ລາຄາຂອງ Bitcoin ເຊິ່ງເປັນສະກຸນເງິນດິຈິຕອນອັນດັບໜຶ່ງຂອງໂລກ, ໄດ້ຫຼຸດລົງຕໍ່າກວ່າ 63,000 ໂດລາໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ຫຼັງຈາກທີ່ບໍ່ດົນມານີ້ໄດ້ເຮັດລາຄາສູງສຸດຕະຫຼອດການ (ATH) ທີ່ 73,750 ໂດລາ, ໂດຍການຫຼຸດລົງໃນຄັ້ງນີ້ແມ່ນເຊື່ອກັນວ່າເປັນຍ້ອນປັດໄຈຈໍານວນໜຶ່ງ, ລວມທັງເຫດການ Bitcoin Halving ທີ່ຈະມາເຖິງໃນໄວໆນີ້. ໂດຍເຮົາຈະມາສະຫຼຸບງ່າຍໆໃຫ້ທຸກຄົນເຂົ້າໃຈກັນ.
- ລາຄາຂອງ Bitcoin ແມ່ນຢູ່ໃນໄລຍະທີ 2 ຂອງກະແສ halving
4 ໄລຍະຂອງກະແສ halving:
- Pre-Halving Accumulation: ລາຄາ Bitcoin ມີແນວໂນ້ມທີ່ຈະເພີ່ມຂຶ້ນສູງ.
- Pre-Halving Rally: ລາຄາ Bitcoin ເພີ່ມຂຶ້ນຢ່າງຫຼວງຫຼາຍ
- Final Pre-Halving Retrace: ລາຄາຂອງ Bitcoin ຈະມີການປັບຖານ
- Post-Halving Consolidation: ລາຄາ Bitcoin ຊອກຫາຈຸດສົມດຸນໃໝ່
ໃນປັດຈຸບັນ Bitcoin ກໍາລັງຢູ່ໃນໄລຍະ “Final Pre-Halving Retrace” :
- ໂດຍຈະເກີດຂຶ້ນປະມານ 28-14 ມື້ກ່ອນການ halving, ເຊິ່ງໃນຄັ້ງນີ້ແມ່ນມາໄວກວ່າປົກກະຕິ (28-30 ມື້).
- Rekt Capital ນັກເທຣດ ແລະ ນັກວິເຄາະ crypto ຄາດການວ່າ:
ການປັບຖານຈະແກ່ຍາວເຖິງ ຫຼາຍອາທິດ, ສູງສຸດເຖິງ 77 ມື້ ຫຼືຶ ອາດຈະສັ້ນກວ່າໄລຍະຜ່ານມາ (40-50 ມື້ໃນປີ 2016 ແລະ 2020). ແລະການປັບຖານກ່ອນການ halving ໃນຄັ້ງນີ້ອາດມັນອາດຈະຕື້ນກວ່າ (38% ໃນປີ 2016 ແລະ 20% ໃນປີ 2020).
ຜູ້ຖື Bitcoin ໄລຍະຍາວກຳລັງຂາຍ
ອີງຂໍ້ມູນຈາກ Glassnode:
- ຜູ້ຖື Bitcoin ຫຼາຍກວ່າ 1,000 BTC ມີການເທຂາຫຼາຍຂຶ້ນ
- ຈໍານວນບັນຊີ BTC ຂອງປະເພດນີ້ຫຼຸດລົງ 4.83% ໃນສອງສາມອາທິດທີ່ຜ່າມາ.
ສາເຫດທີ່ອາດເປັນໄປໄດ້:
- ກໍາໄລຈາກລາຄາທີ່ສູງຂຶ້ນ
- ກັງວົນກ່ຽວກັບຄວາມສ່ຽງ
- ຕ້ອງການທຶນສໍາລັບການລົງທຶນອື່ນໆ
ແນວໂນ້ມຂອງ Bitcoin ກຳລັງຢູ່ໃນໄລຍະຂາລົງ
ອີງຂໍ້ມູນຈາກຈາກ Coinglass:
- ພົບເຫັນມີການຊຳລະບັນຊີໃນຕໍາແໜ່ງ long positions ມູນຄ່າ 82 ລ້ານໂດລາ
- ພົບເຫັນມີການຊຳລະບັນຊີໃນຕໍາແໜ່ງ short positions 23 ລ້ານກວ່າໂດລາ
ປະລິມານຂອງ open interest ຫຼຸດລົງ:
- ຊີ້ໃຫ້ເຫັນວ່ານັກເທຣດກຳລັງທະຍອຍອອກຈາກຕະຫຼາດ.
- ສາເຫດທີ່ເປັນໄປໄດ້: ກັບວົນກ່ຽວກັບແນວໂນ້ມຂາລົງ ແລະ ຕ້ອງການຫຼຸດຜ່ອນຄວາມສ່ຽງ
ກິດຈະກໍາໃນຕະຫຼາດອະນຸພັນສະແດງໃຫ້ເຫັນວ່າ:
- Bitcoin ຢູ່ໃນພາວະຂາລົງ.
- ນັກວິເຄາະຄາດການວ່າລາຄາຈະຫຼຸດລົງ.

ປັດໄຈອື່ນໆເພີ່ມເຕີມ:
ສະຖານະການເສດຖະກິດໂລກ:
- ເສດຖະກິດໂລກທີ່ຊະລໍຕົວອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
- ນັກລົງທຶນອາດຈະຫັນໄປສູ່ການລົງທຶນໃນສິນຊັບທີ່ປອດໄພ.
ນະໂຍບາຍການເງິນຂອງທະນາຄານກາງ:
- ການຂຶ້ນອັດຕາດອກເບ້ຍອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
- ທະນາຄານກາງອາດຈະເຂັ້ມງວດນະໂຍບາຍການເງິນ.
ກົດລະບຽບ Cryptocurrency:
- ກົດລະບຽບທີ່ເຂັ້ມງວດອາດຈະສົ່ງຜົນກະທົບຕໍ່ລາຄາ Bitcoin
- ໜ່ວຍງານຄຸ້ມຄອງດູແລອາດຈະອອກກົດລະບຽບໃໝ່.
ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຊຶື້ຂາຍກັນຢູ່ທີ່ 62,800 ໂດລາ , ເຊິ່ງຫຼຸດລົງ 0.68 % ໃນ 24 ຊົ່ວໂມງທີີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/