ເມື່ອເວົ້າເຖິງພອດແຄັສ ບາງຄົນອາດຈະຍັງສົງໄສວ່າພອດແຄັສແມ່ນ ຫຍັງ? ພອດແຄັສແມ່ນວີດີໂອອີກຮູບແບບໜຶ່ງບໍ ?
ພອດແຄັສ ແມ່ນເນື້ອຫາທີ່ເປັນສຽງອີກຮູບແບບໜຶ່ງ ຫຼື ທີ່ເອີ້ນວ່າ audio content ທີ່ຖືກອັບໂຫຼດຂຶ້ນໃນເວັບໄຊ ຫຼື ຊ່ອງທາງໂຊຊຽວມີເດຍ ບໍ່ວ່າຈະເປັນ Google podcast, Apple podacast, Spotify, Souncloud, Podbean, youtube ແລະ ບາງຄັ້ງກໍເປັນ Facebook
ປັດຈຸບັນພອດແຄັສເລີ່ມເປັນທີ່ນິຍົມສຳລັບຄົນລາວເມື່ອບໍ່ດົນມານີ້ ເພາະດ້ວຍຄວາມທີ່ພອດແຄັສເປັນລາຍການທີ່ຄ້າຍຄືກັບວິທະຍຸ ແຕ່ມາໃນຮູບແບບທີ່ເປັນວິທະຍຸອອນລາຍ ທີ່ຜູ້ຟັງສາມາດເຂົ້າໄປດາວໂຫຼດ ໄປຟັງຄືນຍາມໃດກໍໄດ້ ບໍ່ວ່າຈະຕອນອອກກຳລັງ, ຕອນເຮັດວຽກເຮືອນ ຫຼື ຈະເປັນຕອນຂີ່ລົດເມ
ທັງນີ້ ການຟັງພອດແຄັສກໍຍັງຖືວ່າເປັນການຮຽນຮູ້ອີກຮູບແບບໜຶ່ງ ທີ່ອັດແຫນ້ນເປັນດ້ວຍເນື້ອຫາສາລະ ທີ່ຜູ້ຊ່ຽວຊານ ແລະ ບັນດານັກຈັດລາຍການໄດ້ຈັດຫາຮວບຮວມມານຳສະເໜີ ເຊິ່ງນອກຈາກຈະເປັນການຟັງເພື່ອພັດທະນາໂຕເອງແລ້ວ ຍັງສາມາດນຳຄວາມຮູ້ເຫຼົ່ານັ້ນມາປັບໃຊ້ໄດ້ອີກດ້ວຍ
ດ້ວຍຄວາມທີ່ພອດແຄັສຫາກໍໄດ້ຮັບຄວາມນິຍົມຢູ່ບ້ານເຮົາເມື່ອບໍ່ດົນ ບາງຄົນກໍອາດຈະບໍ່ຮູ້ວ່າລາຍການພອດແຄັສຂອງຄົນລາວມີຫຍັງແນ່ ເຊິ່ງມື້ນີ້ພວກເຮົາໄດ້ຮວບຮວມ 15 ລາຍການພອດແຄັສຂອງຄົນລາວ ມາເບິ່ງນຳກັນວ່າມີລາຍການທີ່ໜ້າສົນໃຈຫຍັງແດ່ !
- ທອລກ – ທະ – ແມະ Talk To Me : ລາຍການພອດແຄັສທີ່ບໍ່ມີກົດເກນທີ່ສຸດໃນປະເທດລາວ ເພາະເປັນລາຍທີ່ມີຫົວຂໍ້ທີ່ຫຼາກຫຼາຍ ນັບຕັ້ງແຕ່ເລື່ອງຂອງຊີວິດ, ຄວາມຮັກ, ຊີວິດການເຮັດວຽກ ໄປຈົນເຖິງເລື່ອງທຸລະກິດ

2. The Laopening Podcast : ພອດແຄັສພາສາອັງກິດທີ່ເປັນບົດສົນທະນາໃນປະເດັນຕ່າງໆໃນມຸມມອງຂອງຄົນລາວ
https://www.facebook.com/TheLaopeningPodcast/

3. Sappapi : ສັບປະປິ ລາຍການພອດແຄັສທີ່ເວົ້າເຖິງປະເດັນຕ່າງໆທີ່ໜ້າສົນໃຈ ໂດຍບໍ່ຈຳກັດຂອບເຂດຂອງບົດສົນທະນາ

4. 108Megaheard : 108 ເມກາເຮີດ ພອດແຄັສທີ່ນຳສະເໜີເລື່ອງລາວຂອງທຸລະກິດໃນໂລກທີ່ໝຸນໄວ ແລະ ມີການພັດທະນາຢ່າງບໍ່ມີຢຸດຢັ້ງ

5. Piggy Money Podcast : ພິກກີ້ ມັນນີ້ ພອດແຄັສທີ່ເວົ້າເຖິງເລື່ອງການເງິນແບບໝູໆ ແບບງ່າຍໆ ທີ່ຈະຊວນບັນດາທ່ານຜູ້ຟັງເວົ້າເຖິງການເງິນໃຫ້ຫຼາຍຂຶ້ນ

6. Porncast : ພອນແຄັສ ລາຍການທີ່ບໍ່ໄດ້ເວົ້າເຖິງເລື່ອງການໃຫ້ພອນ ແຕ່ເປັນລາຍການທີ່ຈະຊວນທ່່ານຜູ້ຟັງເວົ້າເຖິງເລື່ອງເພດສຶກສາ ພາສົງໄສ ຄືກັນກັບເລື່ອງທົ່ວໆໄປ
https://www.facebook.com/porncastpc/

7. It’s awesome Podcast : ລາຍການພອດແຄັສທີ່ລວມທຸກສິ່ງທຸກຢ່າງທີ່ສຸດຄັກ ແລະ ໜ້າສົນໃຈ ນັບຕັ້ງແຕ່ເລື່ອງຂອງການໃຊ້ຊີວິດລວມໄປເລື່ອງທຸລະກິດ ແລະ ການພັດທະນາໂຕເອງ

8. ຈັ່ງຊີ້ກະຍັງຖາມ : ລາຍການພອດແຄັສທີ່ຊວນສົງໄສ ກັບບັນດາຄຳຖາມທີ່ຄົນທົ່ວໄປບໍ່ມັກຖາມ

9. Level Up Podcast : ເລເວວອັບ ພອດແຄັສການສົນທະນາຫາຄວາມຮູ້ຄູ່ການພັດທະນາໂຕເອງ
https://www.facebook.com/leveluppodcastwben/

10. Cafe Talk by Ecofin : ລົມທຸກເລື່ອງຂອງເສດຖະກິດການເງິນກັບ Cafe Talk
https://www.youtube.com/channel/UCC_PjkZcCXix-9GInHGJOmg

11. ອີຫຼີເບາະ – Eleeborh Podcast : ອີຫຼີເບາະພອດແຄັສ ພອດແຄັສສົນທະນາພາສົງໄສ ວ່າສິ່ງທີ່ແຂກຮັບເຊີນໄດ້ໄປພົບ ໄປພໍ້ ມັນເປັນຈັ່ງຊັ້ນ ມັນຄັກ ອີຫຼີເບາະ
https://www.youtube.com/channel/UCLtPAE6iTi805fR95ie16lg

12. FalungSnakeFishx2 Podcast : ຮຽນພາສາອັງກິດແບບງ່າຍໆ ຕາມສະຕາຍຝຣັ່ງງູໆ ປາໆ
https://www.facebook.com/FalungSnakeFishX2/

13. P2P Podcast : ທຸກເລື່ອງ ທຸກເຕັກນິກຂອງການຮຽນພາສາອັງກິດກັບ P2P Podcast
https://www.facebook.com/P2P-102732928014999/

14. The Reflection Podcast : ພອດແຄັສສຽງສະທ້ອນ ທີ່ຈະທ້ອນທຸກແງ່ມຸມຂອງຊີວິດ
https://www.facebook.com/TheReflection.Podcast01/

15. MiND Idol Podcast : ມາຍໄອດໍ ພອດແຄັສທີ່ຈະຊວນພາຄິດ ທຸກປະເດັນຂອງໄວໜຸ່ມ
https://m.facebook.com/mindidol01/

ເບິ່ງມາຮອດນີ້ ບາງຄົນອາດຈະຄຸ້ນຫຼາຍ ບາງຄົນອາດຈະຄຸ້ນໜ້ອຍ ແລ້ວທ່ານເດ ຄຸ້ນລາຍການໃດ ຢ່າລືມບອກໃຫ້ພວກເຮົາໃຫ້ຮູ້ນຳເດີ້
ຮຽບຮຽງໂດຍ: Chanjaleurn Rasphone