ເຄີຍສົງໄສບໍ່ວ່າ ການລົງທຶນເພື່ອການຕະຫຼາດ ແລະ ໂຄສະນາທາງ Facebook ເປັນການລົງທຶນທີ່ກຸ້ມຄ່າຫຼືບໍ່ ?

Facebook ແມ່ນໜຶ່ງໃນສື່ສັງຄົມອອນລາຍທີ່ມີຄວາມສຳຄັນຫຼາຍທາງດ້ານການຕະຫຼາດ ທີ່ມີຖານຜູ້ໃຊ້ໃຫຍ່ທີ່ສຸດແຫ່ງໜຶ່ງໃນໂລກ ເຖິງແມ່ນວ່າຈະມີການເປີດໂຕ ແລະ ນຳໃຊ້ມາແລ້ວ 16 ປີ ແຕ່ເຟສບຸກກໍຍັງຄວາມນິຍົມເພີ່ມຂຶ້ນເລື້ອຍໆ ທັງພາກບຸກຄົນ ແລະ ພາກທຸລະກິດ ເຊິ່ງສິ່ງນີ້ເຮັດໃຫ້ເຟສບຸກໄດ້ກາຍເປັນສ່ວນໜຶ່ງໃນແຜນການຕະຫຼາດທາງສື່ສັງຄົມອອນລາຍ ແລະ ນີ້ແມ່ນ 20 ສະຖິຕິຂອງ Facebook ທີ່ທ່ານຈຳເປັນຕ້ອງຮູ້ໃນປີ 2020
ສະຖິຕິບໍລິສັດ Facebook:
- ລາຍໄດ້
ໃນປີ 2019, ລາຍໄດ້ທົ່ວໂລກຂອງເຟສບຸກແມ່ນສູງເຖິງ $70.6 ພັນລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກ $55.8 ພັນລ້ານໂດລາສະຫະລັດໃນປີ 2018
- ຄວາມເຕີບໃຫຍ່ດ້ານພູມສາດ
ເຟສບຸກມີຫ້ອງການ ແລະ ສຳນັງານໃນຫຼາຍກວ່າ 70 ປະເທດແລະ ຍັງມີ 15 ສູນຂໍ້ມູນໃນທົ່ວໂລກ
- ຈຳນວນພະນັກງານ
ມີຈຳນວນພະນັກງານຫລາຍກວ່າ 48.000 ຄົນເຮັດວຽກໃນຫ້ອງການຈາກທົ່ວໂລກ
ສະຖິຕິການໃຊ້ງານຈາກທົ່ວໂລກ:
- ຜູ້ໃຊ້ງານໃນແຕ່ລະເດືອນ (Active users)
ເຟສບຸກມີຈຳນວນຜູ້ໃຊ້ງານຫຼາຍກວ່າ 2.6 ພັນລ້ານຄົນທີ່ເປັນຜູ້ໃຊ້ງານໃນແຕ່ລະເດືອນ ແລະ ໃນຈຳນວນນີ້ແມ່ນສູງເປັນຈຳນວນ 2 ເທົ່າໃນ 5 ປີກ່ອນ

- ການແບ່ງສ່ວນຜູ້ໃຊ້ງານທົ່ວໂລກຕາມປະເທດ
ໃນເດືອນເມສາ 2020, ຈຳນວນຜູ້ໃຊ້ເຟສບຸກສ່ວນໃຫຍ່ແມ່ນມາຈາກປະເທດອິນເດຍ (280 ລ້ານຄົນ) ຕາມມາດ້ວຍປະເທດສະຫະລັດອາເມຣິກາ (190 ລ້ານຄົນ) ເມື່ອເບິ່ງຕາມການຈັດລຳດັບລຸ່ມນີ້ຈະເຫັນວ່າ Facebook ຈະຂ້ອນຂ້າງເປັນທີ່ໃນຍົມໃນອາຊີ

- ການແບ່ງສ່ວນຜູ້ໃຊ້ງານທົ່ວໂລກຕາມອາຍຸ
ຈຳນວນຜູ້ໃຊ້ງານເຟສບຸກສ່ວນໃຫຍ່ແມ່ນອາຍຸລະຫວ່າງ 25-34 ປີ, ຕາມຫຼັງດ້ວຍໄວໜຸຸ່ມອາຍຸ 18-24 ປີເປັນລາຍທີສອງ ແລະ ອາຍຸ 35-44 ປີເປັນລາຍທີສາມ ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າເຟສບຸກເປັນທີ່ນິຍົມໃນບັນດາໄວໜຸ່ມ ແລະ ໄວກາງຄົນ
- ການແບ່ງສ່ວນຜູ້ໃຊ້ງານທົ່ວໂລກຕາມເພດ
56% ຂອງຜູ້ໃຊ້ງານເຟສບຸກໃນທົ່ວໂລກແມ່ນເປັນເພດຊາຍ ໃນຂະນະທີ່ເພດຍິງຢູ່ທີ່ 44%
- ຜູ້ໃຊ້ງານແຕ່ລະມື້
ໃນໄຕມາດທີ 1 ຂອງປີ 2020, ມີຈຳນວນຜູ້ໃຊ້ງານເຟສບຸກໃນແຕ່ລະມື້ຫຼາຍກວ່າ 1.7 ພັນລ້ານຄົນ ສະແດງໃຫ້ເຫັນວ່າມີຫຼາຍກວ່າ 67% ຂອງຜູ້ໃຊ້ ໃຊ້ງານເຟສບຸກໃນແຕ່ລະເດືອນ
9. ເນື້ອຫາທີ່ຖືກແຊຣໃນແຕ່ລະມື້
ຜູ້ໃຊ້ງານເຟສບຸກໄດ້ແຊຣຫຼາຍກວ່າ 100 ພັນລ້ານຂໍ້ຄວາມໃນແຕ່ລະມື້ ແລະ ຈຳນວນຂອງ Stories ທີ່ຖືກແຊຣກໍສູງກວ່າ 1 ພັນລ້ານ
- ການໃຊ້ເຟສບຸກຕາມອຸປະກອນ
78% ຂອງຜູ້ໃຊ້ງານເຟສບຸກເຂົ້າເຖິງເຟສບຸກຜ່ານທາງໂທລະສັບມືຖື ແລະ 20% ໃຊ້ທັງໂທລະສັບມືຖື ແລະ ອຸປະກອນຄອມພິວເຕີ ແລະ ສິ່ງໜຶ່ງທີ່ນັກການຕະຫຼາດຮຽນຮູ້ໄດ້ກໍຄື ເນື້ອຫາ ແລະ ໂຄສະນາທາງເຟສບຸກແມ່ນເໝາະສຳລັບໂທລະສັບມືຖື (Mobile-friendly)

ສະຖິຕິເຟສບຸກສຳລັບທຸລະກິດ ແລະ ນັກການຕະຫຼາດ:
- ຈຳນວນທຸລະກິດທີ່ນຳໃຊ້ Facebook
ເຟສບຸກມີຈຳນວນທຸລະກິດຫຼາຍກວ່າ 140 ລ້ານທຸລະກິດ ຊີ້ໃຫ້ເຫັນເຖິງຄວາມສຳຄັນຕໍ່ການນຳໃຊ້ເຟສບຸກເປັນຊ່ອງທາງທາງການຂາຍແລະການຕະຫຼາດສຳລັບບັນດາທຸລະກິດ. ນອກຈາກນີ້ ບັນດາທຸລະກິດຍັງໃຊ້ເຟສບຸກສຳລັບການໂຄສະນາປະຊາສຳພັນເຖິງສິນຄ້າຜະລິດຕະພັນ ຫຼື ການບໍລິການ, ເຂົ້າເຖິງກຸ່ມລູກຄ້າ ແລະ ອື່ນໆ ແຕ່ແນວໃດກໍຕາມມັນກໍບໍ່ໄດ້ເປັນສິ່ງທີ່ງ່າຍເຊິ່ງເຮົາຕ້ອງອາໄສການວາງກົນລະຍຸດທາງການຕະຫຼາດເຟສບຸກ (Facebook Marketing Strategy)
- ແບຣນສິນຄ້າທີ່ເປັນທີ່ນິຍົມທີ່ສຸດໃນ Facebook ອີງຕາມຈຳນວນຜູ້ຕິດຕາມ
ໃນເດືອນກຸມພາ 2020, Samsung ໄດ້ເປັນແບຣນສິ່ງເປັນທີ່ນິຍົມຫຼາຍທີ່ສຸດ ຕາມຫຼັງ Facebook ທີ່ມີຜູ້ຕິດຕາມສູງກວ່າ 160 ລ້ານຜູ້ຕິດຕາມ

- ປະເພດເນື້ອຫາເທິງເຟສບຸກທີ່ເປັນທີ່ນິຍົມທີ່ສຸດ
ອີງຕາມຂໍ້ມູນຈາກເວັບໄຊ Statista, ວີີດີໂອແມ່ນເນື້ອຫາທີ່ເປັນທີ່ນິຍົມທີ່ສຸດເທິງເຟສບຸກ ວີດີໂອມີອັດຕາການມີສ່ວນຮ່ວມ (Engagement rate) 6.15% ປຽບທຽບກັບການໂພສສະຖານະ (Status posts) ທີ່ມີອັດຕາການມີສ່ວນຮ່ວມແຕ່ 1.3% ຊີ້ໃຫ້ເຫັນວ່າຖ້ານັກການຕະຫຼາດຕ້ອງການເຮັດທຸລະກິດເທິງເຟສບຸກຄວນຄຳນຶງເຖິງການມີເນື້ອຫາທີ່ເປັນວີດີໂອ
14. ລາຍຮັບການໂຄສະນາເຟສບຸກ (Facebook Advertising Revenue)
ໃນມາດຕາທຳອິດຂອງປີ 2020, ເຟສບຸກໄດ້ຮວບຮວມລາຍໄດ້ໃນການໂຄສະນາເຖິງ $17.4 ພັນລ້ານໂດລາສະຫະລັດ ເຊິ່ງຕົວເລກປີິຈຳປີ 2019 ແມ່ນຢູ່ທີ່ $69.6 ພັນລ້ານໂດລາສະຫະລັດ ເຊິ່ງສູງກວ່າຫຼາຍຖ້າປຽບທຽບກັບ $55 ພັນລ້ານໂດລາສະຫະລັດ ໃນປີ 2018
- ຈຳນວນຜູ້ໂຄສະນາໃນແຕ່ລະເດືອນເທິງເຟສບຸກ
ເຟສບຸກມີຜູ້ໂຄສະນາ 8 ລ້ານຄົນໂດຍສະເລ່ຍໃນແຕ່ລະເດືອນ ໃນໄຕມາດທີ 1 ຂອງປີ 2020
- ໄລຍະເວລາທີ່ຖືກໃຊ້ຂອງ Facebook Posts ເທິງໂທລະສັບມືຖື
ຜູ້ໃຊ້ງານເຟສບຸກໂດຍສະເລ່ຍໃຊ້ເວລາ 1.7 ວິນາທີ ຕໍ່ເນື້ອຫາ 1 ອັນ ແລະ ພວກເຂົາສາມາດກັບມາເບິ່ງໄດ້ພາຍໃນ 0.25 ວິນາທີ
ເຊິ່ງນີ້ຫມາຍຄວາມວ່າ ນັກການຕະຫຼາດມີເວລາໜ້ອຍກວ່າ 2 ວິນາທີເພື່ອສ້າງຄວາມສົນໃຈໃຫ້ຜູ້ໃຊ້ເຟສບຸກ ສຳລັບນັກໂຄສະນາ ພວກເຂົາຈຳເປັນຕ້ອງເຮັດໃຫ້ຜູ້ໃຊ້ງານກົດຄລິກໃສ່ ໂຄສະນາພາຍໃນ 2 ວິນາທີ ເຊິ່ງວິທີ ທີ່ດີທີ່ສຸດສຳລັບການສ້າງຄວາມສົນໃຈແມ່ນການສ້າງເນື້ອຫາທີ່ສາມາດດຶງດູດສາຍຕາເຊັ່ນຮູບແລະວີດີໂອ ຫຼາຍກວ່າການຂຽນພຽງແຕ່ຂໍ້ຄວາມ
