ຫຸ້ນເອີຣົບຕົກ ຍ້ອນກໍລະນີມີຂ່າວທະນາຄານຍັກໃຫຍ່ພົວພັນຂໍ້ກ່າວຫາຍັກຍອກເງິນຜິດກົດໝາຍ ແລະ ສະຖານະການ COVID-19 ກົດດັນດັດຊະນີໂດຍລວມ.
ຂ່າວກຳລັງມາແຮງກ່ຽວກັບການຍົກຍ້າຍເງິນຜິດກົດໝາຍໃນທະນາຄານຍັກໃຫຍ່ຂອງໂລກ ເປັນໜື່ງໃນປັດໄຈທີ່ກົດດັນດັດຊະນີ Stoxx 600 ຕະຫຼາດຫຸ້ນເອີຣົບຕ່ຳລົງ 3.2% ໂດຍຫຸ້ນກຸ່ມທະນາຄານຕ່ຳລົງ 5.7% ຂະນະທີ່ສະຖານະການ COVID-19 ຍັງເປັນອີກປັໄຈທີ່ກົດດັນຕະຫຼາດຫຸ້ນຕໍ່ເນື່ອງ ໂດຍຫຸ້ນກຸ່ມທ່ອງທ່ຽວຕົກລົງທີ່ 5.2% ເຊິ່ງດັດຊະນີໂດຍລວມໄດ້ຖືກປິດລົງໃນເຂດແດນລົບ.
ນັກລົງທຶນຈັບຕາເບີ່ງຫຸ້ນທະນາຄານ ຫລັງມີລາຍງານວ່າທະນາຄານ Standard Chartered ແລະ HSBC ມີສ່ວນກ່ຽວຂ້ອງກັບການປ່ອຍໃຫ້ມີການຍົກຍ້າຍເງີນຕ້ອງສົງໃສມາເປັນເວລາ 20 ປີ ໂດຍໃນຕະຫລາດຫລັກຊັບລອນດອນ ຫຸ້ນ Standard Chartered ຕ່ຳລົງ 5.2% ຄະນະທີ່ຫຸ້ນ HSBC ຕົກ 4.9% ໂດຍໃນລະຫວ່າງມື້ຫຸ້ນ HSBC ຕົກລົງມາໃນລະດັບຕ່ຳສຸດໃນຮອບ 25 ປິ.
ຫລັງມີຂ່າວອອກມາ Standard Chartered ອອກແຈ້ງການຊີ້ແຈງວ່າໃນຄວາມເປັນຈິງວ່າມີຄົນພະຍາຍາມຟອກເງິນ ແລະ ຫຼີກລ້ຽງມາດຕະການຂວ້ຳບາດຢູ່ຕະຫຼອດເວລາ ເຊິ່ງຖືເປັນຄວາມຮັບຜິດຊອບຂອງທະນາຄານໃນການຕໍ່ສູ້ກັບອາດຊະຍາກຳທາງການເງິນຢ່າງຈິງຈັງ ຄະນະທີ່ HSBC ລະບຸວ່າຈະບໍ່ໃຫ້ຄວາມເຫັນກ່ຽວກັບກິດຈະກຳທີ່ຜິດກົດໝາຍໃນເວລານີ້.
ແຫຼ່ງທີ່ມາ: