ສຳນັກງານຂ່າວຕ່າງປະເທດລາຍງານວ່າ ສຳນັກງານໄຊເບີສະເປສ ປະເທດຈີນ (CAC) ໄດ້ດຳເນີນການສອບສວນບໍລິສັດໄອທີຍັກໃຫຍ່ 2 ແຫ່ງ ເຊິ່ງໄດ້ກວດສອບ 2 ແອັບພິເຄຊັນຄື: Boss Zhipin ແອັບສະໝັກວຽກ ແລະ Full Truck Alliance ແອັບເອີ້ນລົດຮັບຈ້າງ.
ການກວດສອບດັ່ງກ່າວໄດ້ດຳເນີນການ ຫຼັງຈາກທີ່ລັດຖະບານຂອງ ສປ. ຈີນ ໄດ້ດຳເນີນການກວດສອບໃນລັກສະນະດຽວກັນກັບແອັບພິເຄຊັນຍອດນິຍົມ Didi Chuxing ເຊິ່ງເປັບແອັບພິເຄຊັນເອີ້ນລົດແທັກຊີ້ ໂດຍກວດພົບວ່າແອັບດັ່ງກ່າວໄດ້ເກັບຂໍ້ມູນຂອງປະຊາຊົນໄປໃຊ້ແບບຜິດກົດໝາຍ ຈຶ່ງລົງໂທດດ້ວຍການປິດການໃຫ້ລົງທະບຽນ ພ້ອມກັບຖອດແອັບພິເຄຊັນອອກ ເພື່ອບໍ່ໃຫ້ປະຊາຊົນດາວໂຫຼດໄດ້ອີກ.

ນອກຈາກນີ້, ໃນລາຍງານຍັງລະບຸວ່າ ກຸ່ມບໍລິສັດຍັກໃຫຍ່ທັງ 3 ແຫ່ງນັ້ນ ແມ່ນບໍລິສັດທຸລະກິດແຖວໜ້າຂອງອຸດສາຫະກຳໄອທີຈີນ ເຊິ່ງມີບໍລິສັດສະໜັບສະໜູນຫຼັກທີ່ມີຊື່ວ່າ “Tencent” ບໍລິສັດເອກະຊົນທາງດ້ານເທັກໂນໂລຢີລາຍໃຫຍ່ທີ່ສຸດໃນ ປະເທດຈີນ ແລະ ໃນໂລກ ທາງດ້ານເກມ.
ສຳນັກງານ CAC ຍັງໄດ້ລະບຸຕື່ມວ່າ ການດຳເນີນການດັ່ງກ່າວແມ່ນອາໄສອຳນາດ ຕາມກົດໝາຍຄອມພິວເຕີສະບັບໃໝ່ ທີ່ໄດ້ປະກາດໃນວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງມີເນື້ອໃນກ່ຽວກັບ ການເພີ່ມອຳນາດຂອງລັດຖະບານຈີນ ໃນການກຳກັບທຸລະກິດເອກະຊົນ ໂດຍສະເພາະບໍລິສັດເອກະຊົນທີ່ເຮັດທຸລະກິດໄອທີ ທີ່ອາດຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.
ທີ່ມາ: https://bit.ly/2UUqPf1
ພາບ: khaosod
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/