- ຈຳນວນ ແລະ ການໃຊ້ກຸ່ມເຟສບຸກ (Facebook Groups)
ໃນເດືອນເມສາ 2019, ມີ Facebook Groups ຫຼາຍກວ່າ 10 ລ້ານກຸ່ມພ້ອມກັບຫຼາຍກວ່າ 1.4 ພັນລ້ານຜູ້ໃຊ້ງານ
ສະຖິຕິ Facebook Messenger:
- ຄວາມນິຍົມ ແລະ ການໃຊ້ງານໃນທົ່ວໂລກ
Facebook Messenger ແມ່ນແອັບພິເຄຊັນການສົ່ງຂໍ້ຄວາມທີ່ໄດ້ຮັບຄວາມນິຍົມທີ່ສຸດ ເປັນອັນດັບ 2 ຫຼັງຈາກ Whatsapp. ມີຈຳນວນຜູ້ໃຊ້ງານຕໍ່ເດືອນສູງເຖິງ 1.3 ພັນລ້ານຄົນ ໃນການກວດສອບຄັ້ງລ່າສຸດ
ນີ້ຄືບັນດາແອັບພິເຄຊັນສົ່ງຂໍ້ຄວາມທີ່ເປັນທີ່ນິຍົມໃນອັນດັບຕົ້ນໆ:

- ຜູ້ໃຊ້ງານ Facebook Messenger ໃນສະຫະລັດອາເມຣິກາ
ໃນປີ 2018, Facebook Messenger ມີຈຳນວນຜູ້ໃຊ້ງານ 126.3 ລ້ານຄົນໃນອາເມຣິກາ ໂດຍຜູ້ໃຊ້ເຫຼົ່ານີ້ໃຊ້ງານແອັບດັ່ງກ່າວຜ່ານທາງໂທລະສັບມືຖື ເຊິ່ງຕົວເລກນີ້ ຄາດການວ່າຈະເພີ່ມຂຶ້ນເຖິງ 138.1 ລ້ານຄົນ ກ່ອນປີ 2022
- ການປະຕິບັດງານຂອງລະບົບຕອບຂໍ້ຄວາມອັດຕະໂນມັດ (Chatbots)
ໃນປີ 2018 Facebook Messenger ມີການໃຊ້ງານຫຸ່ນຕອບຂໍ້ຄວາມອັດຕະໂນມັດ 300.000 ຫຸ່ນ (active chatbots) ຮັບຜິດຊອບການໂຕ້ຕອບຂໍ້ຄວາມ 8 ພັນລ້ານຂໍ້ຄວາມລະຫວ່າງຜູ້ຄົນ ແລະ ບັນດາທຸລະກິດ
ຖ້າຈະເວົ້າແລ້ວ Facebook ແມ່ນສື່ສັງຄົມອອນລາຍທີ່ມີບົດບາດຄວາມສຳຄັນຫຼາຍທັງສຳລັບຜູ້ໃຊ້ງານທົ່ວໂລກ ແລະ ບັນດາຫົວໜ່ວຍທຸລະກິດ ການໃຊ້ Facebook ສຳລັບຈຸດປະສົງທາງທຸລະກິດໄດ້ເພີ່ມຂຶ້ນຢ່າງມີຂີດໝາຍສຳຄັນ ເຊິ່ງສະຖິຕິຂອງເຟສບຸກທີ່ພວກເຮົານຳມາສະເໜີນີ້ ຄົງຈະພຽງພໍເພື່ອເປັນກໍລະນີສຶກສາທາງທຸລະກິດສຳລັບການລົງທຶນໃນ Facebook ໃນອະນາຄົດ
ທີ່ມາ: https://influencermarketinghub.com/facebook-statistics/