບພະນັກງານມາເຮັດວຽກຂອງແຕ່ລະອົງກອນນັ້ນກໍຄື ຄຳຖາມເລື່ອງປະສົບການ ຫຼື ທ່ານເຄີຍເຮັດຫຍັງມາກ່ອນແລ້ວແດ່.
ຄຳວ່າປະສົບການໃນທີ່ນີ້ ໝາຍເຖິງການເຮັດບາງສິ່ງບາງຢ່າງ ນອກເໜືອຈາກການຮ່ຳຮຽນ ເຊິ່ງສິ່ງເຫຼົ່ານີ້ເອງ ຈະເປັນຕົວຊ່ວຍໃຫ້ທ່ານໄດ້ປຽບເວລາສະໝັກວຽກ ແລ້ວເຮົາຈະຊອກຫາມັນໄດ້ຈາກໃສ? ມາຊອກຫາຄຳຕອບໄປພ້ອມກັນ.
- ເປັນສະມາຊິກອາສາສະໝັກ ຫຼື ເຂົ້າຮ່ວມກິດຈະກຳຕ່າງໆ
ກິດຈະກຳພາຍໃນບໍ່ວ່າຈະເປັນຮົ້ວມັດທະຍົມ ຫຼື ມະຫາໄລກໍຕາມ ແມ່ນມີໃຫ້ເລືອກຢ່າງຫຼາກຫຼາຍ ໜຶ່ງໃນນັ້ນກໍຄື ການເຂົ້າເປັນສະມາຊິກໃນກິດຈະກຳຕ່າງໆເຊັ່ນ: ກຸ່ມຮຽນພາສາ, ກຸ່ມກິລາ, ກຸ່ມຊ່ວຍວຽກຄູອາຈານ, ກຸ່ມດົນຕີ, ກຸ່ມຫ້ອງສະໝຸດ ແລະ ກຸ່ມອື່ນໆຕາມຄວາມສົນໃຈຂອງເຮົາ ກິດຈະກຳຕ່າງໆເຫຼົ່ານີ້ ນອກຈາກຈະທ່ານຈະໄດ້ໃຊ້ເວລາໃຫ້ເປັນປະໂຫຍດແລ້ວ ຍັງເປັນການແບ່ງເວລາຮຽນ ແລະ ກິດຈະກຳໃຫ້ສົມດຸນກັນຕື່ມອີກ ພ້ອມກັນນັ້ນທ່ານຍັງໄດ້ເຝິກທັກສະຕ່າງໆຈາກກິດຈະກຳເຫຼົ່ານັ້ນ ທັງໄດ້ຮຽນຮູ້ການເຮັດວຽກກັບຄົນອື່ນ ຫຼື ເຮັດວຽກເປັນທີມຕື່ມອີກ ເມື່ອຈົບອອກແລ້ວ ເຮົາຈະສາມາດຮູ້ສຶກໄດ້ວ່າ ຊີວິດນັກຮຽນນັກສຶກສານັ້ນກຸ້ມຄ່າ.
- ເຂົ້າຮຽນສຳມະນາຫົວຂໍ້ຕ່າງໆ
ການຊອກຫາຮ່ຳຮຽນນອກຈາກໃນຮົ້ວໂຮງຮຽນແລ້ວ ການຊອກຫາຮ່ຳຮຽນເຝິກອົບຮົມຫົວຂໍ້ດ້ານວິຊາຊີບຕ່າງໆ ຫຼື ສຳມະນາຫຼັກສູດຕ່າງໆ ເຊັ່ນ: ເຂົ້າເຝິກອົບຮົມດ້ານການບໍລິຫານເງິນ, ການເຝິກອົບຮົມການໃຊ້ຄອມພິວເຕີ, ຟັງສຳມະນາການແບ່ງເວລາ ແລະ ສ້າງຄວາມຮັບຜິດຊອບ, ການສື່ສານ ແລະ ອື່ນໆ ການໄປຊອກຮຽນແບບນີ້ນອກຈາກເຮົາຈະໄດ້ຝຶກທັກສະພິເສດຕ່າງໆເພີ່ມຂຶ້ນ ເຮົາສາໄດ້ພົບຜູ້ຄົນໃໝ່ໆ ແລະ ປັບທັດສະນະຄະຕິເຮົາໄປໃນທາງທີ່ດີຍິ່ງຂຶ້ນອີກດ້ວຍ.

- ການໄປເຝິກງານ
ການໄປສະໝັກເຝິກງານຕາມບໍລິສັດ, ໜ່ວຍງານ, ອົງກອນ ຫຼື ແມ່ນແຕ່ມະຫາວິທະຍາໄລ ຫຼື ຄະນະທີ່ເຮົາຮຽນຢູ່ ຈະເຮັດໃຫ້ເຮົາໄດ້ເຝິກການເຮັດວຽກຮ່ວມກັບຄົນທີ່ຫຼາກຫຼາຍວຸດທິພາວະ ພ້ອມກັບໄດ້ສຳຜັດກັບສະພາບແວດລ້ອມຂອງການເຮັດວຽກຕົວຈິງ ເພາະການສະໝັກເຝິກງານຕາມສາຂາທີ່ເຮົາສົນໃຈນັ້ນ ກໍຄືກັບການທີ່ເຮົາໄດ້ທົດລອງ ໄປເຮັດວຽກຢູ່ສາຂານັ້ນໆແທ້ໆ ພ້ອມກັບເປັນການຮຽນຮູ້ ແລະ ເຝິກປັບຕົວໃຫ້ເຂົ້າກັບສະຖານະການຈິງ ເວລາໄປເຮັດວຽກແທ້ ຈຶ່ງຈະສາມາດປັບຕົວໄດ້ໄວ ແລະ ເຮັດວຽກໄດ້ງ່າຍຫຼາຍຂຶ້ນ.
- ຊອກວຽກພາດທາມ (Part Time Job)
ການຊອກວຽກພິເສດ ຫຼື ວຽກພາດທາມເຮັດ ນອກຈາກເວລາຮຽນແລ້ວ ເຮົາຍັງໄດ້ທົດລອງຄວາມມັກ, ຄວາມສົນໃຈ ແລະ ຄວາມສາມາດຂອງເຮົາ. ນອກຈາກເປັນການແບ່ງເບົາຄ່າໃຊ້ຈ່າຍໃຫ້ແກ່ຄອບຄົວ ຍັງເປັນການຫາປະສົບການການເຮັດວຽກແທ້, ໄດ້ເຝິກຝົນທັກສະ ແລະ ຄວາມສາມາດຂອງຕົວເອງໃຫ້ເຕີບໃຫຍ່ຂຶ້ນຕື່ມ. ພ້ອມກັນນັ້ນ, ຍັງໄດ້ເຝິກຄວາມອົດທົນ ແລະ ລະບຽບວິໄນໃນການໃຊ້ເງິນນຳອີກ.
ທີ່ມາ: https://bit.ly/2T2BXGl
ພາບ: Times Higher Education
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/